Home ຂ່າວຕ່າງປະເທດ ກອງບັນຊາການທະຫານແຂວງຫຼວງພະບາງອວຍພອນກົງສູນໃຫຍ່ ສສ ຫວຽດນາມປະຈຳ ພາກເໜືອ

ກອງບັນຊາການທະຫານແຂວງຫຼວງພະບາງອວຍພອນກົງສູນໃຫຍ່ ສສ ຫວຽດນາມປະຈຳ ພາກເໜືອ

0
291

——————

ວັນທີ 24 ມັງກອນ 2023 ນີ້, ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ກໍາມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າດອກໄມ້ອັນຫອມຫວນ ໄປອວຍພອນໃຫ້ ທ່ານ ນາງ ກຽວທິຮັງຟຸກ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ແລະ ທ່ານ ຫງວຽນຫວຽດ ເກືອງ ຫົວໜ້າຫ້ອງການຕົວແທນສູນອຸດສາຫະກໍາ ແລະ ການຄ້າດຽນບຽນ ປະຈໍາພາກເໜື່ອ ທີ່ແຂວງຫຼວງພະບາງ. ເພຶ່ອອວຍພອນປີໃໝ່ຂອງ ສສ ຫວຽດນາມ, ເຊິ່ງ ສະຫາຍ ພັນເອກ ສີວິໄຊ ເພັງສັນຕິສຸກ ກໍາມະການພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ອວຍພອນ ທ່ານ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ແລະ ທ່ານ ຫງວຽນຫວຽດ ເກືອງ ຫົວໜ້າຫ້ອງການຕົວແທນສູນອຸດສາຫະກໍາ ແລະ ການຄ້າດຽນບຽນ ປະຈໍາພາກເໜື່ອ ພ້ອມດ້ວຍຄອບຄົວ ແລະ ພະນັກງານ – ນັກຮົບ, ຕະຫຼອດເຖິງພໍ່ແມ່ປະຊາຊົນຂອງ ສສ ຫວຽດນາມ ເນື່ອງໃນໂອກາດປີໃໝ່ຂອງ ສສ ຫວຽດນາມ ໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກໃນສ່ວນຕົວ ແລະ ຄອບຄົວ, ມີຄວາມຈະເລີນກ້າວໜ້າໃນການທໍາທຸລະກິດ ແລະ ມີຜົນສໍາເລັດໃນພາລະກິດປະຕິວັດ, ພ້ອມທັງອວຍພອນໄຊໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ ແລະ ໝັ້ນຄົງຂະນົງແກ່ນຊົ່ວກາລະນານ.

ຂ່າວ: ສົມພອນ ສຸວັນທອນ.

#MediaLaos

#PhetsakhoneSimmavong

NO COMMENTS

LEAVE A REPLY

Please enter your comment!
Please enter your name here