Saturday, September 21, 2024
Homeຂ່າວຕ່າງປະເທດເສດຖະກິດອິນໂດເນເຊຍ ຂະຫຍາຍຕົວສູງທີ່ສຸດໃນຮອບ 9 ປີ

ເສດຖະກິດອິນໂດເນເຊຍ ຂະຫຍາຍຕົວສູງທີ່ສຸດໃນຮອບ 9 ປີ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍໄດ້ເປີດເຜີຍວ່າ ເສດຖະກິດຂອງປະເທດຂະຫຍາຍຕົວທີ່ 5,31% ໃນປີ 2022 ຜ່ານມາ ຊຶ່ງຄິດເປັນອັດຕາສູງທີ່ສຸດໃນໄລຍະ 9 ປີທີ່ຜ່ານມາ ໂດຍໄດ້ຮັບແຮງໜູນມາຈາກການຂະຫຍາຍຕົວທີ່ 5,01% ເມື່ອທຽບແບບລາຍປີ ໃນໄຕມາດທີ 2 ຂອງປີ 2022.

ທ່ານ ມາໂກ ຢູໂວໂນ ຜູ້ອຳນວຍການສຳນັກງານສະຖິຕິແຫ່ງຊາດຂອງອິນໂດເນເຊຍ ລະບຸວ່າ: ການເຕີບໂຕທາງດ້ານເສດຖະກິດຂອງອິນໂດເນເຊຍກັບມາສູ່ລະດັບ 5 ຄືກັບໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019 ຢູ່ທີ່ 5,02% ຕໍ່ມາຫຼຸດລົງ 2,07% ໃນປີ 2020 ແລະ ເພີ່ມຂຶ້ນ 3,7% ໃນປີ 2021. ການເຕີບໂຕຂອງເສດຖະກິດໃນປີ 2022 ສ່ວນໃຫຍ່ຈະຖືກຂັບເຄື່ອນໂດຍພາກການຂົນສົ່ງ, ການບໍລິໂພກໃນພາກຄົວເຮືອນ ຊຶ່ງກວມອັດຕາສ່ວນຫຼາຍກວ່າເຄິ່ງໜຶ່ງຂອງ GDP ອິນໂດເນເຊຍ ແລະ ການສົ່ງອອກທີ່ເພີ່ມຂຶ້ນ ເນື່ອງຈາກລາຄາສິນຄ້າທີ່ສຳຄັນເພີ່ມສູງຂຶ້ນ.

ອີກຢ່າງໜຶ່ງ, ທ່ານ ຢູໂວໂນ ລະບຸວ່າ ການຫົດຕົວລົງຂອງເສດຖະກິດໂລກຈະດຳເນີນຕໍ່ໄປໃນປີນີ້ ຂະນະທີ່ທະນາຄານກາງອິນໂດເນເຊຍໄດ້ຄາດຄະເນວ່າ ເສດຖະກິດຂອງປະເທດຈະຂະຫຍາຍຕົວທີ່ 4,5%-5,3% ໃນປີ 2023.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments