Sunday, September 22, 2024
Homeຂ່າວກິລາເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ

ເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ

ງານແຂ່ງຂັນກິລາ ເປຕັງທົ່ວປະເທດ ຄັ້ງທີ XII ຊິງຂັນພະນະທ່ານນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ໄດ້ເປີດຂຶ້ນ ໃນວັນທີ 16 ກຸມພາ ແລະ ຈະໄດ້ດໍາເນີນໄປເຖິງ ວັນທີ 18 ກຸມພາ 2023 ທີ່ສະໜາມກິລາແຂວງຄຳມ່ວນ ເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍຄະນະຄູຝຶກ, ນັກກິລາ ຈາກ 13 ພາກສ່ວນ ໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ທ່ານ ແກ້ວອຸດອນ ບຸດສີງຂອນ ຮອງເຈົ້າແຂວງຄຳມ່ວນ ປະທານຈັດງານ ໄດ້ກ່າວເຖິງການກະກຽມຄວາມພ້ອມ ໃນການເປັນເຈົ້າພາບເປີດງານແຂ່ງຂັນກິລາເປຕັງໃນຄັ້ງນີ້ວ່າ: ແຂວງຄໍາມ່ວນ ໄດ້ເປີດກວ້າງ ເຊື້ອເຊີນທຸກກະຊວງ, ທຸກແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມໃນງານດັ່ງກ່າວ, ແຕ່ການເຂົ້າຮ່ວມຕົວຈິງມີທັງຫມົດ: 13 ພາກສ່ວນ ໃນນັ້ນ: ມາຈາກ ແຂວງຫຼວງນໍ້າທາ, ຜົ້ງສາລີ, ແຂວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ສາລະວັນ, ອັດຕະປື, ເຊກອງ, ຄຳມ່ວນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງປ້ອງກັນຄວາມສະຫງົບ ແລະ ສໍານັກນາຍົກລັດຖະມົນຕີ, ມີຈໍານວນຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າ ຮ່ວມທັງຫມົດ ຈຳນວນ 229 ຄົນ.

ເຊິ່ງໃນງານດັ່ງກ່າວຈະໄດ້ມີການຊິງຫລຽນລາງວັນ ທັງຫມົດ 36 ຫລຽນ, ໃນນັ້ນ ຫລຽນຄໍາ 9 ຫລຽນ, ຫລຽນເງິນ 9 ຫລຽນ ແລະ ຫລຽນທອງ 18 ຫລຽນ, ພ້ອມດ້ວຍເງິນລາງວັນ ຈຳນວນໜຶ່ງ ແລະ ທີມທີ່ໄດ້ຄອງຫລຽນຄໍາ ຈະໄດ້ຮັບກຽດຄອງຂັນ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄປຄອງ. ໂດຍຜ່ານການຄົ້ນຄວ້າໃນກອງປະຊຸມຄະນະກໍາມະການຝ່າຍເຕັກນິກ ໄດ້ຈັດໃຫ້ມີການແຂ່ງຂັນທັງໝົດ 700 ກວ່າຄັ້ງ, ມີສະໜາມແຂ່ງຂັນ 4 ແຫ່ງ, ໃຊ້ເວລາໃນການແຂ່ງຂັນ 3 ມື້ເຄິ່ງ, ນັບແຕ່ເຊົ້າວັນທີ 15 ກຸມພາ 2023 ເປັນຕົ້ນໄປ ແລະ ຈະໄດ້ສະຫລຸບມອບລາງວັນໃນຕອນບ່າຍ ຂອງວັນທີ 18 ກຸມພາ 2023.

ໂອກາດດັ່ງກ່າວ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສ ປ ປ ລາວ ໄດ້ກ່າວເປີດງານແຂ່ງຂັນກິລາເປຕັງທົ່ວປະເທດຄັ້ງທີ XII ໂດນທ່ານໄດ້ສະແດງຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈ ທີ່ໄດ້ເຂົ້າຮ່ວມພິທີເປີດງານດັ່ງກ່າວ ຊຶ່ງໄດ້ໄຂຂຶ້ນຢູ່ດິນແດນວິລະຊົນ, ດິນແດນອູ່ ເຂົ້າອູ່ປາ ແລະ ດິນແດນ ທຳມະຊາດ ທີ່ສວຍສົດງົດງາມ, ຜ່ານການຫ້າງຫາກະກຽມເງື່ອນໄຂ ແລະ ປັດໄຈຕ່າງໆ ເພື່ອຮອງຮັບການເປັນເຈົ້າພາບໃນງານແຂ່ງຂັນໃນຄັ້ງນີ້, ມາຮອດເວລານີ້ເຫັນວ່າມີຄວາມພ້ອມ 100% ແລະ ເຊື່ອໝັ້ນວ່າ ບັນດາທ່ານຄະນະນໍາ, ກໍາມະການຕັດສິນ, ຄະນະຄູຝຶກ ແລະ ນັກກິລາທຸກຄົນ ຈະເສີມຂະຫຍາຍຈິດໃຈຟົດຟື້ນປະຕິວັດ ເຮັດໃຫ້ງານແຂ່ງຂັນດຳເນີນໄປດ້ວຍບັນຍາກາດທີ່ດີ, ມີຄວາມສາມັກຄີທີ່ຫນັກແຫນ້ນ.

ພາບ-ຂ່າວ:ວິທະຍຸຄຳມ່ວນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments