Sunday, September 22, 2024
Homeທຸລະກິດໂບນິຕາ ໜັງເຄັມສໍາເລັດຮູບແບບໃໝ່ຈີກຖົງພ້ອມກິນ

ໂບນິຕາ ໜັງເຄັມສໍາເລັດຮູບແບບໃໝ່ຈີກຖົງພ້ອມກິນ

ພາຍຫລັງທີ່ປະສົບຜົນສໍາເລັດ ແລະ ມີກະແສຕອບຮັບທີ່ດີຈາກການຂາຍ ໜັງດິບ ທີ່ສາມາດມັດໃຈລູກຄ້າທັງພາຍໃນ ແລະ ຕ່າງປະເທດດ້ວຍຄວາມແຊບນົວ, ອ່ອນນຸ່ມ ຖ້າຈີ່ຕອນເຊົ້າສາມາດກິນໄດ້ຮອດຕອນແລງ ເມື່ອເວົ້າປະໂຫຍກນີ້ແລ້ວຫລາຍຄົນກໍຕ້ອງຄິດວ່າ ຈະແມ່ນແທ້ບໍ່ໜັງທີ່ເຮົາຈີ່ແລ້ວປະໄວ້ມັນຈະບໍ່ແຂງບໍ? ຜູ້ຂຽນກໍຄິດແນວນັ້ນຄືກັນ ແຕ່ເມື່ອໄດ້ລອງກິນ ແລະ ເຮັດຕາມວິທີ ທີ່ເພີ່ນແນະນໍາ ກໍຍັງອ່ອນຍັງແຊບແທ້ດັ່ງຄໍາເລົ່າລື ຍ້ອນແນວນັ້ນຈຶ່ງມີລູກຄ້ານັບມື້ເພີ່ມຂຶ້ນ ຈົນສາມາດຜະລິດ ແລະ ຈໍາໜ່າຍໜັງ ໄດ້ 2.000 ຖົງຕໍ່ມື້ ແລະ ເພື່ອຕໍ່ຍອດຄວາມສໍາເລັດ ພ້ອມທັງອໍານວຍຄວາມສະດວກໃຫ້ຜູ້ບໍລິໂພກ ຈຶ່ງໄດ້ ຄິດຄົ້ນຜະລິດຕະພັນໃໝ່ເປັນໜັງສໍາເລັດຮູບຜ່ານການປຸງແຕ່ງທີ່ມີລັກສະນະພິເສດຄື: ລົດຊາດແຊບນົວກວ່າເກົ່າ, ແລະ ສາມາດຮັກຄວາມອອ່ນນຸ້ມໄດ້ດົນເຖິງ 1 ເດືອນ ເຊິ່ງຜະລິດຕະພັນໃໝ່ນີ້ພຽງແຕ່ຈີກຖົງແລ້ວສາມາດກິນໄດ້ເລີຍທັນທີ.

ທ່ານ ນາງ ໂບນິຕາ ເຈົ້າຂອງຜະລິດຕະພັນ ໂບນິຕາໜັງເຄັມ ເວົ້າໃຫ້ຟັງວ່າ: ພາຍຫລັງທີ່ປະສົບຜົນສໍາເລັດ ຈາກການເຮັດໜັງດິບທີ່ມີຖານລູກຄ້າ,ມີໂຕແທນຈໍາໜ່າຍ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງຕໍ່ຍອດທຸລະກິດ ແລະ ເພີ່ມຄວາມສະດວກສະບາຍໃຫ້ກັບລູກຄ້າ ຈຶ່ງຄິດຄົ້ນ ພັດທະນາ ຜະລິດຕະພັນໃໝ່ ຄືໜັງເຄັມສໍາເລັດຮູບອອກມາຈໍາໜ່າຍ ໃນຕົ້ນປີຜ່ານມາ ເຫັນໄດ້ວ່າ ມີຜົນຕອບຮັບດີຫລາຍ ສາມາດຜະລິດ, ຈໍາໜ່າຍໄດ້ມື້ລະ 500 ຖົງ ໂດຍຖົງໜຶ່ງຂາຍໃນລາຄາ 58 ພັນກີບ,ສ່ວນໜັງເຄັມດິບແມ່ນຍັງຮັກສາມາດຕະຖານການຂາຍໄດ້ 2.000 ຖົງຕໍ່ມື ແລະ ໜຶ່ງຖົງກໍຍັງຂາຍໃນລາຄາ 65.000 ກີບຄືເກົ່າ ສ່ວນຜະລິດຕະພັນໃໝ່ທີ່ຜະລິດອອກມາ ແມ່ນມຸ່ງເນັ້ນ ແລະ ຕອບໂຈດໃຫ້ລູກຄ້າ ທີ່ຢາກກິນໜັງເຄັມແຕ່ບໍ່ລະດວກຈີ່ໜັງ ຄືລູກຄ້າທີ່ພັກຢູ່ຕາມ ເຮືອນພັກ,ໂຮງແຮມ ຫລື ບາງເຮືອນທີ່ໃຊ້ແກັສ ບໍ່ໄດ້ດັງໄຟ ແຕ່ຢາກກິນຈີ່ໜັງເຄັມ ກໍຢາກໃຫ້ລອງເປີດໃຈ ໃຫ້ຜະລິດຕະພັນຈີ່ໜັງສໍາເລັດຮູບຂອງເຮົາແລ້ວທ່ານຈະບໍຜິດຫວັງແນ່ນອນ ເພາະທັງແຊບ ແລະ ສະດວກສະບາຍ. ສໍາລັບ ການເກັບຮັກສາ ເຮັດໃຫ້ໜັງຍັງຄົງຄວາມອ່ອນຄວາມໜຸ່ມ ແມ່ນເລີ່ມຈາກຂັ້ນຕອນທໍາອິດເລີຍ ຄືເລືອກໜັງຕ່ອນໃຫຍ່,ຕ່ອນໜາ ມາຈີ່ ແລ້ວມາທຸບໃຫ້ລະອຽດທຸກສ່ວນຢ່າງສະໝໍ່າ,ສະເໝີກັນ ຫລັງຈາກນັ້ນ ບັນຈຸໃສ່ຖົງຊິບລ໋ອກ ເກັບໄວ້ກິນໄດ້ດົນເຖິງ 1 ເດືອນ ປະໄວ້ໃນອຸນນະພູມທໍາມະດາ ບໍ່ຕ້ອງໃສ່ຕູ້ເຢັນ ໂດຍກ່ອນຈະກິນ ອຸ່ນຕື່ມ ດ້ວຍເຕົາໄມໂຄເວັບ ຫລື ຖ້າບໍ່ຢາກອຸ່ນກໍສາມາດກິນໄດ້ເລີຍ. ທ່ານ ນາງ ໂບນິຕາເວົ້າຕື່ມວ່າ: ຕະຫລາດຈໍາໜ່າຍ ໃນປັດຈຸບັນ ທັງພາຍໃນ ແລະ ປະເທດເພື້ອນບ້ານ ໃນຂະນະດຽວກັນ ກໍມີອີກຫລາຍປະເທດ ຄື ປະເທດສະຫະລັດອາເມລິກາ,ຈີນ, ເກົາຫລີ ກໍຢາກເປັນໂຕແທນແຕ່ກໍຍັງ ແຕ່ກໍ່ມີຄວາມຫຍຸ້ງຍາກໃນການຂົນສົ່ງ ແຕ່ແນວໃດກໍດີ ຕໍ່ກັບບັນຫານີ້ ຕົນເອງກໍກໍາລັງຫາວິທີທີ່ສະດວກ, ສະບາຍ ໃຫ້ກັບລູກຄ້າ ແລະ ໂຕແທນຫລຸດຜ່ອນຄ່າໃຊ້ຈ່າຍໃນການຂົນສົ່ງ. ເອົາເປັນວ່າຖ້າທ່ານໃດສົນໃຈ ຢາກໄດ້ໜັງເຄັມແຊບມີທັງໜັງເຄັມດີບ ແລະ ໜັງເຄັມສໍາເລັດຮູບໄວ້ກິນ ກໍ່ສາມາດຕິດຕໍ່ສອບຖາມຜ່ານເບີ 020 23239290ໄດ້ ຫລື ເຟສບຸກ Bonitaໂບນິຕາຂາຍງານແບນລິຂະສິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments