Friday, October 18, 2024
Homeບຸນປະເພນີເປີດງານວາງສະແດງ-ຈຳໜ່າຍສິນຄ້າໃນງານບຸນພະທາດສີໂຄດຕະບອງ

ເປີດງານວາງສະແດງ-ຈຳໜ່າຍສິນຄ້າໃນງານບຸນພະທາດສີໂຄດຕະບອງ

ງານວາງສະແດງ ແລະ ຈຳໜ່າຍສິນຄ້າໃນງານບຸນນະມັດສະການພະທາດສີໂຄດຕະບອງປະຈຳປີ 2023 ໄດ້ຈັດຂຶ້ນໃນວັນທີ 1 ກຸມພາຜ່ານມາ ແລະ ຈະໄດ້ວາງສະແດງ, ຈຳໜ່າຍໄປຈົນເຖິງວັນທີ 6 ກຸມພາ 2023 ນີ້, ເປັນກຽດເຂົ້າຮ່ວມເປີດງານໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງ ປະທານຈັດງານບຸນນະມັດສະການພະທາດສີໂຄດຕະບອງປະຈຳປີ 2023, ມີຄະນະປະທານ, ຄະນະກຳມະການຈັດງານບຸນ, ພາກສ່ວນທີ່ກ່ຽວຂ້ອງຕະຫຼອດເຖິງຫົວໜ່ວຍທຸລະກິດ, ຊາວຄ້າຂາຍ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານແກ້ວອຸດອນ ບຸດສິງຂອນ ກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການສົ່ງເສີມວັດທະນະທຳ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າທີ່ໄດ້ປະຕິບັດສືບທອດກັນມາແຕ່ບູຮານນະການ ແລະ ເປັນປັດໄຈໜຶ່ງເພື່ອຊຸກຍູ້, ສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງຊາດ, ຂອງທ້ອງຖິ່ນ, ເປັນການສົ່ງເສີມທາງດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ດຶງດູດເອົາມວນຊົນ-ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ,ສ້າງເງື່ອນໄຂໃນການນຳເອົາຜະລິດຕະພັນຂອງບັນດາເມືອງຢູ່ພາຍໃນແຂວງ, ການຜະລິດຂະໜາດນ້ອຍ-ກາງ (SME)ຂອງພໍ່ຄ້າຊາວຂາຍຕະຫຼອດຮອດພໍ່ແມ່ປະຊາຊົນໄດ້ນຳເອົາຜົນຜະລິດ, ຜະລິດຕະພັນ-ສິນຄ້າຂອງຕົນມາແລກປ່ຽນຊື້-ຂາຍສ້າງລາຍຮັບໃຫ້ກັບທຸລະກິດ ແລະ ຄອບຄົວໄດ້ເປັນຢ່າງດີ ແລະ ເປັນການສ້າງໂອກາດໃຫ້ແກ່ພາກທຸລະກິດ-ຜູ້ປະກອບການທີ່ເປັນຕົວແທນຈຳໜ່າຍສິນຄ້າປະເພດຕ່າງໆຈາກພາຍໃນ ແລະ ຕ່າງປະເທດໄດ້ນຳສະເໜີຜະລິດຕະພັນຂອງຕົນຜ່ານງານບຸນນະມັດສະການພະທາດສີໂຄດຕະບອງ. ສະເພາະງານວາງສະແດງ ແລະ ຈຳໜ່າຍສິນຄ້າໃນຄັ້ງນີ້ມີຮ້ານຄ້າເຂົ້າຮ່ວມທັງໝົດປະມານ 100 ກວ່າຮ້ານ. ໃນນັ້ນປະກອບມີ: ຮ້ານຄ້າຕ່າງແຂວງ 40 ກວ່າຮ້ານ, ຮ້ານຄ້າພາຍໃນແຂວງ 30 ກວ່າຮ້ານ, ຜະລິດຕະພັນໂອດັອບໃນ 10 ຕົວເມືອງ ແລະ ບັນດາຜະລິດຕະພັນພາຍໃນ-ຕ່າງປະເທດລວມທັງຮ້ານຜູ້ໃຫ້ບໍລິການຕ່າງໆຈຳນວນ 20 ກວ່າຮ້ານ.

ການຈັດງານດັ່ງກ່າວຍັງເປັນອີກເວທີໜຶ່ງທີ່ສາມາດຕອບສະໜອງໃຫ້ແກ່ການແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ແລກປ່ຽນຂໍ້ມູນຂ່າວສານ, ການພົວພັນການຜະລິດ ແລະ ການພົວພັນລະຫວ່າງພາກລັດ, ພາກທຸລະກິດ ແລະ ປະຊາຊົນ ພ້ອມທັງເປັນການສ້າງເງື່ອນໄຂໃນການເກັບກຳຂໍ້ມູນຄວາມຕ້ອງການຂອງຜູ້ຊົມໃຊ້ເພື່ອນຳໄປປັບປຸງຜະລິດຕະພັນ ແລະ ການບໍລິການຂອງຕົນໃຫ້ມີຄຸນນະພາບນັບມື້ດີຂຶ້ນໄປເລື້ອຍໆ.

ຂ່າວ-ພາບ: ກອງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments