Saturday, September 21, 2024
Homeຂ່າວຕ່າງປະເທດອາຊຽນ ເພີ່ມທະວີການແລກປ່ຽນການຄ້າກັບຍີ່ປຸ່ນ

ອາຊຽນ ເພີ່ມທະວີການແລກປ່ຽນການຄ້າກັບຍີ່ປຸ່ນ

ຕາມຂ່າວຈາກວິທະຍຸສາກົນຫວຽດນາມ ວັນທີ 13 ກຸມພານີ້ ຢູ່ນະຄອນຫລວງຈາກາຕາ ຂອງອິນໂດເນເຊຍ, ທ່ານ Kao Kim Hourn, ເລຂາທິການໃຫຍ່ອາຊຽນ​ເປີດ​ເຜີຍວ່າ: ອົງການພາກພື້ນນີ້ພວມມຸ້ງໜ້າໄປສູ່ການເປີດກ້ວາງ “ຂໍ້ລິເລີ່ມປະຕູດຽວ” ກັບຍີ່ປຸ່ນ ​ໂດຍ​ສະ​ເພາະການເພີ່ມທະວີການຄ້າສອງສົ້ນໃນປີນີ້. ຫລັງ​ຈາກຈັດກອງປະຊຸມ ກ່ຽວກັບການພົວພັນອາຊຽນ-ຍີ່ປຸ່ນ. ນອກຈາກການປະຕິບັດສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ອາຊຽນປາດຖະໜາວ່າ: ຈະສາມາດເປີດກ້ວາງກົນໄກປະຕູດຽວອາຊຽນ (ASW) ກັບຍີ່ປຸ່ນ ເພື່ອສ້າງຄວາມສະດວກໃຫ້ການຄ້າໃນສະພາບປົກກະຕິໃໝ່ ຫລາຍກວ່າເກົ່າ. ໃນວັນດຽວກັນ ຍີ່ປຸ່ນປະກາດ ແຜນການຮ່ວມມືໜູນຊ່ວຍບໍາລຸງສ້າງພະນັກງານໜຸ່ມ ຢູ່ບັນດາປະເທດອາຊຽນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments