Sunday, September 22, 2024
Homeຂ່າວການເມືອງຜັນຂະຫຍາຍຂໍ້ຕົກລົງ ຮ່ວມມືສອງຝ່າຍ ໄລຍະປີ 2021-2025

ຜັນຂະຫຍາຍຂໍ້ຕົກລົງ ຮ່ວມມືສອງຝ່າຍ ໄລຍະປີ 2021-2025

ໃນລະຫວ່າງວັນທີ 16-18 ກຸມພາ ຜ່ານມາ, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍມີ ສະຫາຍ ເລ ມິງ ຮຶງ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບດ້ວຍຄວາມສະໜິດສະໜົມ.

ໃນພິທີພົບປະຢ່າງເປັນທາງການ ຫົວໜ້າຫ້ອງວ່າການສູນກາງພັກລາວ ແລະ ຫວຽດນາມ ໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງພັກ ແລະ ຂອງປະເທດຕົນ ກໍ່ຄືສະພາບການລວມຂອງສອງຫ້ອງວ່າການສູນກາງພັກໂດຍຫຍໍ້ ແລະ ພ້ອມກັນປຶກສາຫາລືແລກປ່ຽນບົດຮຽນ, ຕີລາຄາການຮ່ວມມືຂອງສອງຫ້ອງວ່າການສູນກາງພັກ ໃນໄລຍະຜ່່ານມາ ແນໃສ່ຍົກລະດັບຄຸນນະພາບຂອງການເປັນເສນາທິການ ຮັບໃຊ້ການນໍາຂອງສອງພັກ ໃຫ້ມີບາດກ້າວໃໝ່. ພ້ອມດຽວກັນນີ້ ຍັງໄດ້ມີການລົງນາມແຜນການຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມື ສອງຫ້ອງວ່າການສູນກາງພັກ ໄລຍະ 2021-2025 ເພື່ອຫັນບົດບັນທຶກຮ່ວມມືດັ່ງກ່າວເປັນ ແຜນງານ, ໂຄງການ ແລະ ມາດຕະການຈັດຕັ້ງປະຕິບັດຕົວຈິງ, ເປັນບ່ອນອີງໃຫ້ບັນດາກົມກອງທີ່ຂື້ນກັບຫ້ອງວ່າການສູນກາງພັກ ນຳໄປຈັດຕັ້ງ ແລະ ຜັນຂະຫຍາຍເຂົ້າໃນໜ້າທີຂອງຕົນ ໃຫ້ເກີດປະໂຫຍດສູງສຸດ.

ໃນຕອນບ່າຍຂອງວັນດຽວກັນ ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງຽນ ຟູ ຈ້ອງ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເພື່ອລາຍງານຜົນສຳເລັດການພົບປະຂອງສອງຫ້ອງວ່າການສູນກາງພັກ ແລະຝາກຄຳຢ້ຽມຢາມຖາມຂ່າວ, ຄໍາອວຍພອນ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໃນໂອກາດທີ່ສະຫາຍ ຫງຽນ ຟູ ຈ້ອງ, ໄດ້ຮັບຫຼຽນກາລະນຶກສະມາຊິກພັກກອມມູນິດຫວຽດນາມຄົບຮອບ 55 ປີ. ໃນໂອກາດດັ່ງກ່າວ ສະຫາຍເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ຊົມເຊີຍຜົນສຳເລັດໃນທຸກຂົງເຂດວຽກງານ ທີ່ ສປປ ລາວ ຍາດມາໄດ້ ພາຍຫຼັງ 2 ປີກວ່າ ແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະໄດ້ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍ່ຖືສຳຄັນສາຍພົວພັນພິເສດຜ່ອງໃສ, ທີ່ເປັນທັງສະຫາຍ ແລະເປັນທັງອ້າຍນ້ອງ, ອຸ້ມຊູຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່, ພາລະກິດປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ. ພ້ອມດຽວກັນນັ້ນ, ຍັງໄດ້ຕີລາຄາສູງຕໍ່ການພົວພັນຂອງສອງຫ້ອງວ່າການສູນກາງພັກໃນໄລຍະຜ່ານມາ ແລະ ເນັ້ນໜັກເຖິງພາລະບົດບາດ, ຄວາມສໍາຄັນຂອງວຽກງານຫ້ອງວ່າການ ໃນການເປັນເສນາທິການຄົ້ນຄວ້າຍຸດທະສາດຮັບໃຊ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການສູນກາງພັກ, ຜູ້ປະຈຳການຄະນະເລຂາ ແລະ ເລຂາທິການໃຫຍ່ ໃນການນໍາພາຊີ້ນໍາວຽກງານຂອງທົ່ວພັກ.

ຄະນະຜູ້ແທນຂອງຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ດິງ ຕຽນ ຢຸ໊ງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ເລຂາພັກນະຄອນຫຼວງຮ່າໂນ້ຍ ແລະເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດ ແລະ ເຂດພັດທະນາສະຖາບັນການສຶກສາ ຢູ່ນະຄອນຫຼວງຮ່າໂນ້ຍ ກ່ອນຈະເດີນກັບປະເທດ.

ຂ່າວ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments