ໃນໄລຍະຜ່ານມາຄະນະພັກ, ອົງການປົກຄອງແຕ່ລະຂັ້ນຂອງແຂວງບໍລິຄຳໄຊ ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ລະບຽບ, ກົດໝາຍຂອງລັດ, ນິຕິກໍາຕ່າງໆ ທີ່ຕິດພັນກັບການຈັດຕັ້ງປະຕິບັດບັນດາສົນທິສັນຍາສາກົນຕ່າງໆ ທີ່ກ່ຽວພັນກັບວຽກງານແມ່ຍິງ ແລະ ເດັກ ໂດຍສະເພາະຄະນະກໍາມາທິການເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ ແລະ ເດັກແຂວງ ໄດ້ຖືສໍາຄັນຕໍ່ພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ເພື່ອນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານຫລຸດຜ່ອນຄວາມທຸກຍາກຂອງເດັກ ໃຫ້ໄດ້ຮັບຜົນຕາມຄາດໝາຍ. ທ່ານ ຄຳແຫວນ ປັນຍານຸວົງ, ຮອງເຈົ້າແຂວງ ປະທານຄະນະກໍາມາທິການ ສົ່ງເສີມຄວາມກ້າວໜ້າແມ່ຍິງ ແລະ ແມ່-ເດັກ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຕໍ່ກັບການຈັດຕັ້ງປະຕິບັດຄໍາໝາຍໝັັ້ນສັນຍາໃນການຫລຸດຜ່ອນຄວາມທຸກຍາກຂອງເດັກ ແຂວງພວກເຮົາໄດ້ເອົາໃຈໃສ່ເຄື່ອນໄຫວກິດຈະກໍາຕໍ່ວຽກງານເສື່ອມສານສຸຂະພາບແມ່ ແລະ ເດັກຂັ້ນບ້ານໄດ້ 284 ບ້ານ ເພື່ອກວດກາເດັກດີ, ປະເມີນໂພຊະນາການ, ໃຫ້ຄໍາປຶກສາ, ວາງແຜນຄອບຄົວ, ກວດແມ່ຍິງຖືພາ ແລະ ໃຫ້ວັກຊິນ, ເຄື່ອນໄຫວບໍລິການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19 ໂດຍການມີສ່ວນຮ່ວມຂອງຂະແໜງການຕ່າງໆ ເຊັ່ນ: ສາທາ, ສຶກສາທິການ ແລະ ກິລາ, ແຜນການ ແລະ ການລົງທຶນ, ກະສິກໍາ ແລະ ປ່າໄມ້. ຜ່ານການຈັດຕັ້ງປະຕິບັດເຮັດໃຫ້ການຫລຸດຜ່ອນອັດຕາຂອງເດັກຕໍ່າກວ່າ 5 ປີ ທີ່ຂາດສານອາຫານ, ລວງສູງຫລຸດມາດຕະຖານ (ເຕ້ຍ) ພາຍໃນແຂວງສາມາດປະຕິບັດໄດ້ 7% ເຊິ່ງຕາມແຜນບໍ່ໃຫ້ເກີນ 14%, ເດັກຂາດສານອາຫານແບບກະທັນຫັນ (ຈ່ອຍ) ປະຕິບັດໄດ້ 13%, ຕາມແຜນບໍ່ໃຫ້ເກີນ 20%, (ໄດ້ຕາມຄາດໝາຍ) ຈໍານວນເດັກນ້ອຍທີ່ມີອາຍຸຕໍ່າກວ່າ 1 ປີ ໃຫ້ໄດ້ຮັບການສັກວັກຊິນປ້ອງກັນພະຍາດຕ່າງໆ ຢ່າງຄົບຖ້ວນປະຕິບັດໄດ້ 94% ຕາມແຜນແມ່ນ 90% (ບັນລຸຄາດໝາຍ).

ພ້ອມນີ້ຍັງໄດ້ເພີ່ມໂອກາດ ແລະ ເວທີສຳລັບເດັກໃນການມີສ່ວນຮ່ວມເຂົ້າໃນການຕັດສິນໃຈທີ່ສົ່ງຜົນຕໍ່ຊີວິດການເປັນຢູ່ຂອງພວກເຂົາ, ເປີດໂອກາດໃຫ້ເດັກໄດ້ເຂົ້າເຖິງກິດຈະກໍາ ເຊັ່ນ: ຈັດລາຍການ ‘‘ເປີດໃຈໄວໜູ່ມ’’ ມີເດັກອາສາ 8 ຄົນດໍາເນີນລາຍການ ເຊິ່ງອອກອາກາດທາງວິທະຍຸຂອງແຂວງຄື້ນ FM 101,3 MHZ ໃນທຸກວັນອາທິດ ເວລາ 8:00-8:30 ນາທີ, ນຳພາເດັກເຂົ້າຮ່ວມສະແດງໃນງານປະກວດ, ການຮ້ອງເພງ, ເຂົ້າຮ່ວມຝຶກອົບຮົມວຽກງານຈັດລາຍການວິທະຍຸໄວໝຸ່ມທີ່ເມືອງວັງວຽງ ແຂວງວຽງຈັນ ເດັກອາສາຈັດລາຍການ 3 ນ້ອງ, ເລືອກຕົວແທນເດັກເຂົ້າຮ່ວມງານເວທີເດັກລາວ ປີ 2022 ທີ່ແຂວງຄຳມ່ວນ, ກອງປະຊຸມລະດັບສູງເພື່ອທົບທວນການຈັດຕັ້ງປະຕິບັດວຽກສິດທິເດັກຢູ່ ສປປ ລາວ ທີ່ນະຄອນຫລວງວຽງຈັນ ແລະ ເປັນນັກສະແດງສ້າງສະປອດໂຄສະນາໃນຫົວຂໍ້: ຢຸດຕິການແຕ່ງດອງກ່ອນໄວອັນຄວນ, ສົ່ງເສີມພອນສະຫວັນເດັກ, ຈັດການແຂ່ງຂັນຄຣິບລະຄອນສັ້ນກ່ຽວກັບການຕ້ານຢາເສບຕິດ ຊີງຂັນເລຂາຊາວໜຸ່ມແຂວງ, ເຂົ້າຮ່ວມການແຂ່ງຂັນເວົ້າ ເພື່ອຊາດ ຄັ້ງທີ 02 ພາຍໃຕ້ຫົວຂໍ້: ພັດທະນາຄົນ-ພັດທະນາຊາດ ປະຈໍາປີ 2022 ແລະ ອື່ນໆ.

ສໍາລັບແຜນການເຄື່ອນໄຫວຂອງຄະນະກໍາມິການສົ່ງເສີມຄວາມກ້າວໜ້າແມ່ຍິງ, ແມ່ ແລະ ເດັກແຂວງ ເພື່ອສືບຕໍ່ຄຳໝາຍໝັ້ນ ໂດຍສະເພາະການຟື້ນຟູຂອງວຽກງານສິດທິເດັກ ທີ່ສູນເສຍໄປໃນໄລຍະການລະບາດພະຍາດໂຄວິດ-19 ປີ 2023 ດັ່ງນີ້: ອັດຕາສ່ວນເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານບໍ່ໃຫ້ເກີນ 13,3% ອັດຕາການຂາດສານອາຫານຊໍ້າເຮື້ອສູງບໍ່ໄດ້ມາດຕະຖານ (ໃນເດັກນ້ອຍອາຍຸຕໍ່າກວ່າ 5 ປີ ບໍ່ໃຫ້ເກີນ 22,2% ການສັກຍາກັນພະຍາດບໍ່ໃຫ້ຫລຸດ 90%, ອັດຕາການໃຊ້ວິດຖ່າຍຂອງຄອບຄົວ ໃຫ້ຢູ່ໃນລະດັບ 98,7%; ເພີ່ມການໂຄສະນາປຸກລະດົມຊຸມຊົນກ່ຽວກັບອາຫານ, ໂພຊະນາການ, ສຸຂະສຶກສາເກັບກໍາຂໍ້ມູນ, ລົງປະເມີນຕາມແບບຟອມ 23 ຕົວຊີ້ບອກ ໃນ 18 ບ້ານເປົ້າໝາຍ; ສົ່ງເສີມການປູກ-ການລ້ຽງ ແລະ ອາຫານທ່ຽງ ໃນໂຮງຮຽນ; ສ້າງເງື່ອນໄຂໃຫ້ເດັກທຸກຄົນໄດ້ເຂົ້າຮ່ວມບັນດາກິດຈະກໍາຕ່າງໆ ທີ່ເປັນການພັດທະນາໂດຍສະເພາະໄດ້ຮຽນຈົບຊັ້ນປະຖົມ, ມັດທະຍົມສຶກສາພາກບັງຄັບ ແລະ ຍົກສູງການບໍລິການດ້ານການສຶກສາທີ່ມີຄຸນນະພາບ ແລະ ປອດໄພ; ເດັກແມ່ນມີຄວາມບອບບາງຕໍ່ຄວາມສ່ຽງຂອງການປ່ຽນແປງດິນຟ້າອາກາດ. ດັ່ງນັ້ນຈະຮ່ວມມືກັບບັນດາຄູ່ຮ່ວມພັດທະນາເພື່ອສົ່ງເສີມການມີສ່ວນຮ່ວມ ຂອງເດັກໃນການຈັດຕັ້ງປະຕິບັດບັນດາມາດຕະການໃນການຫລຸດຜ່ອນ ແລະ ປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ໃນລະດັບຊຸມຊົນຂອງແຂວງ, ສ້າງຄວາມເຂັ້ມແຂງໃນການໂຄສະນາຂໍ້ມູນຂ່າວການປົກປັກຮັກສາສິ່ງແວດລ້ອມ ໃຫ້ເຂົ້າເຖິງໂຮງຮຽນເພື່ອເຮັດໃຫ້ມີຜົນສຳເລັດໃນການຈັດຕັ້ງປະຕິບັດບັນດາກິດຈະກຳເປົ້າໝາຍທີ່ກຳນົດໄວ້.

ໂດຍລວມແລ້ວການລົງເຄື່ອນໄຫວເກັບກຳຂໍ້ມູນຂອງຄະນະສື່ມວນຊົນໃນຄັ້ງນີ້ກໍ່ເພື່ອຕິດຕາມ, ຊຸກຍູ້ ພ້ອມທັງເກັບກຳບັນຫາ ແລະ ຂໍ້ຄົງຄ້າງຕ່າງໆ ຂອງຜົນກອງປະຊຸມລະດັບສູງທີ່ຈັດຂື້ນ ໃນວັນທີ 18 ພະຈິກ 2022 ທີ່ນະຄອນລວງວຽງຈັນ ເພື່ອນຳໄປພິຈາລະນາ ແລະ ຊອກຫາແນວທາງປັບປຸງ ແກ້ໄຂ ທີ່ກ່ຽວຂ້ອງກັບເດັກໃນຕໍ່ໜ້າ.

ໃນການລົງສຳພາດເກັບກຳຂໍ້ມູນໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ຈາກອົງການຢູນີເຊັບ ປະຈຳ ສປປລາວ.

LEAVE A REPLY

Please enter your comment!
Please enter your name here