Saturday, September 21, 2024
Homeຂ່າວໜ້າໜຶ່ງກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ 2022

ກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດທົ່ວປະເທດປະຈຳປີ 2022

ກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງໄພພິບັດ ທົ່ວປະເທດປະຈຳປີ 2022 ຂຶ້ນໃນວັນທີ 17 ກຸມພາ ນີ້ ທີ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ (ຄພສ) ຊຶ່ງມີທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮອງປະທານ (ຜູ້ປະຈຳການ) ຄພສ, ຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍກອງເລຂາ ຄພສ ແລະ ຂັ້ນແຂວງເຂົ້າຮ່ວມ.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນ ໄດ້ສືບຕໍ່ຮ່ວມກັນປຶກສາຫາລື, ແລກປ່ຽນຄວາມຄິດເຫັນຊອກຫາວິທີທາງໃນການແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ເພື່ອເປັນເອກະພາບກັນຈັດຕັ້ງປະຕິບັດໃນປີ 2023 ນີ້ໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ, ການກໍານົດຮັບຮອງເອົາແຜນກຽມພ້ອມຕອບໂຕ້ໄພພິບັດປີ 2023 ແລະ ການເອກະພາບໃນວິທີການຕ່າງໆ ໃນການສ້າງກອງທຶນໃຫ້ເປັນຮູບປະທໍາໂດຍສະເພາະການເປີດບັນຊີກອງທຶນ ແລະ ແຫຼ່ງງົບປະມານຕ່າງໆ ທີ່ຈະເຂົ້າມາໃສ່ກອງທຶນຄຸ້ມຄອງໄພພິບັດເພື່ອເຮັດໃຫ້ບັນດາເອກະສານທີ່ຜ່ານກອງປະຊຸມໃນຄັ້ງນີ້ມີຄວາມສົມບູນຄົບຖ້ວນ.

ທ່ານ ວົງຄຳ ພັນທະນຸວົງ ຫົວໜ້າກົມສັງຄົມສົງເຄາະ ຫົວໜ້າກອງເລຂາ ຄພສ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ຄພສປະຈຳປີ 2022 ແລະ ທິດທາງແຜນການປີ 2023 ວ່າ: ໃນໄລຍະ1 ປີຜ່ານມາໄດ້ມີເຫດການໄພພິບັດເກີດຂຶ້ນໃນຂອບເຂດທົ່ວປະເທດ ໂດຍສະເພາະໄພພິບັດທາງດ້ານລົມພາຍຸພັດ, ໄຟໄໝ້, ຟ້າຜ່າ, ນໍ້າຖ້ວມ ແລະ ສັດຕູພືດລະບາດ ຊຶ່ງໃນປີ 2022 ມີໄພພິບັດທີ່ເກີດຂຶ້ນທັງໝົດ 96 ຄັ້ງ, ສົ່ງຜົນກະທົບໂດຍກົງໃຫ້ແກ່18 ແຂວງມີ142 ເມືອງ, 1.162 ບ້ານ, 47.513 ຄອບຄົວ, 222.302 ຄົນ ຍິງ 109.694 ຄົນ, ບາດເຈັບ 10 ຄົນ, ເສຍຊີວິດ 10 ຄົນ, ເນື້ອທີ່ທຳການຜະລິດເສຍຫາຍ 17.013,76 ເຮັກຕາ, ໜອງປາ 1.883 ແຫ່ງ, ສັດລ້ຽງ 110.744 ໂຕ, ຊົນລະປະທານ ແລະ ຄອງເໝືອງ 5.767 ແຫ່ງ, ເສັ້ນທາງເສຍຫາຍ 981 ເສັ້ນ, ຂົວ 96 ແຫ່ງ, ເສົາໄຟຟ້າ 570 ຕົ້ນ, ໂຮງຮຽນ 44 ແຫ່ງ, ນໍ້າລິນ 23 ແຫ່ງ, ໂຮງໝໍ ແລະ ສຸກສາລາ 11 ແຫ່ງລວມມູນຄ່າເສຍຫາຍທີ່ສົ່ງຜົນກະທົບໃຫ້ແກ່ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງ ລວມມູນຄ່າເສຍຫາຍທັງໝົດ 1,359 ຕື້ກ່ວາກີບ ແລະ ໄດ້ຮັບຜົນກະທົບຈາກພາຍຸ 3 ຫົວຄື: ພາຍຸ MULAN, ພາຍຸມາອອນ MA-ON ແລະ ພາຍຸ NORU ຊຶ່ງປະຊາຊົນໄດ້ຮັບຜົນກະທົບລວມມີ 16 ແຂວງມີ 119 ເມືອງ, 1.141 ບ້ານ, 47.161 ຄອບຄົວ, 221.061 ຄົນຍິງ 109.076 ຄົນ, ບາດເຈັບ 10 ຄົນ, ເສຍຊີວິດ 10 ຄົນ ແລະ ທາງດ້ານສັງຄົມ, ການຜະລິດ ແລະ ພື້ນຖານໂຄງລ່າງໄດ້ຮັບຜົນກະທົບຢູ່ 3 ແຂວງ ລວມມູນຄ່າເສຍຫາຍ 1,300 ຕື້ກວ່າກີບ.

(ຂ່າວ-ພາບ: ວັນເພັງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments