Monday, September 23, 2024
Homeຂ່າວຕ່າງປະເທດປະຕິຫານສອງຢ່າງຂອງຈີນເຊື່ອມໂຍງເຂົ້າກັນ ແລະ ຊ່ວຍຊຸກຍູ້ໜູນກັນ

ປະຕິຫານສອງຢ່າງຂອງຈີນເຊື່ອມໂຍງເຂົ້າກັນ ແລະ ຊ່ວຍຊຸກຍູ້ໜູນກັນ

ໃນພິທີເປີດຊຸດສຳມະນາສຳລັບກຳ ມະການ, ກໍາມະການສຳຮອງຜູ້ໃໝ່ຂອງຄະນະກຳມະການສູນກາງພັກກອມມູນິດຈີນແລະພະນັກງານການນຳຫຼັກແຫຼ່ງຂັ້ນກະຊວງແລະຂັ້ນແຂວງທີ່ຈັດຂຶ້ນໃນຫວ່າງບໍ່ດົນມານີ້, ທ່ານສີຈິ້ນຜິງ ເລຂາ ທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ກ່າວຄໍາປາໄສທີ່ສໍາຄັນໂດຍເນັ້ນໜັກວ່າ: ນັບຕັ້ງແຕ່ ສ.ປ.ຈີນໄດ້ສະຖາປະນາຂຶ້ນໂດຍສະເພາະ ແມ່ນດຳເນີນການປະຕິຮູບແລະເປີດປະຕູສູ່ພາຍນອກເປັນຕົ້ນມາ, ພວກເຮົາໄດ້ໃຊ້ເວລາພຽງແຕ່ຫຼາຍສິບປີເທົ່ານັ້ນ, ແຕ່ສາມາດເຮັດສໍາເລັດຂະບວນການຫັນເປັນອຸດສາຫະກໍາທີ່ບັນດາປະເທດຕາ ເວັນຕົກທີ່ພັດທະນາແລ້ວໄດ້ໃຊ້ເວລາເປັນຫຼາຍຮ້ອຍປີ, ໄດ້ສ້າງປະຕິຫານທີ່ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ສັງຄົມມີສະຖຽນລະພາບເປັນເວລາຍາວນານ, ໄດ້ສ້າງອະນາຄົດທີ່ກວ້າງຂວາງໃຫ້ແກ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ.

ນັບຕັ້ງແຕ່ ສ.ປ ຈີນສະຖາປະນາຂຶ້ນເປັນເວລາ 70 ກວ່າປີໂດຍສະເພາະແມ່ນດໍາເນີນການປະຕິຮູບ ແລະເປີດປະຕູສູ່ພາຍນອກເປັນເວລາ 40 ກວ່າປີມານີ້, ສະພາບເສດຖະກິດ-ສັງຄົມຂອງຈີນໄດ້ມີການປ່ຽນແປງແບບພິກແຜ່ນດິນປີ້ນແຜ່ນຟ້າ. ບໍ່ວ່າສະພາບແວດລ້ອມພາຍນອກຈະສັບສົນປັ່ນປ່ວນປານໃດກໍຕາມ, ກໍລ້ວນແຕ່ຍາກທີ່ຈະຫວັ່ນໄຫວການພັດທະນາຢ່າງໝັ້ນທ່ຽງຂອງເສດຖະກິດ-ສັງຄົມຈີນໄດ້. ສັງຄົມທີ່ມີສະຖຽນລະພາບເປັນເວລາຍາວນານໄດ້ສ້າງເງື່ອນໄຂທີ່ສໍາຄັນໃຫ້ແກ່ການພັດທະນາເສດຖະກິດຢ່າງປອດໄສແລະແບບຍືນຍົງ; ເສດຖະກິດມີການເຕີບໂຕຢ່າງວ່່ອງໄວນັ້ນໄດ້ເຮັດໃຫ້ປະຊາຊົນຈຳນວນມະຫາສານສາມາດຮ່ວມກັນແບ່ງປັນຜົນປະໂຫຍດຈາກການປະຕິຮູບແລະການພັດທະນາ, ສິ່ງນີ້ໄດ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ຄວາມກົມກຽວ ແລະ ສະຖຽນລະພາບຂອງສັງຄົມ. ຈາກສິ່ງນີ້ຈຶ່ງເຫັນໄດ້ວ່າປະຕິ ຫານສອງຢ່າງນີ້ແມ່ນໄດ້ເຊື່ອມໂຍງເຂົ້າ ກັນແລະຊ່ວຍຊູຍູ້ໜູນກັນ.

ໃນໄລຍະພັກກຸດຈີນທີ່ຫາກໍຜ່ານໄປເມື່ອມໍ່ໆມານີ້, ມີປະຊາຊົນຈີນໄປທ່ອງທ່ຽວພາຍໃນປະເທດຫຼາຍກວ່າ 300 ລ້ານເທື່ອຄົນ; ຕະຫຼາດຮູບເງົາຈີນສາມາດສ້າງລາຍຮັບໄດ້ຫຼາຍກວ່າ 6 ຕື້ 700 ລ້ານຢວນ, ເປັນອັນດັບສອງໃນປະຫວັດສາດເມື່ອທຽບໃສ່ໄລຍະດຽວກັນ; ມູນຄ່າການຄ້າຂອງຫົວໜ່ວຍທຸລະກິດຂາຍຍ່ອຍແລະຮ້ານກິນດື່ມແມ່ນໄດ້ເພີ່ມຂຶ້ນ 6,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້…ໝາກຜົນເຫຼົ່ານີ້ໄດ້ສ່ອງແສງໃຫ້ໂລກໄດ້ເຫັນເຖິງຈີນທີ່ມີຄວາມສະຫງົບສຸກແລະເຕັມໄປດ້ວຍຄວາມມີຊີວິດຊີວາ.

ອົງການກາລຸບ (Gallup) ທີ່ເປັນອົງການສຳຫຼວດປະຊາມະຕິທີ່ໜ້າເຊື່ອຖື ຂອງອາເມລິກາໄດ້ເປີດເຜີຍ “ບົດລາຍງານວ່າດ້ວຍກົດໝາຍແລະລະບຽບການ ຂອງທົ່ວໂລກປີ 2021” ໂດຍສະແດງໃຫ້ເຫັນວ່າ: ເມື່ອຕີລາຄາໂດຍສັງລວມຕໍ່ປັດໄຈຕ່າງໆ, ເປັນຕົ້ນແມ່ນຄວາມໝັ້ນໃຈຂອງປະຊາຊົນທີ່ມີຕໍ່ເຈົ້າໜ້າທີ່ຕໍາຫຼວດທ້ອງ ຖິ່ນ, ຄວາມຮູ້ສຶກປອດໄພກັບຕົນເອງ, ອັດຕາການເກີດເຫດລັກຊັບ, ທໍາຮ້າຍຮ່າງກາຍຫຼືເຫດປຸ້ນຈີ້ແລະປັດໄຈອື່ນໆແລ້ວ, ຈີນໄດ້ຄະແນນສູງເຖິງ 93 ຄະ ແນນ, ສະແດງໃຫ້ເຫັນວ່າປະຊາຄົມໂລກໂດຍທົ່ວໄປເຫັນວ່າ: ຈີນເປັນໜຶ່ງໃນປະເທດທີ່ປອດໄພກວ່າໝູ່ຢູ່ໃນໂລກ. ສະພາບທີ່ປະເທດຊາດມີຄວາມໝັ້ນຄົງຖາວອນ, ປະຊາຊົນຢູ່ເຢັນເປັນສຸກ ແລະສັງຄົມມີຄວາມເປັນລະບຽບນັ້ນ, ເປັນສິ່ງຄໍ້າປະກັນທີ່ເຂັ້ມແຂງໃຫ້ແກ່ການພັດ ທະນາເສດຖະກິດຂອງຈີນ, ຈີນຈະປັບປຸງແລະຕໍ່ຍອດປະຕິຫານທີ່ສັງຄົມມີສະຖຽນລະພາບເປັນເວລາຍາວນານຢ່າງແນ່ນອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments