Sunday, September 22, 2024
Homeຂ່າວຕ່າງປະເທດ25 ມັງກອນ ເຈົ້າແຂວງເຊກອງ ຕ້ອນຮັບກົງສູນໃຫຍ່ຣາຊະອານາຈັກກໍາປູເຈຍເຂົ້າຢ້ຽມອຳລາ

25 ມັງກອນ ເຈົ້າແຂວງເຊກອງ ຕ້ອນຮັບກົງສູນໃຫຍ່ຣາຊະອານາຈັກກໍາປູເຈຍເຂົ້າຢ້ຽມອຳລາ

ທ່ານ ເຫຼັກໄຫຼ ສີວິໄລ #ເຈົ້າແຂວງເຊກອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທ່ານ ຊິມ ສຸຄົມ #ກົງສູນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍ ໃນວັນທີ 25 ມັງກອນນີ້, ທີ່ຫ້ອງວ່າການແຂວງເຊກອງ ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.

ທ່ານເຈົ້າແຂວງເຊກອງ ໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດການປະຕິບັດໜ້າທີ່ຂອງທ່ານ ຊິມ ສຸຄົມ ຊຶ່ງເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມື ທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ລະຫວ່າງສອງປະເທດ ລາວ-ກໍາປູເຈຍ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ພ້ອມນີ້, ທ່ານເຈົ້າແຂວງ ຍັງໄດ້ອວຍພອນໃຫ້ທ່ານ ຊິມ ສຸຄົມ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານໃໝ່ຂອງທ່ານ.

ທ່ານ ຊິມ ສຸຄົມ ໄດ້ສະແດງຄວາມຂອບໃຈຕໍ່ທ່ານເຈົ້າແຂວງເຊກອງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ຕໍ່ການນໍາແຂວງເຊກອງ ທີ່ໃຫ້ການຮ່ວມມື, ອໍານວຍຄວາມສະດວກ, ຊ່ວຍເຫຼືອ ແລະສະໜັບສະໜູນ ຕະຫຼອດໄລຍະການປະຕິບັດໜ້າທີ່ກົງສູນໃຫຍ່ແຫ່ງຣາຊະອານາຈັກກໍາປູເຈຍປະຈໍາພາກໃຕ້ ສປປ ລາວ ເຮັດໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະສືບຕໍ່ຊຸກຍູ້ເຮັດໃຫ້ການຮ່ວມມືລະຫວ່າງ ຣາຊະອານາຈັກກໍາປູເຈຍ ກັບ ສປປ ລາວ ໂດຍສະເພາະແມ່ນກັບບັນດາແຂວງພາກໃຕ້ຂອງລາວໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments