Tuesday, September 24, 2024
Homeຂ່າວກິລາເປີດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ

ເປີດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ

ພິທີເປີດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ” ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 14 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ແລະ ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ (ຄພລ) ພ້ອມດ້ວຍບັນດາການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ, ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ຄະນະນຳ, ຄູຝຶກ, ກໍາມະການຕັດສິນ, ນັກກິລາ ແລະ ມວນຊົນຊາວແຂວງຊຽງຂວາງ ຢ່າງພ້ອມພຽງ.

ໃນໂອກາດນີ້, ທ່ານ ບຸນຈັນ ສີວົງພັນ ໄດ້ລາຍງານໃຫ້ຮູ້ວ່າ: ງານແຂ່ງຂັນກິລາ ຊຽງຂວາງ ພາຣາເກມ ແມ່ນການແຂ່ງຂັນກິລາຫຼາຍປະເພດຮ່ວມກັນ ຕາມລະບຽບກຳນົດແມ່ນຈັດຂຶ້ນໃນທຸກໆ 3 ປີ ພາຍຫຼັງສິ້ນສຸດການຈັດງານມະຫະກໍາກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນການສົ່ງເສີມສິດທິຄວາມເທົ່າທຽມຂອງຄົນພິການ ແລະ ຄົນທົ່ວໄປ ໃນການປະກອບສ່ວນເຂົ້າຮ່ວມຂະບວນການເຄື່ອນໄຫວກິລາ-ກາຍະກໍາ ເພື່ອສຸຂະພາບ ແລະ ມິດຕະພາບຂອງມະນຸດພວກເຮົາ ແນໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນແຂງແຮງ, ໄດ້ຄວາມຊົງຈໍາທີ່ດີ ໄດ້ໄມຕີຈິດ-ມິດຕະພາບແບບສະຫາຍອ້າຍນ້ອງເພື່ອນຮ່ວມຊາດດຽວກັນ ແລະ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມຮັບຮູ້ບົດບາດຄວາມສາມາດຂອງຄົນພິການຢູ່ໃນເວທີສາກົນ ກໍຄືຢູ່ໃນຂະບວນກິລາ-ກາຍະກໍາທັງພາຍໃນ ແລະ ຕ່າງປະເທດ ເປັນຜົນງານການປະກອບສ່ວນທີ່ສໍາຄັນເຂົ້າໃນການສ້າງສາພັດທະນາປະເທດຊາດ ແລະ ວົງການກິລາ. ນອກຈາກນີ້ ຊຽງຂວາງ ພາຣາເກມ ຍັງເປັນການຄັດເລືອກເອົານັກກິລາທີ່ມີພອນສະຫວັນ, ຄັດເລືອກໄດ້ນັກກິລາທີ່ມີສະຖິຕິດີ ເພື່ອສ້າງເປັນນັກກິລາລະດັບຊາດ ສົ່ງເຂົ້າຮ່ວມການແຂ່ງຂັນກິລາຄົນພິການໃນລະດັບຕ່າງໆ ຢູ່ຕ່າງປະເທດ ເວົ້າສະເພາະແມ່ນຮ່ວມແຂ່ງຂັນງານກິລາອາຊຽນ ພາຣາເກມ ຄັ້ງທີ 12 ທີ່ປະເທດກໍາປູເຈຍ ໃນເດືອນມິຖຸນາ 2023.

ເຈົ້າແຂວງຊຽງວາງ ກ່າວໃຫ້ຮູ້ຕື່ມອີກວ່າ: ໃນໄລຍະຜ່ານມາ ພັກ-ລັດ ເຫັນໄດ້ຄວາມໝາຍ, ຄວາມສໍາຄັນດັ່ງກ່າວ ຈຶ່ງໄດ້ເອົາໃຈໃສ່ຊີ້ນໍາບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຮ່ວມກັນຈັດການແຂ່ງຂັນກິລາຄົນພິການແຫ່ງຊາດຂຶ້ນຢ່າງຕໍ່ເນື່ອງ ຜ່ານມາໄດ້ຈັດງານດັ່ງກ່າວຂຶ້ນ 2 ຄັ້ງ, ຄັ້ງທີ 1 ປີ 2012 ຈັດຂຶ້ນທີ່ແຂວງຫຼວງພະບາງ, ຄັ້ງທີ 2 ປີ 2015 ຈັດຂຶ້ນທີ່ແຂວງອຸດົມໄຊ ແລະ ຄັ້ງທີ 3 ປີ 2023 ທີແຂວງ ຊຽງຂວາງ, ຜ່ານການກະກຽມໃນແຕ່ລະໄລຍະເຖິງແມ່ນວ່າຈະພົບກັບຄວາມຫຍຸ້ງຍາກນາໆປະການ, ແຕ່ດ້ວຍຄວາມພະຍາຍາມສູ້ຊົນບຸກບືນຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ຄວາມເປັນເຈົ້າການຂອງປະຊາຊົນບັນດາເຜົ່າຊາວຊຽງຂວາງ, ພາຍໃຕ້ການຊີ້ນໍາຢ່າງໃກ້ສິດຂອງພັກ-ລັດຖະບານ ກໍຄື ສສກ ແລະ ການສະໜັບສະໜູນຊ່ວຍເຫຼືອຈາກທຸກພາກສ່ວນ ຈຶ່ງສາມາດຈັດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ນີ້ຂຶ້ນໄດ້ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄຳພິທູນ ກ່າວວ່າ: ໃນນາມຕາງໜ້າລັດຖະບານ ມີຄວາມຮູ້ສຶກປິຕິຊົມຊື່ນທີ່ໄດ້ເຂົ້າຮ່ວມໃນພິທີເປີດການແຂ່ງຂັນກິລາຄົນພິການຄັ້ງນີ້ ຂໍສະແດງຄວາມຊົມເຊີຍຢ່າງສຸດໃຈ ຕໍ່ການຫ້າງຫາກະກຽມຄວາມພ້ອມຮອບດ້ານຂອງແຂວງເຈົ້າພາບ, ກະຊວງ ສສກ ແລະ ຄະນະຮັບຜິດຊອບຈັດງານ, ຊົມເຊີຍຕໍ່ທຸກພາກສ່ວນທີ່ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ຫວັງຢ່າງຍິ່ງວ່າການແຂ່ງຂັນຄັ້ງນີ້ ຈະເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບ, ຄວາມມີນໍ້າໃຈ, ຄວາມຟົດຟື້ນເບີກບານມ່ວນຊື່ນ ແລະ ສະແດງໃຫ້ເຫັນເຖິງບົດບາດໃນການສົ່ງເສີມສິດທິຄວາມເທົ່າທຽມລະຫວ່າງຄົນພິການ ແລະ ບໍ່ພິການ ໃນການເຄື່ອນໄຫວກິລາ-ກາຍະກໍາ ມາຮອດນີ້ໄດ້ເວລາເລີກງາມຍາມດີ ຂໍປະກາດເປີດງານແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຢ່າງເປັນທາງການ.

ຊຽງຂວາງ ພາຣາ ເກມ ມີການຊີງໄຊທັງໝົດ 7 ປະເພດກິລາ ຄື: ກິລາຍົກນໍ້າໜັກ, ກິລາແລ່ນ-ລານ, ກິລາລອຍນໍ້າ, ກິລາບານບ້ວງລໍ້ເລື່ອນ, ກິລາໂກນບານ, ກິລາບັອດເຊຍ, ກິລາເຕະບານ, ແຂ່ງຂັນທັງໝົດ 123 ລາຍການ, ຊີງໄຊ 135 ຫຼຽນຄຳ, 135 ຫຼຽນເງິນ ແລະ 135 ຫຼຽນທອງ, ໄດ້ກຳນົດເອົາ 5 ສະໜາມແຂ່ງຂັນຄື: ສະໜາມໄຊຊະນະ, ສະໜາມກິລາທົ່ງໄຫຫີນ, ເດີ່ນກິລານ້ຳມັນເຊື້ອໄຟ, ເດີ່ນຮົ່ມໂຮງຮຽນພອນສະຫວັນ, ສະໂມສອນພະແນກແຜນການ ແລະ ການລົງທຶນ, ສ່ວນກິລາລອຍນ້ຳ ແມ່ນຈັດການແຂ່ງຂັນຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ທີ່ນະຄອນຫຼວງວຽງຈັນ. ມີຄະນະນັກກິລາຈາກ 17 ແຂວງ, 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໃນນັ້ນມີຄະນະນຳ, ຄູຝຶກ, ຜູ້ຊ່ວຍ 434 ຄົນ ແລະ ນັກກິລາ 272 ຄົນ ລວມທັງໝົດ 706 ທ່ານ. ຊຶ່ງງານດັ່ງກ່າວໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8-10 ກຸມພາ 2023 ໂດຍຈັດການແຂ່ງຂັນຢູ່ນະຄອນຫຼວງວຽງຈັນມີ 1 ປະເພດກິລາ ຄື: ກິລາລອຍນ້ຳ. ສ່ວນການແຂ່ງຂັນຢູ່ແຂວງຊຽງຂວາງ ແມ່ນໄດ້ເລີ່ມແຂ່ງຂັນລະຫວ່າງວັນທີ 13-17 ກຸມພາ 2023.

ໂດຍ: ສົງການ ພັນແພງດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments