Sunday, September 22, 2024
Homeຂ່າວພາຍໃນສູນກາງສະຫະພັນກຳມະບານລາວ ສ້າງຂະບວນການບໍລິຈາກເລືອດຕ້ອນຮັບວັນສ້າງຕັ້ງຄົບຮອບ 67 ປີ

ສູນກາງສະຫະພັນກຳມະບານລາວ ສ້າງຂະບວນການບໍລິຈາກເລືອດຕ້ອນຮັບວັນສ້າງຕັ້ງຄົບຮອບ 67 ປີ

ສູນກາງສະຫະພັນກຳມະບານລາວ (ສກລ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວໄດ້ຈັດກິດຈະກຳບໍລິຈາກເລືອດເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີຂຶ້ນໃນວັນທີ 26 ມັງກອນນີ້ ທີ່ສຳນັກງານ ສກລ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອາລີຍາວັນ ອັກຄະວົງ ຮອງປະທານ ສກລ.

ທ່ານ ນາງ ຈັນເພັດ ມະນີແສງ ຫົວໜ້າກົມຂະບວນການກ່າວວ່າ: ການຈັດງານຄັ້ງນີ້ເພື່ອເປັນການປຸກລະດົມການບໍລິຈາກເລືອດຊ່ວຍເຫຼືອສັງຄົມ, ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ສກລ ຄົບຮອບ 67 ປີ ຊຶ່ງເລືອດແມ່ນມີຄວາມໝາຍ-ສຳຄັນໃນການຊ່ວຍກອບກູ້ເອົາຊີວິດຂອງຄົນເຈັບ, ເລືອດບໍ່ມີໂຮງງານຜະລິດມີພຽງເລືອດຈາກຄົນສູ່ຄົນເທົ່ານັ້ນທີ່ສາມາດຊ່ວຍຊີວິດຄົນໄດ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments