Saturday, September 21, 2024
Homeຂ່າວການເມືອງສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ກູ​ບາ ວາງ​ກະ​ຕ່າ​ດອກ​ໄມ້​ຕໍ່​ໜ້າ​ຮູບ​ປັ້ນ​ວິ​ລະ​ຊົນ​ແຫ່ງ​ຊາດ​ກູ​ບາ

ສະ​ມາ​ຄົມ​ມິດ​ຕະ​ພາບ ລາວ-ກູ​ບາ ວາງ​ກະ​ຕ່າ​ດອກ​ໄມ້​ຕໍ່​ໜ້າ​ຮູບ​ປັ້ນ​ວິ​ລະ​ຊົນ​ແຫ່ງ​ຊາດ​ກູ​ບາ

ໃນຕອນເຊົ້າວັນທີ 30 ມັງກອນ 2023, ສະມາຄົມມິດຕະພາບ ລາວ-ກູບາ ຮ່ວມກັບສະຖານເອກອັກຄະລັດຖະທູດ ​ແຫ່ງ ສ ກູ​ບາ ປະ​ຈໍາ ສປປ ລາວ ໄດ້ຈັດພິທີວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ເຄິ່ງຄີງ ຂອງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາ ເນື່ອງໃນໂອກາດວັນເກີດ ທ່ານ ໂຮເຊ ມາກຕີ ຄົບຮອບ 170 ປີ ( 28/01/1853 – 28/01/2023 ) ທີ່ໂຮງຮຽນ ມສ ດົງບັງມິດຕະພາບ ລາວ-ກູບາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ໃຫ້ກຽດເຂົ້າຮ່ວມໃນພິທີ​ດັ່ງ​ກ່າວ​ມີ ທ່ານ ພວງແກ້ວ ສັງສີ ຮອງປະທານສະມາຄົມມິດຕະພາບ ລາວ-ກູບາ ແລະ ທ່ານ ນາງ ແອນນາ ເອັດເຕ ວຽງ ວາເດຣ (Enna Esther Viant Valdes) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ​ແຫ່ງ ສ ກູ​ບາ ປະ​ຈໍາ ສປປ ລາວ. ນອກຈາກນັ້ນຍັງມີບັນດາທ່ານ ຄະນະບໍລິຫານງານສະມາຄົມມິດຕະພາບລາວ – ກູບາ, ຫົວໜ້າກົມ, ຮອງກົມ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

​ການ​ວາງ​ກະ​ຕ່າ​ດອກ​ໄມ້​ຄັ້ງ​ນີ້ ເປັນການສະແດງເຖິງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນອັນໃຫຍ່ຫຼວງຕໍ່ ທ່ານ ໂຮເຊ ມາກຕີ, ຜູ້ທີ່ໄດ້ເສຍສະຫຼະເພື່ອການປະຕິວັດຂອງກູບາ, ທັງເປັນການສະແດງເຖິງການຮັດແໜັນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ 2 ຊາດລາວ ແລະ ກູບາ ກໍຄື 2 ສະມາຄົມມິດຕະພາບ ລາວ-ກູບາ ແລະ ກູບາ-ລາວໃຫ້ນັບມື້ມີບາດກ້າວໃໝ່ ແລະ ເພື່ອເຮັດໃຫ້ນັກຮຽນນັກສຶກສາ, ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈເຖິງປະຫວັດສາດແຫ່ງການຕໍ່ສູ້ປະຕິວັດອັນກ້າແກ່ນເປັນຈິດໜຶ່ງໃຈດຽວຂອງປະຊາຊົນກູບາ ແລະ ໝາກຜົນຂອງສາຍພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ ອັນດີງາມ ລະຫວ່າງ ລາວ-ກູບາ ແລະ ທັງເປັນໂອກາດຮຽນຮູ້ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ທ່ານ ໂຮເຊ ມາກຕີ ວິລະຊົນແຫ່ງຊາດກູບາດັ່ງກ່າວ.

ຂ່າວ : ຄ​ຕ​ພ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments