Sunday, September 22, 2024
Homeຂ່າວການເມືອງກຽມສຶກສາຄວາມເປັນໄປໄດ້ ໂຄງການສ້າງເຂດເສດຖະກິດໃໝ່ ນິຄົມອຸດສາຫະກໍາໄຟຟ້າ

ກຽມສຶກສາຄວາມເປັນໄປໄດ້ ໂຄງການສ້າງເຂດເສດຖະກິດໃໝ່ ນິຄົມອຸດສາຫະກໍາໄຟຟ້າ

ພິທີເຊັນບົດບັນທຶກ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ສ້າງເຂດເສດຖະກິດໃໝ່ນິຄົມອຸດສາຫະກໍາໄຟຟ້າ ໃນເນື້ອທີ່ 316 ເຮັກຕາ ຢູ່ເຂດບ້ານໂພນມ່ວງ ແລະ ບ້ານຮ່ອງງົວ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານ ແຫ່ງ ສ​ປ​ປ ລາວ ກັບບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນຈໍາກັດ.

ພິ​ທີເຊັນ​ບົດ​ບັນ​ທຶກ ໄດ້​ມີ​ຂຶ້ນໃນວັນທີ 17 ກຸມພາ ​ຜ່ານ​ມາ ທີ່ກະຊວງແຜນການ ແລະ ການລົງທຶນ ລະ​ຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ LIU YONG LONG ປະທານບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນ ຈໍາກັດ, ໂດຍມີພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ.

ທ່ານ LIU YONG LONG ກ່າວວ່າ: ໂຄງການ​ດັ່ງ​ກ່າວນີ້ ເປັນໂຄງການຂະໜາດໃຫຍ່ ພາຍຫຼັງສໍາເລັດການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ, ເປັນ​ໂຄງ​ການ​ທີ່ສະແດງເຖິງການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ, ເປັນສັນຍາລັກແຫ່ງການປັບປຸງໂຄງສ້າງດ້ານເສດຖະກິດຂອງ ສປປ ລາວ ໂດຍນໍາເອົາທ່າແຮງດ້ານຊັບພະຍາກອນພະລັງງານໄຟຟ້າ ຫັນເປັນທ່າແຮງດ້ານເສດຖະກິດ, ເພີ່ມທະວີກໍ່ສ້າງອຸດສາຫະກໍາດ້ານພະລັງງານຂອງຊາດ ກໍຄືຜະລິດຕະພັນທີ່ເປັນຍີ່ຫໍ້ສັນຍາລັກຂອງປະຊາຊົນລາວ ໂດຍມີການພັດທະນາດ້ານອຸດສາຫະກໍາ ວັດສະດຸອຸປະກອນໄຟຟ້າ ເພື່ອມາຊຸກຍູ້ການສ້າງວຽກເຮັດງານທໍາ, ເພີ່ມລາຍຮັບອາກອນ ຜ່ານການສົ່ງອອກຂອງຜະລິດຕະພັນ ວັດສະດຸໄຟຟ້າຂອງຕົນເອງ ເພິ່ມລາຍຮັບຂອງເງິນຕາຕ່າງປະເທດ, ປະກອບສ່ວນເຂົ້າໃນການຮັກສາຄວາມດຸ່ນດຽງດ້ານລາຍຮັບ-ລາຍຈ່າຍ.

ປັດຈຸບັນນິຄົມອຸດສາຫະກໍາ ໄດ້ຮ່ວມກັບ 5 ບໍລິສັດວັດສະດຸດ້ານພະລັງງານຂະໜາດໃຫຍ່ຂອງ ສປ ຈີນ ໃນການເຊັນເອກະສານສະແດງເຈດຈໍານົງເຂົ້າມາລົງທຶນໃນນິຄົມ​ດັ່ງ​ກ່າວ​ນີ້ ເພື່ອລົງທຶນສ້າງຕັ້ງເປັນໂຄງການ, ຊຶ່ງຈະເລີ່ມກໍ່ສ້າງພາຍໃນເດືອນມີນາ ແລະ ຈະເລີ່ມໃຫ້ໄດ້ດໍາເນີນການຜະລິດ ແລະ ດໍາເນີນກິດຈະກໍາກ່ອນເດືອນທັນວາ 2023, ເພື່ອເປັນການມອບຂອງຂວັນໃຫ້ແກ່ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024.

(ຂ່າວ-ພາບ: ສໍານານ, ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments