Saturday, September 21, 2024
Homeຂ່າວຕ່າງປະເທດຫວຽດນາມ ແລະ ອາເມຣິກາ ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ

ຫວຽດນາມ ແລະ ອາເມຣິກາ ຊຸກຍູ້ການພົວພັນເສດຖະກິດ, ການຄ້າ ແລະ ການລົງທຶນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 14 ກຸມພາ ຜ່ານມາ, ຢູ່ສຳນັກງານລັດຖະບານ ຫວຽດນາມ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ ແຄັດເທີຣິນ ທາຍ ຜູ້ຕາງໜ້າດ້ານການຄ້າຂອງ ອາເມຣິກາ ທີ່ພວມຢ້ຽມຢາມ, ເຮັດວຽກ ຢູ່ ຫວຽດນາມ ໃນລະຫວ່າງວັນທີ 12 ເຖິງ 15 ກຸມພາ.

ຂ່າວລະບຸວ່າ: ໃນການຕ້ອນຮັບ, ທ່ານ ຟ້າມມິງຈິງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍຖືສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມຣິກາ ແລະ ປາຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແທດຈິງ, ໝັ້ນຄົງ, ເຂົ້າສູ່ລ່ວງເລິກ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ກັນ; ຊຸກຍູ້ເປີດກວ້າງການຮ່ວມມືໃນບັນດາຂົງເຂດ ທີ່ມີຄວາມສາມາດບົ່ມຊ້ອນ ເຊັ່ນ: ການຫັນເປັນດີຈີຕອນ, ການຫັນເປັນສີຂຽວ, ກະສິກຳຍືນຍົງ, ການຫັນປ່ຽນພະລັງງານ ແລະ ຮັກສາສະພາບແວດລ້ອມ, ພ້ອມກັນແກ້ໄຂບັນດາບັນຫາໃນການພົວພັນເສດຖະກິດ, ການຄ້າ. ຈາກນັ້ນ, ສ້າງເງື່ອນໄຂສະດວກໃຫ້ປະເພດສິນຄ້າສົ່ງອອກ ຂອງຫວຽດນາມ ເຂົ້າສູ່ຕະຫຼາດ ອາເມຣິກາ. ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານ ຟ້າມມິງຈິງ ໄດ້ຢືນຢັນວ່າ: ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ກັບອາເມຣິກາ ແລະ ບັນດາພື້ນຖານເສດຖະກິດ ສະມາຊິກ APEC ມຸ່ງໄປສູ່ຄວາມສຳເລັດຂອງ ປີ APEC 2023.

ສ່ວນທ່ານນາງ ແຄັດເທີຣິນ ທາຍ ຜູ້ຕາງໜ້າດ້ານການຄ້າຂອງ ອາເມຣິກາ ຢືນຢັນວ່າ: ອາເມຣິກາ ຍາມໃດກໍຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ; ປາຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າສອງຝ່າຍ, ເພີ່ມທະວີການແລກປ່ຽນກ່ຽວກັບແຮງງານ, ສະພາບແວດລ້ອມ, ການຄ້າດີຈີຕອນ, ກະສິກຳ ແລະ ຊັບສິນທາງປັນຍາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments