Sunday, September 22, 2024
Homeບຸນປະເພນີງານມະຫະກໍາບຸນຊ້າງ ຄັ້ງ​ທີ 16 ຈັດຂຶ້ນຢ່າງຄຶກຄື້ນ ມີຊ້າງເຂົ້າຮ່ວມ 75 ເຊືອກ

ງານມະຫະກໍາບຸນຊ້າງ ຄັ້ງ​ທີ 16 ຈັດຂຶ້ນຢ່າງຄຶກຄື້ນ ມີຊ້າງເຂົ້າຮ່ວມ 75 ເຊືອກ

ງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ຄັ້ງທີ 16 ໄດ້ເປີດຢ່າງເປັນທາງການ ໃນຕອນເຊົ້າວັນທີ 18 ກຸມພາ 2023 ທີ່ເດີ່ນສະໝາມຫຼວງຂອງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ຄັ້ງ​ທີ 16 ໄດ້ກ່າວວ່າ: ງານມະຫະກໍາບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ ແຕ່ມາຮອດປີ 2020-2022 ໄດ້ຢຸດ ຍ້ອນການລະບາດຂອງພະຍາດໂຄວິດ-19 ມາຮອດປີ 2023 ນີ້ ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ຫຼຸດຜ່ອນລົງ ແລະ ພວກເຮົາກໍໄດ້ມີການສັກວັກຊິນປ້ອງກັນຈຶ່ງໄດ້ຕົກລົງຈັດງານມະຫະກໍາບຸນຊ້າງປະຈໍາປີ 2023 ຂຶ້ນເປັນຄັ້ງທີ 16 ຊຶ່ງມີຊ້າງເຂົ້າຮ່ວມທັງໝົດ 75 ເຊືອກ ເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ. ພ້ອມນີ້ ກໍເພື່ອເປັນການສຶບຕໍ່ຮັກສາວັດທະນະທໍາ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການໃຫ້ຍືນຍົງຄົງຕົວຄຽງຄູ່ກັບປະຊາຊົນຕະຫຼອດໄປ. ທັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ; ໃຫ້ຊ້າງຈໍານວນ 75 ເຊືອກ ທີ່ມາຈາກທົ່ວແຂວງໄດ້ພົບກັນປະສົມພັນກັນ ແລະ ກໍ່ໃຫ້ເກີດການ​ສືບພັນໃນອະນາຄົດ, ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸ້ມຊ້າງຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວນຊ້າງເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວກໍຄືຊາວແຂວງໄຊຍະບູລີ ຕະຫຼອດໄປ, ພ້ອມທັງໃຫ້ປະຊາຊົນ, ນັກທ່ອງທ່ຽວໄດ້ເຫັນການດໍາລົງຊີວິດຂອງຊ້າງ ແລະ ຖືຄວາມສໍາຄັນຂອງຊ້າງທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປັດ​ຈຸບັນ.

ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກໍາທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄໍາຮູ້ ພ້ອມກັນນີ້ ໃນແຕ່ລະວັນຂອງໄລຍະການຈັດງານແມ່ນຈະຈັດໃຫ້ມີກິດຈະກໍາຫຼາກຫຼາຍສີສັນເປັນຕົ້ນ: ການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມແຕ່ວັນທີ 13 ກຸມພາ 2023 ເປັນຕົ້ນມາ ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ເມືອງ ພາຍໃນແຂວງໄຊຍະບູລີ, ມີສິນຄ້ານະວັດຕະກໍາທີ່ຕິດພັນທາງດ້ານວິຊາການຂອງບາງພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມຈໍານວນ 280 ກວ່າຮ້ານ ຊຶ່ງມີມູນຄ່າສິນຄ້າປະມານ 8 ຕື້ກວ່າກີບ, ມີພິທີຕັກບາດຖວາຍສັງຄະທານຕາມຮີດຄອງປະເພນີໃນວັນທີ 17 ກຸມພາ 2023 ສໍາລັບມື້ເປີດງານ​ຢ່າງເປັນທາງການມີກິດຈະກໍາຄື: ຂະບວນແຫ່ຂອງຊ້າງ ຈໍານວນ 75 ເຊືອກ ປະສານສຽງເປົ່າສະໄນ, ຂະບວນແຫ່ກ້ອນກໍາລັງຂອງ 11 ເມືອງ ທີ່ມີເອກະລັກຂອງຊົນເຜົ່າ, ຂະບວນສະແດງຂອງ 8 ເຜົ່າ ທີ່ເປັນເອກະລັກຈໍານວນ 80 ຄົນ, ການສະແດງຂອງກ້ອນກໍາລັງນັກຮຽນ-ນັກສຶກສາ ຈໍານວນ 1.400 ຄົນ, ຊົມການສະແດງກິດຈະກໍາຂອງຊ້າງຄໍາຮູ້ ຈໍານວນ 25 ໂຕ ລວມ 19 ລາຍການ, ຈັດພິທີບາສີສູ່ຂວັນຊ້າງ.

ໃນ​ງານ​ມະ​ຫະ​ກຳ​ບຸ​ນ​ຊ້າງ​ໃນ​ແຕ່​ລະ​ວັນ ຈະເປີດໃຫ້ແຂກໄດ້ມາຊົມການສະແດງຂອງຊ້າງຄໍາຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫຼາດນັດວາງສະແດງສິນຄ້າ ແລະ ຊົມການສະແດງສິລະປະວັນນະຄະດີຂອງ​ຂະ​ແຫນງ​ການ​ການອ້ອມຂ້າງແຂວງ ແລະ ເມືອງ ການທ່ອງທ່ຽວພາຍໃນເທດສະບານແຂວງຕາມສະຖານທີ່ທ່ອງທ່ຽວຕ່າງໆ.

ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວເປີດງານມະຫະກໍາບຸນຊ້າງປະຈໍາປີ 2023 ຢ່າງເປັນທາງການ ພ້ອມທັງເຊີນການນໍາຂັ້ນສູງ ແລະ ຄະນະຮ່ວມລັ່ນຄອງ 9 ບາດ ຕັດແຖບຜ້າເປີດງານມະຫະກໍາບຸນຊ້າງ ແລະ ຂະບວນກ້ອນກໍາລັງຕ່າງໆ ເຊັ່ນ: ຂະບວນປ້າຍໂລໂກບຸນຊ້າງ, ຂະບວນປ້າຍງານມະຫະກໍາບຸນຊ້າງປະຈໍາປີ 2023, ຂະບວນທຸງຊາດທຸງທິວ, ຂະບວນພາຂວັນຊ້າງ, ເຖົ້າແກ່ແນວໂຮມ ຈໍານວນ 50 ຄົນ, ຂະບວນຕາງໜ້າ 8 ເຜົ່າ ຈໍານວນ 80 ຄົນ , ຂະບວນແຫ່ຊ້າງ 75 ເຊືອກ ປະສານສຽງເປົ່າສະໄນ, ຊ້າງຈັບປ້າຍຄໍາຂວັນຍິນດີຕ້ອນຮັບສູ່ງານມະຫະກໍາບຸນຊ້າງປະຈໍາປີ 2023, ຂະບວນຊ້າງເສິກ, ຂະບວນຊ້າງທ່ອງທ່ຽວ, ຂະບວນຊ້າງລໍາລຽງ, ຂະບວນລໍາລຽງອາຫານການກິນ, ຂະບວນແຫ່ຂອງ 11 ເມືອງ, ຊົມການສະແດງ ຂອງນັກສະແດງເປັນຮູບທຸງ, ຮູບຊ້າງ ແລະ ຟ້ອນບັດສະລ໋ອບ, ຊົມການສະແດງກິດຈະກໍາຊ້າງຄໍາຮູ້ມີ 19 ລາຍການ ບາສີສູ່ຂວັນຊ້າງ, ຊົມການສະແດງໂດດຈ້ອງ ແລະ ຈັດກິດຈະກໍາອານຸລັກແຂ່ງຂັນແຕ້ມຮູບ ແລະ ກິດ​ຈະ​ກຳ​ອື່ນໆຕື່ມອີກ.

ຂ່າວ-ພາບ: ບຸນທີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments