Sunday, September 22, 2024
Homeຂ່າວຕ່າງປະເທດເສດຖະກິດໂລກຈະເຕີບໂຕເກືອບ 3% ໃນປີນີ້

ເສດຖະກິດໂລກຈະເຕີບໂຕເກືອບ 3% ໃນປີນີ້

ຕາມຂ່າວຈາກວິທະຍຸສາກົນແຫ່ງ ສປ ຈີນ, ​ເມື່ອ​ບໍ່​ດົນ​ມາ​ນີ້ກອງທຶນເງິນຕາສາກົນ (IMF) ໄດ້ເຜີຍແຜ່ “ບົດລາຍງານແລມອງ ເສດຖະກິດໂລກ” ສະບັບປັບປຸງໂດຍຄາດຄະເນວ່າ: ເສດຖະກິດໂລກໃນປີ 2023 ຈະເຕີບໂຕ 2,9% ແລະ ຈະເຕີບໂຕ 3,1% ໃນປີ 2024. ເມື່ອທຽບໃສ່ “ບົດລາຍງານແລມອງເສດຖະກິດໂລກ” ທີ່ IMF ເຜີຍແຜ່ໃນເດືອນຕຸລາ ປີກາຍ​ນີ້ ເນື້ອໃນປັບປຸງ ໄດ້ເພີ່ມຂຶ້ນ 0,2% ເມື່ອທຽບໃສ່ ການຄາດຄະເນການເຕີບໂຕເສດຖະກິດໂລກ ໃນປີ 2023 (ການຄາດຄະເນກ່ອນ​ໜ້າ​ນີ້ ແມ່ນ 2,7%), ແຕ່ຕ່ຳກວ່າລະດັບສະເລ່ຍທີ່ເປັນ 3,8% ໃນປະຫວັດສາດ (​ໃນລະຫວ່າງ ປີ 2000 ຫາປີ 2019).

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments