Tuesday, September 24, 2024
Homeຂ່າວຕ່າງປະເທດວັນກະຈາຍສຽງໂລກ 2023 ມຸ່ງໄປເຖິງການສ້າງສົງຄົມແຫ່ງສັນຕິພາບ

ວັນກະຈາຍສຽງໂລກ 2023 ມຸ່ງໄປເຖິງການສ້າງສົງຄົມແຫ່ງສັນຕິພາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫົວຂໍ້ວັນກະຈາຍສຽງໂລກ (13 ກຸມພາ) ປີນີ້ : “ການກະຈາຍສຽງ ແລະ ສັນຕິພາບ” ໄດ້ເນັ້ນໜັກເປັນພິເສດເຖິງບົດບາດຂອງການກະຈາຍສຽງໃນການຊຸກຍູ້ຄວາມສະເໝີພາບ, ຄວາມເຂົ້າອົກເຂົ້າໃຈກັນ, ການແບ່ງປັນ, ອອກສຽງຕ້ານຄວາມບໍ່ຍຸຕິທຳໃນສັງຄົມ, ພ້ອມກັນແກ້ໄຂບັນດາສິ່ງທີ່ບໍ່ສາມາດຕົກລົງກັນກັນ ແລະ ການແກ່ງແຍ້ງ ເພື່ອມຸ່ງໄປເຖິງການສ້າງສັງຄົມສັນຕິພາບ ແລະ ມີຄວາມເມດຕາ.

ຂ່າວລະບຸວ່າ: ໃນວັນກະຈາຍສຽງໂລກປີນີ້, ທ່ານ ທາວຟິກ ເຍລາສຊີ ຜູ້ຊ່ວຍວຽກຜູ້ອຳນວຍການໃຫຍ່ຮັບຜິດຊອບວຽກງານຖະແຫຼງຂ່າວ ແລະ ສື່ສານ ຂອງອົງການ UNESCO ໃຫ້ຮູ້ວ່າ: ການກະຈາຍສຽງໄດ້ສະໜອງຂໍ້ມູນ, ສົ່ງເສີມການຍົກອອກຂໍ້ລິເລີ່ມກ່ຽວກັບສັນຕິພາບ, ຮຽກຮ້ອງການຮ່ວມແຮງຮ່ວມໃຈ, ຄວາມພະຍາຍາມແກ້ໄຂການແກ່ງແຍ້ງ, ການປະທະກັນ. ການກະຈາຍສຽງຍັງໄດ້ສ້າງບັນຍາກາດໃຫ້ການໂອ້ລົມສົນທະນາ, ການແລກປ່ຽນ, ອະນຸຍາດໃຫ້ທຸກຄົນໄດ້ສະແດງທັດສະນະກ່ຽວກັບບັນດາບັນຫາທີ່ເຂົາເຈົ້າມີຄວາມສົນໃຈ.

ເນື່ອງໃນໂອກາດນີ້, UNESCO ໄດ້ຮຽກຮ້ອງ ແລະ ປຸກລະດົມບັນດາວິທະຍຸກະຈາຍສຽງໃນໂລກຍົກອອກບັນດາຂໍ້ລິເລີ່ມ ແລະ ຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງເຫດການທີ່ມີຄວາມໝາຍນີ້. ປີນີ້, ສະຖາບັນພັດທະນາການກະຈາຍສຽງ ໂທລະພາບ ອາຊີ – ປາຊີຟິກ (AIBD) ຈະຈັດກອງປະຊຸມສຳມະນາທາງໄກໃນວັນທີ 16 ກຸມພາ, ດ້ວຍຫົວຂໍ້: “ມຸ່ງໄປເຖິງສັນຕິພາບ: ກຳລັງແຮງ ຂອງການກະຈາຍສຽງ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments