Monday, September 23, 2024
Homeຂ່າວຕ່າງປະເທດຈີນຈະເລັ່ງຊຸກຍູ້ການເຈລະຈາເຂດການຄ້າເສລີ ຈີນ - ອາຊຽນ

ຈີນຈະເລັ່ງຊຸກຍູ້ການເຈລະຈາເຂດການຄ້າເສລີ ຈີນ – ອາຊຽນ

ຂ່າວສານຊີອາໄອລາຍງານ ຫວ່າງມໍ່ໆມານີ້, ກອງປະຊຸມປຶກສາຫາລືຮອບທຳອິດກ່ຽວກັບການເຈລະຈາ ເຂດການຄ້າເສລີຈີນ-ອາຊຽນ ສະບັບ 3,0 ໄດ້ຈັດຂຶ້ນຜ່ານທາງວິດີໂອ ແລະ ໃນວັນດຽວກັນ, ໂຄສົກກະຊວງການຄ້າຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ ທັງສອງຝ່າຍຈີນ-ອາຊຽນຈະຊຸກຍູ້ການຄ້າ ແລະ ການລົງທຶນໃຫ້ຫັນເປັນແບບເສລີ ແລະ ມີຄວາມສະດວກ, ພ້ອມທັງຕັ້ງໜ້າເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່. ກະຊວງການຄ້າຈີນໃຫ້ຮູ້ວ່າ: ຈີນກັບອາຊຽນໄດ້ປຶກສາຫາລືໂດຍຈະພ້ອມກັນຕົກລົງຂອບການເຈລະຈາ ແລະ ໄດ້ຈັດລະບຽບຕາຕະລາງເວລາ ແລະ ແຜນງານກ່ຽວກັບການເຈລະຈາ. ສອງຝ່າຍຈະສຸມກຳລັງເພື່ອຍົກສູງ ແລະ ປັບປຸງຂົງເຂດຕ່າງໆໃນປັດຈຸບັນເຊັ່ນ: ການຄ້າ ແລະ ການລົງທຶນ ໃຫ້ສົມບູນຂຶ້ນ, ບົນພື້ນຖານສັນຍາການຄ້າເສລີຈີນ-ອາຊຽນທີ່ມີຢູ່ໃນປັດຈຸບັນ ແລະ ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ (RCEP) ຊຸກຍູ້ໃຫ້ການຄ້າ ແລະ ການລົງທຶນຫັນເປັນແບບເສລີ ແລະ ມີຄວາມສະດວກຕື່ມອີກ. ພ້ອມກັນນັ້ນ, ທັງສອງຝ່າຍຈະຕັ້ງໜ້າເປີດກວ້າງການຮ່ວມມືໃນຂົງເຂດຈະເລີນໃໝ່, ກຳນົດຂົງເຂດທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ການເຊື່ອມຈອດກັນດ້ານຕ່ອງໂສ້ການສະໜອງ ເຂົ້າໃນສັນຍາການຄ້າເສລີ, ເພີ່ມທະວີການຮ່ວມມືໃນຂົງເຂດທີ່ກ່ຽວຂ້ອງ, ຊຸກຍູ້ກໍ່ສ້າງເຂດການຄ້າເສລີທີ່ກວມລວມ, ທັນສະໄໝ, ຮອບ ດ້ານ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments