ວັນທີ 13 ກຸມພາ 2023 ຢູ່ທີ່ພະແນກ ຖວທ ແຂວງຫຼວງນ້ຳທາ ກະຊວງ ຖວທ ມອບ-ຮັບອຸປະກອນຊຸດໂທລະໂຄ່ງຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງຫຼວງນ້ຳທາ ໂດຍການເປັນປະທານ ຂອງທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ຫົວໜ້າຄະນະຮັບຜິດຊອບໂຄງການ, ເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ ກຳມະການປະຈຳພັກແຂວງ ປະທານກວດກາພັກ ຫົວໜ້າອົງການກວດກາລັດແຂວງ, ທ່ານ ສີສຸພັນ ທຳປັນຍາ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງຫຼວງນ້ຳທາ, ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງຫົວໜ້າກົມສື່ມວນຊົນ ຄະນະຮັບຜິດຊອບໂຄງການ, ມີຫົວໜ້າ-ຮອງຫົວໜ້າຂະແໜງ, ຫົວໜ້າ-ຮອງຫົວໜ້າການ ຖວທ 05 ເມືຶອງ ຕະຫຼອດພະນັກງານວິຊາການເຂົ້ົ້າຮ່ວມ.

ອຸປະກອນຊຸດໂທລະໂຄ່ງທີ່ນຳມາມອບໃນຄັ້ງນີ້້ ປະກອບມີ 50 ຊຸດ ໃນນີ້ມີວໍລຸ້ມ, ປຸ້ມປັບສຽງ 50 ໜ່ວຍ, ດອກປາກເລີ 200 ຊຸດ, ສາຍໂທລະໂຄ່ງຂະໜາດ 0,9 ມີນລີແມັດ, ຍາວ 200 ແມັດ 100 ກໍ້, ໄມໂຄໂຟນ 50 ອັນ, ປັກສຽບໄຟຟ້າ 50 ອັນ, ຢູເອັດບີ 16 ກີກ 50 ອັນ, ເຄື່ຶອງຮັບສັນຍານວິທະຍຸ 50 ອັນ, ສາຍດີນ 25 ມີນລີແມັດ ຍາວ 750 ແມັດ, ຫຼັກແຕ້ທອງ ຍາວ 1 ແມັດ 2 ເສັ້ນຕໍ່ຊຸດ 100 ເສັ້ນ, ສະກັອດ 100 ກໍ່, ນັອດບູລອງຈັບດອກໂທລະໂຄ່ງ 200 ອັນ ແລະ ຈານດາວທຽມຮັບສັນຍານວິທະຍຸ 50 ຊຸດ ໃຫ້ກຽດມອບໂດຍ ທ່ານ ສົມສະຫວາດ ພົງສາ ກຳມະການພັກກະຊວງ ຫົວໜ້າກົມສື່ມວນຊົນກະຊວງ ຖວທ ຮັບໂດຍ ທ່ານ ສີສຸພັນ ທຳປັນຍາ ກຳມະການພັກແຂວງ ຫົວໜ້າພະແນກ ຖວທ ແຂວງຫຼວງນ້ຳທາ ໂດຍຊ່ອງໜ້າ ທ່ານ ໂພສີ ແກ້ວມະນີວົງ ຄະນະປະຈຳພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ເຂົ້າຮ່ວມ ຂອງ ທ່ານ ສີວິໄລ ປັນແກ້ວ ກຳມະການປະຈຳພັກແຂວງ ປະທານກວດກາພັກ ຫົວໜ້າອົງການກວດກາລັດແຂວງ ພາກສ່ວນທີກ່ຽວຂ້ອງເຂົ້່າຮ່ວມເປັນສັກຂີພິຍານ ແລ້ວຈະໄດ້ມອບຕໍ່ໃຫ້ບັນດາເມືອງຕື່ມອີກ.

ໂອກາດນີ້ກໍ່ໄດ້ຝືກອົບຮົມກ່ຽວກັບການນຳໃຊ້ອຸປະກອນໃຫ້ແກ່ພະນັກງານວິຊາການເຕັກນິກຂອງແຂວງ ແລະ ບັນດາເມືອງ. ຊຸດຝືກອົບຮົມໃນຄັ້ງນີ້ສຳມະນາກອນຈະໄດ້ຮຽນຮູ້ ກ່ຽວກັບຄວາມສຳຄັນ ແລະ ອົງປະກອບຂອງເຄື່ອງຂະຫຍາຍສຽງ, ສ່ວນປະກອບຂອງປາກໂທລະໂຄ່ງ, ວິທີປະກອບປາກໂທລະໂຄ່ງ, ວິທີການກວດເຊັກ ແລະ ການຕິດຕັ້ງໂທລະໂຄ່ງ, ການຕິດຕັ້ງໂທລະໂຄ່ງໃສ່ກັບເຄື່ອງຂະຫຍາຍສຽງ ແລະ ວິທີການຕິດຕັ້ງຈານດາວທຽມ. ຊຸດຝືກອົບຮົມດັ່ງກ່າວດຳເນີນໄປເປັນເວລາ 1 ວັນຈື່ງສຳເລັດ.

LEAVE A REPLY

Please enter your comment!
Please enter your name here