Sunday, September 22, 2024
Homeຂ່າວການເມືອງປະກາດແຕ່ງຕັ້ງຮອງປະທານສານປະຊາຊົນສູງສຸດ

ປະກາດແຕ່ງຕັ້ງຮອງປະທານສານປະຊາຊົນສູງສຸດ

ໃນວັນທີ 16 ກຸມພາ ນີ້ ທີ່ສານປະຊາຊົນສູງສຸດ ໄດ້ຈັດພິທີ ປະກາດແຕ່ງຕັ້ງ ຮອງປະທານສານ ປະຊາຊົນສູງສຸດ,ພາຍໃຕ້ການເປັນປະທານຂອງທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ພ້ອມດ້ວຍພະນັກງານນຳພາ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ໄດ້ຜ່ານ ລັດຖະດຳລັດຂອງປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ຮອງປະທານສານປະຊາຊົນສູງສຸດ,ໂດຍແຕ່ງຕັ້ງ ທ່ານ ຄູນ ຜາສຸກຄະນະປະຈຳພັກຜູ້ພິພາກສາຊັ້ນສີ່ສະມາຊິກສະພາຜູ້ພິພາກສາຫົວໜ້າຄະນະສານແພ່ງ ສານປະຊາຊົນສູງສຸດ ເປັນຮອງປະທານສານປະຊາຊົນສູງສຸດ ແລະ ທ່ານ ອານົງ ຍອຍສາຍຄຳ ກຳມະການຄະນະບໍລິຫານງານພັກປະທານກວດກາຄະນະພັກ ສານປະຊາຊົນສູງສຸດຫົວໜ້າກົມກວດກາ ສານປະຊາຊົນສູງສຸດ ເປັນຮອງປະທານສານປະຊາຊົນສູງສຸດ.

ທ່ານ ນາງ ວຽງທອງ ສີພັນດອນ ໂອ້ລົມຕໍ່ພິທີວ່າ:ສະແດງຄວາມຊົມເຊີຍຕໍ່ 2 ທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ຕ້ອງພ້ອມກັບໝູ່ຄະນະປະທານ ເພື່ອປະຕິບັດມະຕິ, ຄຳສັ່ງ, ນິຕິກຳທີ່ກ່ຽວຂ້ອງ ກ່ຽວກັບການແບ່ງງານ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະປະທານ ທັງ 5 ທ່ານ; ໃນນັ້ນ ຈົ່ງໄດ້ພ້ອມກັນ ເອົາໃຈໃສ່ຢ່າງແຂງແຮງ ຕໍ່ວຽກງານການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ ພະນັກງານ-ຜູ້ພິພາກສາ ຕົ້ນຕໍແມ່ນ ທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດ ສິນທໍາປະຕິວັດ, ຈັນຍາບັນ-ຈັນຍາທໍາ, ສ້າງຄວາມເຂັ້ມແຂງດ້ານວຽກງານວິຊາສະເພາະ, ວິຊາການ ໃຫ້ນັບມື້ນັບສູງ, ເຮັດໃຫ້ພະນັກງານມີຄວາມຈົງຮັກພັກດີຕໍ່ການຈັດຕັ້ງ ພັກ-ລັດ, ສັດຊື່ບໍລິສຸດຮັບໃຊ້ປະຊາຊົນ ດ້ວຍຄວາມຈິງໃຈ, ມີຄວາມເປັນທໍາ, ເຄົາລົບ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ; ມີການກວດກາຕິດຕາມ, ປະເມີນພະນັກງານ ຢ່າງເປັນປົກກະຕິ ແລະ ໃຫ້ມີການສັງເກດຕີລາຄາຄືນຢ່າງເປັນລະບົບຕໍ່ເນື່ອງ ແລະ ເນັ້ນໃຫ້ເອົາໃຈໃສ່ບາງໜ້າທີ່ຕົ້ນຕໍຄື: (1) ບັນຫາທີ່ເລັ່ງດ່ວນ ແມ່ນວຽກງານຕິດຕາມກວດກາ ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ຕາມທີ່ກໍານົດໄວ້ໃນມາດຕາ 42-44 ຂອງກົດໝາຍວ່າດ້ວຍຜູ້ພິພາກສາໃຫ້ເຂັ້ມງວດຂຶ້ນກວ່າເກົ່າ; ການພິຈາລະນາຂໍລົບລ້າງທາງດ້ານກົດໝາຍ ທີ່ສານຂັ້ນອຸທອນໄດ້ພິພາກສາເປັນຂັ້ນອຸທອນແລ້ວ ເພື່ອຮັບ ປະກັນໃຫ້ການພິພາກສາສະເພາະແຕ່ບັນຫາທາງດ້ານກົດໝາຍ ຕາມກົດໝາຍກໍານົດໄວ້ ຮັບປະກັນບໍ່ໃຫ້ສົ່ງຄະດີກັບໄປ-ມາຫຼາຍຄັ້ງ; (2) ຍົກສູງຄວາມຮັບຜິດຊອບໃນການກວດກາຄໍາຕັດສິນ, ຄໍາພິພາກສາຂອງສານປະຊາຊົນທຸກຂັ້ນ, ເກັບກໍາ, ແຍກປະເພດສະຖິຕິຄະດີໃຫ້ລະອຽດ, ຊັດເຈນ ພ້ອມທັງວິເຄາະວິໄຈດ້ານຕັ້ງໜ້າ, ຂໍ້ຄົງຄ້າງ, ສາເຫດຂອງການດໍາເນີນຄະດີ ໃຫ້ຊັດເຈນ ເພື່ອຊອກຫາວິທີປັບປຸງແກ້ໄຂ; (3) ເອົາໃຈໃສ່ປະຕິບັດຕາມມາດຕາ 39 ຂອງກົດໝາຍວ່າດ້ວຍສານປະຊາຊົນ ສະບັບເລກທີ 22 ລົງວັນທີ 10 ພຶດສະພາ 2017ຊຶ່ງໃນນັ້ນ ຮອງປະທານສານປະຊາຊົນສູງສຸດ ມີສິດນັ່ງເປັນປະທານ ໃນທຸກຄະນະສານຕັດສິນຂອງສານປະຊາຊົນສູງສຸດ; ມີໜ້າທີ່ຊ່ວຍປະທານສານປະຊາຊົນສູງສຸດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຮັບຜິດຊອບວຽກງານໃດໜຶ່ງສະເພາະຕາມການມອບໝາຍຂອງປະທານສານປະຊາຊົນສູງສຸດ ໃນກໍລະນີທີ່ປະທານສານປະຊາຊົນສູງສຸດ ຕິດຂັດ, ຮອງປະທານສານປະຊາຊົນສູງສຸດ ຜູ້ທີ່ໄດ້ຮັບມອບໝາຍເປັນຜູ້ຮັກສາການແທນ; (4)ສືບຕໍ່ນໍາພາອົງການຈັດຕັ້ງມະຫາຊົນ, ນໍາພາ-ຊີ້ນໍາຄະນະຊາວໜຸ່ມ, ສະຫະພັນແມ່ຍິງ ແລະ ສະຫະພັນກໍາມະບານ ໃຫ້ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ ແລະ ຂໍ້ແຂ່ງຂັນຂອງແຕ່ລະອົງການວາງອອກໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຂະບວນການຟົດຟື້ນ ແລະ ມີຜົນສຳເລັດ. ເອົາໃຈໃສ່ປັບປຸງອົງການດັ່ງກ່າວໃຫ້ມີຄວາມໜັກແໜ້ນ,ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກໃຫ້ກາຍເປັນອົງການຈັດຕັ້ງມະຫາຊົນຂອງພັກທີ່ເຂັ້ມແຂງ,ສ້າງໄດ້ຄວາມສາມັກຄີພາຍໃນການຈັດຕັ້ງທີ່ແຂງແຮງ ກາຍເປັນກຳລັງແຮງສັງລວມ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ, ວິຊາການໃຫ້ມີບາດກ້າວບຸກທະລຸໃໝ່. ຖືເອົາຂະບວນການຂອງມະຫາຊົນ ເປັນບ່ອນຝຶກຝົນຫຼໍ່ຫຼອມ, ທົດສອບ, ເລືອກເຟັ້ນໄດ້ຜູ້ພົ້ນເດັ່ນ, ຫ້າວຫັນໃນຂະບວນການ ເພື່ອຂະຫຍາຍເຂົ້າພັກ ແລະ ຮັບໜ້າທີ່ວຽກງານສຳຄັນຂອງພັກ, ຂອງສານປະຊາຊົນ; (5) ເສີມຂະຫຍາຍປະຊາທິປະໄຕຢ່າງເຕັມສ່ວນ, ຊຸມສະຕິປັນຍາ ມີວິທີການແກ້ໄຂ ອັນສໍາຄັນແມ່ນຢາກໃຫ້ບັນດາທ່ານພ້ອມກັນ ສືບຕໍ່ປັບປຸງແກ້ໄຂ ເຮັດໃຫ້ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງທຸກຂອດຂອງ ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງຕາມ ທິດກະທັດຮັດ, ໂປ່ງໃສ, ເຂັ້ມແຂງ, ມີປະສິດພາບ ສິດທິຜົນສູງຂຶ້ນ.

(ຂ່າວ-ພາບ: ອານຸພົນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments