Sunday, September 22, 2024
Homeຂ່າວໜ້າໜຶ່ງປະທານສະພາແຫ່ງຊາດລາວ ພົບປະກັບ ນາຍົກລັດຖະມົນຕີ ກໍາປູເຈຍ

ປະທານສະພາແຫ່ງຊາດລາວ ພົບປະກັບ ນາຍົກລັດຖະມົນຕີ ກໍາປູເຈຍ

ໃນຕອນບ່າຍຂອງວັນທີ 13 ກຸມພານີ້, ທີ່ສະພາແຫ່ງຊາດ, ພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023.

ໃນໂອກາດນີ້, ພະນະທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນແລະ ຄະນະ ໃນຄັ້ງນີ້ ຊຶ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນອົບອຸ່ນຂອງພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນກໍາປູເຈຍ ມາສູ່ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ທັງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ໃຫ້ນັບມື້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.

ພ້ອມນີ້, ພະນະທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງ ພະບາດສົມເດັດ ໂນໂຣດົມ ສີຫາໂມນີ, ພະມະຫາກະສັດ, ສົມເດັດ ອັກຄະມະຫາ ໂປເຢຍ ຈັກກຼີ ເຮັງ ຊໍາຣິນ ປະທານສະພາແຫ່ງຊາດ ແລະ ສົມເດັດ ວິບູນ ເສນາ ພັກດີ ຊາຍຊຸມ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງຮອບດ້ານ ທີ່ປະຊາຊົນກໍາປູເຈຍອ້າຍນ້ອງຍາດມາໄດ້ ໂດຍພາຍໃຕ້ການນໍາພາອັນເດັດດ່ຽວໜຽວແໜ້ນຂອງ ພັກປະຊາຊົນ ແລະ ລັດຖະບານກໍາປູເຈຍ. ພິເສດ ແມ່ນຜົນສໍາເລັດຂອງການເລືອກຕັ້ງສະພາຕາແສງ ຊຸດທີ V ໃນປີ 2022 ຊຶ່ງພັກປະຊາຊົນກໍາປູເຈຍ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນ ກໍຄືຜົນສໍາເລັດຂອງການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 40 ແລະ 41 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງກອງປະຊຸມໃຫຍ່ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 43, ອັນເປັນການເຊີດຊູຖານະບົດບາດຂອງ ກໍາປູເຈຍ ໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາຂອງ ສົມເດັດ ຮຸນເຊນ, ກໍາປູເຈຍ ຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ ໃນການເປັນເຈົ້າພາບຈັດງານກິລາຊີເກມ ໃນເດືອນພຶດສະພາ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ໃນເດືອນກໍລະກົດ 2023 ນີ້.

ພ້ອມດຽວກັນນັ້ນ, ພະນະທ່ານ ປະທານສະພາແຫ່ງຊາດລາວ ກໍໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ໃນເດືອນທັນວາ 2022, ທີ່ໄດ້ພິຈາລະນາ ແລະ ຮັບຮອງເອົາຫຼາຍບັນຫາທີ່ສໍາຄັນຂອງຊາດ; ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການປຶກສາຫາລືຮ່ວມ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູເຈຍ, ທີ່ສາມາດຕົກລົງຫຼາຍບັນຫາຮ່ວມກັນ ເພື່ອສົ່ງເສີມການພົວພັນທີ່ດີ ແລະ ການຮ່ວມມືທີ່ເປັນໝາກຜົນ ໃຫ້ແກ່ສອງປະເທດ; ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ສອງລັດຖະບານ ໄດ້ຮ່ວມກັນລົງນາມ ສົນທິສັນຍາ ວ່າດ້ວຍການປັກຫຼັກໝາຍຊາຍແດນ ທີ່ສໍາເລັດການສໍາຫຼວດຮ່ວມກັນແລ້ວ 86% ແລະ ແຜນປະຕິບັດງານຮ່ວມ ສໍາລັບການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຊຶ່ເປັນເອກະສານທີ່ມີຄວາມໝາຍສໍາຄັນທາງດ້ານປະຫວັດສາດຂອງສອງປະເທດ. ໃນຕອນທ້າຍ, ພະນະທ່ານ ໄຊສົມພອນ ພົມວິຫານ ໄດ້ຕາງໜ້າໃຫ້ ສະພາແຫ່ງຊາດ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກປະຊາຊົນກໍາປູເຈຍ, ລັດຖະບານ, ລັດຖະສະພາ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງໃຫ່ຍຫຼວງ ແກ່ພັກ, ລັດຖະບານ, ສະພາແຫ່ງຊາດ ກໍຄືປະຊາຊົນລາວບັນດາເຜົ່າ ຕະຫຼອດໄລຍະທີ່ຜ່ານມາ.

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລິກ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍໄດ້ມີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຂອງສອງປະເທດ, ພ້ອມທັງມີການຮ່ວມມື ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ໃນຂະນະດຽວກັນ, ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງສະພາບການພົ້ນເດັ່ນຂອງການພັດທະນາເສດຖະກິດ-ສັງຄົມຂອງກໍາປູເຈຍ ໂດຍຫຍໍ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆ ຕະຫຼອດມາ. ພ້ອມດຽວກັນນີ້, ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ກໍໄດ້ສະແດງຄວາມໝາຍໝັ້ນວ່າ: ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະ ແມ່ນການເປັນເຈົ້າພາບຈັດກອງປະຊຸມສຸດຍອດລັດຖະສະພາ 3 ປະເທດ ກໍາປູເຈຍ-ລາວ-ຫວຽດນາມ ໃນທ້າຍປີ 2023, ກອງປະຊຸມສຸດຍອດອາຊຽນ ແລະ ກອງປະຊຸມ AIPA ໃນປີ 2024. ພ້ອມນັ້ນ, ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການກະກຽມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VII ທີ່ຈະຈັດຂຶ້ນໃນເດືອນກໍລະກົດ 2023 ນີ້.

ໃນວັນດຽວກັນ, ພະນະທ່ານ ໄຊສົມພອນ ພົມວິຫານ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງພະນະທ່ານ ເຕບໂງ່ ຮອງປະທານສະພາສູງ (ຜູ້ທີ 2) ແຫ່ງຣາຊະອານາຈັກກໍາປູເຈຍ.

ຂ່າວ: ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments