Sunday, September 22, 2024
Homeຂ່າວກິລານະຄອນຫຼວງ ຄອງເຈົ້າຫຼຽນຄຳ ກີລາຍົກນໍ້າໜັກ ໃນຊຽງຂວາງ ພາຣາເກມ 2023

ນະຄອນຫຼວງ ຄອງເຈົ້າຫຼຽນຄຳ ກີລາຍົກນໍ້າໜັກ ໃນຊຽງຂວາງ ພາຣາເກມ 2023

ການແຂ່ງຂັນກີລາຍົກນໍ້າໜັກ ຊຽງຂວາງ ພາຣາ ເກມ 2023 ມື້ສຸດທ້າຍ ມີຂຶ້ນວັນທີ 15 ກຸມພາ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ມີການຊີງໄຊທັງໝົດ 6 ລາຍການ​ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນຕ່າງໆໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ຫຼື ສສກ​ ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາເກມ ແລະ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາເກມ​ ມີບັນດາການນຳຂັ້ນແຂວງ ແລະ ທ້ອງຖິ່ນ ຄະນະນຳ ຄູເຝິກນັກກີລາ ແລະ ມວນຊົນເຂົ້າຮ່ວມ.

ຜ່ານການແຂ່ງຂັນຜົນປາກົດວ່າ: ຮຸ່ນນໍ້າໜັກ 72 ກິໂລ ທ້າວ ນ້ອຍ ສີໂສພາ ຈາກນະຄອນຫຼວງ (ນວ) ຍາດໄດ້ 2 ຫຼຽນຄຳ ຈາກຜົນການຍົກ 2 ຄັ້ງ ຈາກຄະແນນລວມ ແລະ ຄະແນນສູງສຸດ ທ້າວ ສົງການ ດວງຫາວິໄລ ຈາກແຂວງໄຊສົມບູນ ໄດ້ 2 ຫຼຽນເງິນ ຈາກຄະແນນລວມ ແລະ ຄະແນນສູງສຸດ ທ້າວ ສົມທອງ ຫຼ້າມະນີ ຈາກແຂວງຜົ້ງສາລີ ໄດ້ 2 ຫຼຽນທອງ ຈາກຄະແນນລວມ ແລະ ຄະແນນສູງສຸດ ຮຸ່ນນໍ້າໜັກ 80 ກິໂລ ທ້າວ ພຸດທະວົງ ສີສະແຫວງສຸກ ຈາກແຂວງຄໍາມ່ວນ ຍາດໄດ້ 2 ຫຼຽນຄຳ ຈາກຜົນການຍົກ 2 ຄັ້ງ ຈາກຄະແນນລວມ ແລະ ຄະແນນສູງສຸດ ແລະ ທ້າວ ຄຳສຸກ ໄຊ ຈາກແຂວງຜົ້ງສາລີ ໄດ້ 2 ຫຼຽນເງິນ ຈາກຄະແນນລວມ ແລະ ຄະແນນສູງສຸດ ຮຸ່ນນໍ້າໜັກ 59 ກິໂລ ທ້າວ ແນ໋ ຄຳຟອງ ຈາກແຂວງໄຊສົມບູນ ຍາດໄດ້ 1 ຫຼຽນຄຳ ຈາກຄະແນນສູງສຸດ ແລະ 1 ຫຼຽນເງິນ ຈາກຄະແນນລວມ ທ້າວ ຄຳນ້ອຍ ບາດາກ ຈາກແຂວງເຊກອງ ຍາດໄດ້ 1 ຫຼຽນເງິນ ຈາກຄະແນນລວມ ແລະ ທ້າວ ຄຳເກັ່ງ ພົມມະວົງ ຈາກແຂວງສະຫວັນນະເຂດ ໄດ້ 1 ຫຼຽນທອງ ຈາກຄະແນນລວມ ແລະ ໃນຮຸ່ນດຽວກັນ ຫຼຽນຄຳ ຄະແນນສູງສຸດ ເປັນຂອງທ້າວ ຈັນທອມ ຈາກ ນວ ແລະ ຫຼຽນເງິນຄະແນນສູງສຸດ ແມ່ນທ້າວ ຄຳພິວ ທັນຍະສິດ ຈາກແຂວງຜົ້ງສາລີ.

ສ່ວນຮຸ່ນນໍ້າໜັກ 65 ກິໂລ ທ້າວ ສຸກ ທະວຽງ ຈາກແຂວງຜົ້ງສາລີ ຍາດໄດ້ 2 ຫຼຽນຄຳ ຈາກຜົນການຍົກ 2 ຄັ້ງ ຈາກຄະແນນລວມ ແລະ ຄະແນນສູງສຸດ ທ້າວ ສຸດໃຈ ສາຍຕີ ຈາກ ນວ ໄດ້ 2 ຫຼຽນເງິນ ຈາກຄະແນນລວມ ແລະ ຄະແນນສູງສຸດ ທ້າວ ສີ ຢ່າງ ຈາກແຂວງໄຊສົມບູນ ໄດ້ 2 ຫຼຽນທອງ ຈາກຄະແນນລວມ ແລະ ຄະແນນສູງສຸດ ການແຂ່ງຂັນກີລາຍົກນໍ້າໜັກ ຊຽງຂວາງ ພາຣາເກມ 2023 ຊຶ່ງມີການຊີງໄຊກັນທັງໝົດ 16ຫຼຽນຄຳ ມີນັກກີລາຈາກ 13 ແຂວງ ແລະ 1 ນະຄອນຫຼວງ​ ມີນັກກິລາຊາຍ 44 ຄົນ ແລະ ນັກກິລາຍິງ 6 ຄົນ ອັນດັບທີ 1 ແມ່ນ ນວ ຄອງເຈົ້າຫຼຽນຄຳ ໂດຍສາມາດຍາດໄດ້ 5 ຫຼຽນຄຳ 6 ຫຼຽນເງິນ​ ອັນດັບທີ 2 ແຂວງຜົ້ງສາລີ ຍາດໄດ້ 2 ຫຼຽນຄຳ​2 ຫຼຽນເງິນ ແລະ 2 ຫຼຽນທອງ ອັນດັບທີ 3 ຮ່ວມ ແຂວງຄຳມ່ວນ ແລະ ແຂວງວຽງຈັນ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ ເທົ່າກັນ ອັນດັບທີ 4 ແຂວງເຊກອງ 2 ຫຼຽນຄໍາ 1 ຫຼຽນເງິນ ແລະ 1 ຫຼຽນທອງ ແລະ ອັນດັບທີ 5 ແຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄຳ ແລະ ແຂວງໄຊສົມບູນ 1 ຫຼຽນຄໍາ​ 3 ຫຼຽນເງິນ ແລະ 2 ຫຼຽນທອງ

#vientianemai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments