Saturday, September 21, 2024
Homeຂ່າວຕ່າງປະເທດນັກທ່ອງທ່ຽວຈີນ ສ້າງຄວາມໝັ້ນໃຈໃຫ້ແກ່ທຸລະກິດທ່ອງທ່ຽວເຄນຢາ

ນັກທ່ອງທ່ຽວຈີນ ສ້າງຄວາມໝັ້ນໃຈໃຫ້ແກ່ທຸລະກິດທ່ອງທ່ຽວເຄນຢາ

ຂ່າວສານຊີອາໄອລາຍງານ ເມື່ອບໍ່ດົນມານີ້, ຫຼັງຈາກຈີນຟື້ນຟູການທ່ອງທ່ຽວຕ່າງປະເທດແບບເປັນໝູ່ຄະນະ ກຸ່ມນັກທ່ອງທ່ຽວຈີນທີ່ໄປທ່ອງທ່ຽວເຄນຢາກຸ່ມທຳອິດໄດ້ເດີນທາງໄປເຖິງນະຄອນຫຼວງໄນໂຣບີ ໂດຍມີບຸກຄົນດ້ານແວດວົງອຸດສາຫະກຳການທ່ອງທ່ຽວເຄນຢາ ໄດ້ຈັດພິທີຕ້ອນຮັບນັກທ່ອງທ່ຽວຈີນທີ່ສະໜາມບິນທ້ອງຖິ່ນ. ເຈົ້າໜ້າທີ່ອົງການທ່ອງທ່ຽວເຄນຢາກ່າວວ່າ: ການທີ່ຄະນະນັກທ່ອງທ່ຽວຈີນເດີນທາງມາເຖິງເຄນຢາ ເປັນສັນຍາລັກທີ່ເຄນຢາຟື້ນຟູການເຊື່ອມຕໍ່ກັບຕະຫຼາດນັກທ່ອງທ່ຽວໃຫຍ່ທີ່ສຸດໃນໂລກແລ້ວໃນອະນາຄົດ ເຄນຢາຈະສາມາດເສີມສ້າງຄວາມສຳພັນ ແລະ ການຮ່ວມມືກັບຈີນຢ່າງຕໍ່ເນື່ອງ ເພື່ອດຶງດູດນັກທ່ອງທ່ຽວຈີນຫຼາຍຍິ່ງຂຶ້ນ. ອີກຢ່າງໜຶ່ງ, ເຄນຢາເປັນປະເທດທີ່ມີຊັບພະຍາກອນການທ່ອງທ່ຽວອັນອຸດົມສົມບູນ ຊຶ່ງການທ່ອງທ່ຽວເປັນໜຶ່ງໃນທຸລະກິດກະດູກສັນຫຼັງຂອງເຄນຢາ ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເຄນຢາຮອງຮັບນັກທ່ອງທ່ຽວຕ່າງປະເທດປະມານປີລະ 2 ລ້ານຄົນ ໃນໄລຍະເກີດການແຜ່ລະບາດຂອງພະຍາດໂຄວິດ-19 ນັກທ່ອງທ່ຽວຕ່າງປະເທດຫຼຸດລົງເຫຼືອບໍ່ເຖິງ 9 ແສນຄົນ ດັ່ງນັ້ນ, ການຟື້ນຄືນມາຂອງນັກທ່ອງທ່ຽວຈີນ ຜູ້ປະກອບທຸລະກິດການທ່ອງທ່ຽວຂອງເຄນຢາໄດ້ເພີ່ມຄວາມໝັ້ນໃຈຕໍ່ຕະຫຼາດທ່ອງທ່ຽວໃນປີນີ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments