ວັນທີ 20 ກຸມພາ 2023  ລັດຖະບານແຫ່ງ ສປປລາວ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມເຜີຍແຜ່ປະຈໍາປີ ຄັ້ງທີ IV ຂອງໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN)  ເພື່ອເຜີຍແຜ່ຜົນຂອງການຄົ້ນຄວ້າໃໝ່ທີ່ຈະຊ່ວຍໃຫ້ ສປປລາວ ແກ້ໄຂສິ່ງທ້າທາຍ ດ້ານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍ .

ໃນກອງປະຊຸມຄັ້ງນີ້ສູນສະຖິແຫ່ງຊາດ, ສະຖາບັນຄົ້ນຄວ້ານະໂຍບານດ້ານການພັດທະນາ ກະຊວງແຜນການ ແລະ ການລົງທຶນ ແລະ ສະຖາບັນຄົ້ນຄວ້ານະໂຍບາຍເສດຖະກິດ-ສັງຄົມ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ນໍາສະເໜີຜົນການຄົ້ນຄວ້າໃໝ່ໃຫ້ເເກ່ບັນດາພາກສ່ວນທີ່ກ່ຽວຂ້ອງກັບວຽກງານດ້ານໂພຊະນາການ ຢູ່ ສປປ ລາວ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະນາການໃນບັນດາກຸ່ມເດັກນ້ອຍລາວ ແລະ ຊຸກຍູ້ໃຫ້ມີການສົນທະນາ ກ່ຽວກັບວິທີ່ແກ້ໄຂສິ່ງທ້າທາຍເຫຼົ່ານັ້ນ ໂດຍສະເພາະເເມ່ນການນຳສະເໜີຜົນໄດ້ຮັບຈາກການສໍາຫຼວດໂພຊະນາການໃນ ປີ2022 ຈາກ 4 ແຂວງ ເຊັ່ນ: ແຂວງບໍ່ແກ້ວ, ຫົວພັນ, ຜົ້ງສາລີ ແລະ ສາລະວັນ ເປົ້າໝາຍຫຼັກຂອງໂຄງການ NIPN ຢູ່ ສປປລາວ ຊຶ່ງໄດ້ລິເລີ່ມຂຶ້ນໃນປີ 2018 ແມ່ນເພື່ອສ້າງຂີດຄວາມສາມາດໃນການວິເຄາະ ແລະ ບໍລິຫານຖານຂໍ້ມູນດ້ານໂພຊະນາການໃຫ້ກັບບັນດາຂະ​ແໜງການທີ່ກ່ຽວຂ້ອງ ເພື່ອຕິດຕາມການລົງທຶນດ້ານໂພຊະນາການຢູ່ພາຍໃນປະເທດ.

ທ່ານ ປອ. ສະຖາບັນດິດ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຜູ້ຊີ້ນໍາໂຄງການ NIPN ໄດ້ກ່າວວ່າ: “ການດໍາເນີນນະໂຍບາຍການພັດທະນາທີ່ມີຂໍ້ມູນອ້າງອີງແມ່ນກຸນແຈສໍາຄັນໃນການແກ້ໄຂບັນຫາພາວະການຂາດສານອາຫານໃນ ສປປລາວ. ຜົນການຄົ້ນຄວ້າໃໝ່ທີ່ໄດ້ຖືກນໍາສະເໜີໃນມື້ນີ້ຈະຊ່ວຍໃຫ້ຜູ້ວາງນະໂຍບາຍ ເເລະ ວິຊາການດ້ານໂພຊະນາການສາມາດວາງແຜນ, ປະເມີນງົບປະມານ ແລະ ຕິດຕາມການດໍາເນີນວຽກງານດ້ານໂພຊະນາການໃຫ້ມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ ພ້ອມກັນນັ້ນຍັງຈະສາມາດຊ່ວຍໃນການຄົ້ນຫາວິທີເເບບໃໝ່ໆ ໃນການແກ້ໄຂສິ່ງທ້າທາຍດ້ານໂພຊະນາການເພີ່ມຂຶ້ນ,”

ບາງຜົນການຄົ້ນຄ້ວາໃນກອງປະຊຸມໄດ້ສະເເດງໃຫ້ເຫັນວ່າ: ຍັງມີຄວາມທ້າທາຍຫຼາຍປະການໃນການເຂົ້າເຖິງອາຫານທີ່ມີຄວາມຫຼາກຫຼາຍ ແລະ ຄວາມຖີ່ ຂອງການບໍລິໂພກອາຫານ ໃນກຸ່ມເດັກທີ່ມີອາຍຸລຸ່ມ 5 ປີ ໂດຍສະເພາະຢູ່ໃນເຂດຊົນນະບົດ ຫຼື ກຸ່ມຊົນເຜົ່າໃນບາງແຂວງ ນອກນີ້ຜົນການຄົ້ນຄ້ວາຍັງໄດ້ຍົກໃຫ້ເຫັນເຖີງຄວາມສໍາຄັນຂອງການສົ່ງເສີມຄວາມຮູ້ດ້ານໂພຊະນາການໃຫ້ກັບບັນດາແມ່ ເພື່ອປັບປຸງພຶດຕິກຳໃນການໃນການລ້ຽງດູເດັກນ້ອຍ ແລະ ສະຫວັດດີການດ້ານໂພຊະນາການໃນອານາຄົດ ຄວບຄູ່ໄປກັບຄວາມຈໍາເປັນໃນການປັບປຸງຄຸນ​ນະ​ພາບ​ຂອງອາ​ຫານ​ໃນ ສປປລາວ ໂດຍສະເພາະແມ່ນຫຼຸດຜ່ອນການບໍລິໂພກອາຫານສໍາເລັດຮູບ ແລະ ເຂົ້້າໜົມຫວານໃນກຸ່ມນັກຮຽນ.

ນອກຈາກການນຳສະເໜີຜົນການຄົ້ນຄວ້າເເລ້ວ ກອງປະຊຸມຍັງໄດ້ຖືໂອກາດນີ້ເພື່ອເປີດໂຄງການ NIPN ໄລຍະ 2 (2023-2025).

ທ່ານ Niall Leonard, ອຸປະທູດສະຫະພາບ ເອີຣົບ ປະຈຳ ສປປລາວ ໄດ້ອະທິບາຍວ່າ: “ການເປີດຕົວໂຄງການໄລຍະ​ທີ 2 ຂອງໂຄງການ NIPN ເປັນຂີດໝາຍອັນສໍາຄັນໃນວຽກງານໂພຊະນາການຂອງ ສປປລາວ ຈຸດສຸມຂອງພວກເຮົາໃນໄລຍະໃຫມ່ນີ້ແມ່ນການຜັນຂະຫຍາຍໂຄງການນີ້ໄປຂັ້ນເເຂວງ ແລະ ຮັບປະກັນການຈັດຕັ້ງປະຕິບັດໂຄງການແບບຍືນຍົງ ໂດຍຖອດຖອນບົດຮຽນຈາກການຜົນການປະເມີນໂຄງການໄລຍະທີ 1 ນອກຈາກນີ້ທ່ານຍັງໄດ້ກ່າວຕື່ມວ່າ: ສະຫະພາບເອີຣົບ ມີຄວາມພູມໃຈທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປລາວ ເພື່ອສະໜັບສະໜຸນການຈັດຕັ້ງປັດຕິບັດຍຸດທະສາດແຫ່ງຊາດດ້ານໂພຊະນາການ ປີ 2016-2025.”

ທ່ານ Arturo Romboli, ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ປະຈໍາ ສປປ ລາວ ກ່າວວ່າ: “ຜົນຂອງກອງປະຊຸມໃນຄັ້ງນີ້ຈະຊ່ວຍປະກອບສ່ວນເຂົ້າໃນການປຶກສາຫາລືຕໍ່ ກອງປະຊຸມແຫ່ງຊາດດ້ານໂພຊະນາການ ໃນປີນີ້ກ່ຽວກັບ ວິທີທີ່ພວກເຮົາຈະສາມາດຕອບສະໜອງຄວາມຕ້ອງການດ້ານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ. ໃນຈຸດນີ້, ການປະສານງານລະຫວ່າງຂະເເໜງການຕ່າງໆຂອງລັດຖະບານນັ້ນ ມີຄວາມສໍາຄັນຫຼາຍ ແລະ ອົງການສະຫະປະຊາຊາດສໍາລັບເດັກ ຮູ້ສຶກເປັນກຽດທີ່ໄດ້ເຮັດວຽກຄຽງຄູ່ກັບລັດຖະບານແຫ່ງ ສປປ ລາວ ແລະ ຄູ່ຮ່ວມມືຂອງພວກເຮົາເຊັ່ນ: ສະຫະພາບເອີຣົບ, ເພື່ອປັບປຸງສະພາບຂອງ ແມ່ຍິງ ແລະ ເດັກນ້ອຍທຸກຄົນ ໃນ ສປປ ລາວ.”

ນອກຈາກນີ້, ໂຄງການ NIPN ໄດ້ນໍາສະເໜີກ່ຽວກັບກະດານຂ່າວອອນລາຍ ແລະ ຖານຂໍ້ມູນຂ່າວສານແຫ່ງຊາດ ດ້ານໂພຊະນາການ ຂອງ NIPN ສະບັບໃໝ່ໃນກອງປະຊຸມຄັ້ງນີ້. ກະດານຂ່າວອອນລາຍ ແລະ ຖານຂໍ້ມູນ NIPN ສະບັບທໍາອິດໄດ້ຖືກເປີດຕົວຂຶ້ນ ໃນປີ 2021 ໂດຍມີຈຸດປະສົງຊ່ວຍລັດຖະບານແຫ່ງ ສປປລາວ ໃນການຕິດຕາມຕົວຊີ້ວັດດ້ານໂພຊະນາການໃນລະດັບປະເທດ ແລະ ແຂວງ ທ່ານສາມາດເຂົ້າຊົມກະດານຂ່າວອອນລາຍ ແລະ ຖານຂໍ້ມູນນີ້ໄດ້ຜ່ານ: https://nipn.lsb.gov.la/

ກອງປະຊຸມເຜີຍແຜ່ປະຈໍາປີ ຄັ້ງທີ IV ຂອງໂຄງການ NIPN ນີ້ໄດ້ຖືກຈັດຂຶ້ນເປັນສ່ວນໜຶ່ງຂອງກອງປະຊຸມແຫ່ງຊາດ ດ້ານໂພຊະນາການ ຄັ້ງທີ VIII ທີ່ຈະໄດ້ຈັດຂຶ້ນໃນວັນທີ 21 ກຸມພາ 2023 ເຊິ່ງເປັນກອງປະຊຸມປະຈໍາປີທີ່ໃຫຍ່ທີ່ສຸດ ໂດຍມີການເຂົ້າຮ່ວມປຶກສາຫາລືກັບບັນດາຜູ້ມີສ່ວນຮ່ວມໃນທົ່ວປະເທດ ກ່ຽວກັບບູລິມະສິດ ແລະ ສິ່ງທ້າທາຍດ້ານໂພຊະນາການໃນ ສປປລາວ ໃນແຕ່ລະໄລຍະ.

LEAVE A REPLY

Please enter your comment!
Please enter your name here