Saturday, September 21, 2024
Homeຂ່າວການເມືອງປາຖະກະຖາ ວັນຄ້າຍວັນເກີດ ຂອງ ສະຫາຍ ກິມ ເຈີງ ອິນ

ປາຖະກະຖາ ວັນຄ້າຍວັນເກີດ ຂອງ ສະຫາຍ ກິມ ເຈີງ ອິນ

ໃນວັນທີ 15 ກຸມພາ ນີ້ ທີ່ວິທະຍາຄານກົມມະດໍາ, ສະມາຄົມ ມິດຕະພາບ ລາວ – ສປປ ເກົາຫຼີ ແລະ ວິທະຍາຄານກົມມະດໍາ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດ ຂອງ ສະຫາຍ ກິມ ເຈີງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ຕະຫຼອດການ ປະທານຄະນະກໍາມາທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ ຄົບຮອບ 81 ປີ (16/2/1942 – 16/2/2023) ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ອໍານວຍການວິທະຍາຄານກົມມະດໍາ, ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າ ຄະນະພົວ ພັນຕ່າງປະເທດສູນກາງພັກ, ມີບັນດາສະຫາຍການນໍາ, ຄະນະກົມ, ຄະນະພະແນກ, ພະນັກງານ, ນາຍ ແລະ ພົນທະຫານ, ນັກຮຽນນັກສຶກສາ ແລະ ແຂກທີ່ມາຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ການຈັດປາຖະກະຖາໃນຄັ້ງນີ້ ເປັນນິມິດໝາຍອັນດີງາມທີ່ພັກ ແລະ ລັດຖະບານ ກໍຄື ປະຊາຊົນ ສປປ ເກົາຫຼີ ໃນທົ່ວປະເທດ ໄດ້ມີການຈັດຕັ້ງງານສະເຫຼີມສະຫຼອງໂຮມຊຸມນຸມ ເພື່ອລະນຶກວັນທີ່ມີຄວາມໝາຍຄວາມສຳຄັນນີ້, ພັກ ແລະ ລັດ ຖະບານແຫ່ງ ສປປ ລາວ ໄດ້ມອບໃຫ້ ສະມາຄົມມິດຕະພາບ ລາວ – ສປປ ເກົາຫຼີ ແລະ ວິທະຍາຄານກົມມະດໍາຮ່ວມກັບສະຖານເອກ ອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈໍາ ສປປ ລາວ ເປັນເຈົ້າພາບຈັດປາຖະກະຖາ ເພື່ອລະນຶກ ເຖິງວັນອັນມີຄວາມໝາຍດັ່ງກ່າວຂອງປະຊາຊົນ ສປປ ເກົາຫຼີ.

ໃນພິທີອັນມີຄວາມໝາຍສໍາຄັນນີ້ ສະຫາຍ ລີ ຢົງ ຊົນ ໄດ້ກ່າວຍ້ອງຍໍເຖິງຜົນງານການ ນໍາພາຂອງ ສະຫາຍ ກິມ ເຈີງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ຕະຫຼອດການ ປະທານຄະນະກໍາມາທິການປ້ອງກັນຊາດແຫ່ງ ສປປ ເກົາຫຼີ ຕະຫຼອດການ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາ ແລະ ທິດທາງໃນການນໍາພາປະເທດຊາດກ້າວສູ່ປະເທດສັງຄົມນິຍົມຂອງ ສປປ ເກົາຫຼີ ສະພາບການພັດທະນາຂອງ ສປປ ເກົາຫຼີ ພາຍ ໃຕ້ການນໍາພາ ຂອງພັກ ແຮງງານເກົາຫຼີ ບົນເສັ້ນທາງສູ່ຈຸດໝາຍສັງຄົມນິຍົມ, ພ້ອມດຽວກັນນີ້ ກໍຍັງໄດ້ຍົກໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ ແລະ ສປປ ເກົາຫຼີ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຮັບການພັດທະນາເພີ່ມພູນຄູນສ້າງດ້ວຍດີຕະຫຼອດມາ. ຫຼັງຈາກນັ້ນ ກໍໄດ້ຊົມການ ສະແດງສີລະປະຂອງ ລາວ ແລະ ສປປ ເກົາຫຼີ.

ຂ່າວ-ພາບ: ຄຕພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments