Saturday, September 21, 2024
Homeທ່ອງທ່ຽວແຂວງໄຊຍະບູລີ ຂຶ້ນຊື່ລືຊາວ່າເປັນແຂວງທີ່ມີຝູງຊ້າງຫຼາຍທີ່ສຸດ

ແຂວງໄຊຍະບູລີ ຂຶ້ນຊື່ລືຊາວ່າເປັນແຂວງທີ່ມີຝູງຊ້າງຫຼາຍທີ່ສຸດ

“ງາມທາດປວກເມືອງຄອບ ປະນົມນ້ອມພະທາດມັດຄໍາເມືອງເງິນ ແສນເພີດເພີນພະທາດຊຽງລົມເມືອງຊຽງຮ່ອນ ອອນຊອນບຸນບັ້ງໄຟເມືອງປາກລາຍ ງາມເຫຼືອຫຼາຍສາວດອກຝ້າຍຈັນເມືອງແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງບໍ່ແຕນ ແດນພູເຂົາຊ້າງເມືອງຫົງສາ-ເມືອງທົ່ງ ຮວງເຂົ້າກົ່ງເມືອງພຽງ ສຽງຂັບລໍລອງຮຸ່ງເມືອງໄຊຍະບູລີ”ແມ່ນຄຳຂວັນຂອງແຂວງໄຊຍະບູລີ ທີ່ຕັ້ງຢູ່ຝັ່ງຂວາແມ່ນ້ຳຂອງ ທາງທິດຕາເວັນຕົກສຸດຂອງປະເທດລາວ.

ແຂວງໄຊຍະບູລີມີປະຫວັດຄວາມເປັນມາອັນຍາວນານຜ່ານຫຼາຍຍຸກຫຼາຍສະໄໝ ແລະ ຂຶ້ນຊື່ລືຊາວ່າເປັນແຂວງທີ່ມີຝູງຊ້າງຫຼາຍທີ່ສຸດ ຊຶ່ງໃນເດືອນກຸມພາຂອງທຸກໆປີຈະມີການຈັດງານມະຫະກໍາບຸນຊ້າງຂຶ້ນເພື່ອເປັນການສົ່ງເສີມການອະນຸລັກຊ້າງທີ່ເປັນສັດມິ່ງຂວັນຂອງຊາວລາວ, ໄຊຍະບູລີມີຄວາມໝາຍວ່າ ເມືອງແຫ່ງໄຊຊະນະ, ຍ້ອນໄຊຊະນະທີ່ປະຊາຊົນແຂວງດັ່ງກ່າວຍາດມາໄດ້ຈາກການຕໍ່ສູ້ຕ້ານການຮຸກຮານຂອງສັດຕູໃນຫຼາຍຍຸກຫຼາຍສະໄໝ ເພື່ອປົກປັກຮັກສາປິຕຸພູມແຫ່ງນີ້,ທແຂວງນີ້ຈຶ່ງໄດ້ຊື່ວ່າ ແຂວງໄຊຍະບູລີ, ມີເນື້ອທີ່ທັງໝົດ 16.000 ກວ່າກິໂລຕາແມັດ, ມີປະຊາຊົນຫຼາຍຊົນເຜົ່າອາໄສຢູ່ປະມານ 4 ແສນຄົນ ແລະ ປະກອບມີ 11 ເມືອງຄື: ເມືອງໄຊຍະບູລີ, ເມືອງຄອບ, ເມືອງຫົງສາ, ເມືອງເງິນ, ເມືອງພຽງ, ເມືອງຊຽງຮ່ອນ, ເມືອງບໍ່ແຕນ, ເມືອງແກ່ນທ້າວ, ເມືອງທົ່ງມີໄຊ, ເມືອງໄຊສະຖານ ແລະ ເມືອງປາກລາຍ.

ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ

ຮຽບຮຽງໂດຍ: ຕຸໄລເພັດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments