Sunday, September 22, 2024
Homeຂ່າວການເມືອງມອບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ມອບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ

ໃນວັນທີ 20 ກຸມພາ 2023 ທີ່ສະໜາມ ບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີ ມອບ-ຮັບ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວທີ່ໄດ້ຄົ້ນພົບຈາກການປະຕິບັດງານຮ່ວມພາກສະໜາມຂອງຄະນະວິຊາການ ລາວ-ອາເມຣິກາ ໃນການສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ຄັ້ງທີ 2 ປະຈໍາສົກປີ 2022-2023 ຢູ່ເຂດເມືອງຄໍາ ແລະ ເມືອງໜອງແຮດ, ແຂວງຊຽງຂວາງ ແລະ ເຂດເມືອງຫ້ຽມ, ແຂວງຫົວພັນ.

ໃນພິທີດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ຊີ້ນໍາວຽກງານສໍາຫຼວດ ແລະ ຂຸດຄົ້ນ ເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນກຽດເຂົ້າຮ່ວມ ພ້ອມທັງກ່າວມອບ ແລະ ທ່ານ Dr. Peter Haymond, ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານ ສະຫະລັດ ອາເມຣິກາ ກ່າວຮັບເອົາສິ່ງເສດເຫຼືອດັ່ງກ່າວ. ເຂົ້າຮ່ວມໃນພິທີມອບຮັບມີເຈົ້າໜ້າທີ່ກ່ຽວຂ້ອງຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະ ເທດ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ບັນດາພະນັກງານວິຊາການທັງສອງຝ່າຍ ລາວ-ອາເມຣິກາ ທີ່ເຮັດວຽກຕົວຈິງຢູ່ພາກສະໜາມເຂົ້າຮ່ວມ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີກະ ຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນວຽກງານສໍາຫຼວດ ແລະ ຂຸດຄົ້ນຊອງຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະ ຫານອາເມຣິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ ເປັນວຽກງານທີ່ລັດຖະ ບານລາວໃຫ້ຄວາມສໍາຄັນ ແລະ ໃຫ້ການຮ່ວມມືສະເໝີຕົ້ນສະເໝີປາຍ ບົນຈິດໃຈການປະຕິບັດນະໂຍບາຍມະນຸດສະທໍາ. ພ້ອມດຽວກັນ, ຍັງໄດ້ຍ້ອງຍໍຊົມເຊີຍທິມງານຮ່ວມ ລາວ-ອາເມຣິກາ ທີ່ໄດ້ສຸມທຸກຄວາມພະຍາຍາມເຂົ້າໃນການປະຕິບັດງານຄັ້ງນີ້ ແລະ ສາມາດຄົ້ນພົບອັດຖິຂອງທະຫານອາເມຣິກາ ແລະ ນໍາມາຈັດພິທີມອບ-ຮັບ ໃນຄັ້ງນີ້, ທ່ານ ຮອງລັດຖະ ມົນຕີ ຍັງໄດ້ຖືໂອກາດນີ້, ສະແດງຄວາມຂອບໃຈ ມາຍັງ ຝ່າຍອາເມຣິກາ ທີ່ໄດ້ປະກອບສ່ວນທຶນໃນການກໍ່ສ້າງພື້ນຖານໂຄງລ່າງຈໍານວນໜຶ່ງຢູ່ເຂດທີ່ມີການສໍາຫຼວດ ແລະ ຂຸດຄົ້ນ ໂດຍສະເພາະ ໂຮງ ຮຽນ, ໂຮງໝໍ ແລະ ອື່ນໆ. ພິເສດ, ທ່ານ ຮອງລັດຖະມົນຕີ, ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ອໍານາດການປົກຄອງ ແລະ ປະຊາຊົນໃນທ້ອງຖິ່ນບ່ອນທີ່ມີການປະຕິບັດງານ, ຊຶ່ງມີຄວາມເຂົ້າໃຈຕໍ່ນະໂຍບາຍມະນຸດສະທໍາຂອງລັດຖະບານລາວ ແລະ ໄດ້ໃຫ້ການຮ່ວມມືຢ່າງດີຕໍ່ການປະຕິບັດງານຮ່ວມຂອງຄະນະວິຊາ ການ ລາວ-ອາເມຣິກາ ໃນແຕ່ລະຄັ້ງ. ຜ່ານການປະຕິບັດງານຮ່ວມສອງຝ່າຍ ລາວ-ອາເມຣິກາ, ມາເຖິງປັດຈຸບັນ ສາ ມາດຄົ້ນພົບສິ່ງເສດເຫຼືອຂອງທະຫານອາເມຣິກາ ທີ່ໄດ້ຢັ້ງຢືນ ແລະ ສົ່ງມອບໃຫ້ຝ່າຍອາເມຣິກາແລ້ວ ຈຳນວນ 288 ຄົນ ໃນຈໍານວນຜູ້ຫາຍສາບສູນທັງໝົດ 573 ຄົນ ຫຼື ຫຼາຍກວ່າ 50% ແລະ ຍັງອີກ 285 ຄົນ ທີ່ຈໍາເປັນຈະຕ້ອງໄດ້ສືບຕໍ່ມີການສໍາຫຼວດ ແລະ ຂຸດຄົ້ນຕໍ່ໄປ.

ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments