Sunday, September 22, 2024
Homeຂ່າວຕ່າງປະເທດຈີນ ຜະລິດຄຳເພີ່ມຂຶ້ນເກືອບ 14 %

ຈີນ ຜະລິດຄຳເພີ່ມຂຶ້ນເກືອບ 14 %

ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ສະມາຄົມຄຳແຫ່ງປະເທດຈີນ ລາຍງານວ່າ: ຈີນ ຜະລິດຄໍາບັນລຸ 372,048 ໂຕນ ໃນປີ 2022, ເພີ່ມຂຶ້ນ 43,065 ໂຕນ ຫລື 13,09% ເມື່ອທຽບໃສ່ປີຕໍ່ປີ. ໂດຍສະມາຄົມລະບຸວ່າ: ການບໍລິໂພກຄຳ ໃນຈີນ ຫລາຍກວ່າ 1.000ໂຕນ ໃນປີ 2022, ຫລຸດລົງ 10,63% ເມື່ອທຽບໃສ່ປີຜ່ານມາ. ໃນຂະນະທີ່ການບໍລິໂພກຄຳສຳເລັດຮູບ ລວມມີ 654,32 ໂຕນ, ຫລຸດລົງ 8,01% ເມື່ອທຽບໃສ່ປີຕໍ່ປີ, ສ່ວນການບໍລິໂພກຫລຽນຄຳ ແລະ ຄຳແທ່ງ ຈຳນວນ 258,94 ໂຕນ, ຫລຸດລົງ 17,23% ເມື່ອທຽບໃສ່ ປີ 2021, ລາຄາຄຳໃນຕະຫລາດໂລກຍັງສືບຕໍ່ເພີ່ມຂຶ້ນໃນປີ 2022. ຍ້ອນໄດ້ຮັບແຮງກະຕຸ້ນຈາກປັດໄຈຕ່າງໆ ເຊັ່ນ: ວິກິດການທາງການເມືອງ , ການແພ່ລະບາດຂອງພະຍາດໂຄວິດ-19, ການຢຸດຈຶ້ງຂອງເສດຖະກິດໂລກ ແລະ ອັດຕາເງິນເຟີ້ທີ່ເພີ່ມສູງຂຶ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments