Home ຂ່າວໜ້າໜຶ່ງ ໂຮງແຮມດາວດອກງິ້ວຄໍາ ມີທັງໝົດ 515 ຫ້ອງ ສາມາດຮອງຮັບແຂກໄດ້ເຖິງ 980 ຄົນ

ໂຮງແຮມດາວດອກງິ້ວຄໍາ ມີທັງໝົດ 515 ຫ້ອງ ສາມາດຮອງຮັບແຂກໄດ້ເຖິງ 980 ຄົນ

0
461

ພິທີເປີດໂຮງແຮມດາວດອກງິ້ວຄໍາ ໄດ້ຈັດຂຶ້ນວັນທີ 27 ມັງກອນ 2023 ທີ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍໃຫ້ກຽດເຂົ້າຮ່ວມໃນພິທີມີທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ພ້ອມດ້ວຍບັນດາການນໍາຂັ້ນສູງຈາກສູນກາງ, ທ້ອງຖິ່ນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ກ່າວວ່າ: ໂຮງແຮມດາວດອກງິ້ວຄໍາ ເປັນໂຮງແຮມລະດັບ 5 ດາວ ຂະໜາດໃຫຍ່ຄົບວົງຈອນ ຊຶ່ງເປັນໜຶ່ງໃນໂຄງການທີ່ນອນຢູ່ໃນ 13 ກິດຈະການທີ່ທາງລັດຖະບານ ສປປ ລາວ ສົ່ງເສີມໃນສັນຍາ ສະບັບປັບປຸງ ປີ 2014 ຊຶ່ງໄດ້ເລີ່ມຕົ້ນການກໍ່ສ້າງນັບແຕ່ ປີ 2019 ເປັນຕົ້ນມາ ມາຮອດປັດຈຸບັນການກໍ່ສ້າງໄດ້ສໍາເລັດເປັນທີ່ຮຽບຮ້ອຍແລ້ວ, ໂຮງແຮມດັ່ງກ່າວລວມມີທັງໝົດ 515 ຫ້ອງ ສາມາດຮອງຮັບແຂກໄດ້ເຖິງ 980 ຄົນ ໃນເວລາດຽວກັນ ແລະ ເປັນໂຮງແຮມທີ່ໃຫຍ່ໂດດເດັ່ນ ແລະ ສວຍງາມ ໂດຍການອອກແບບປະສົມປະສານທີ່ເປັນເອກະລັກຊົນເຜົ່າຂອງອາຊີຕາເວັນອອກສ່ຽງໃຕ້ (ຮູບແບບດອກງິ້ວຄໍາ), ທຸກພາກສ່ວນຕ່າງໆທັງພາຍນອກ ແລະ ພາຍໃນຂອງໂຮງແຮມແມ່ນອອກແບບໃຫ້ທັນສະໄໝ ມີລະບົບອໍານວຍຄວາມສະດວກຄົບຊຸດປະກອບ ມີຮ້ານອາຫານ, ເຄື່ອງດື່ມ, ສະຖານທີ່ບັນເທີງ, ສະຖານທີ່ຈັດງານລ້ຽງ, ຫ້ອງປະຊຸມ ແລະ ບ່ອນພັກຜ່ອນ, ບ່ອນຊົມວິວທິວທັດທໍາມະຊາດທີ່ສວຍສົດງົດງາມ ໂຮງແຮມຕັ້ງຢູ່ໃຈກາງເຂດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີເນື້ອທີ່ການທັງໝົດ 110.000 ຕາແມັດ ມູນຄ່າການກໍ່ສ້າງທັງໝົດ 200 ລ້ານໂດລາ. ຂ່າວ,ພາບ: ບຸນອູ້ມ

NO COMMENTS

LEAVE A REPLY

Please enter your comment!
Please enter your name here