Friday, October 18, 2024
Homeບຸນປະເພນີສະເຫຼີມສະຫຼອງເປີດນຳໃຊ້ສາລາໂຮງທັມ ແລະໂຄງການກໍ່ສ້າງພາຍໃນ ວັດບຸບຜາຣາມ ດອນເທວະດາ​ ບ້ານຂະໜາດ ເມືອງໂພນທອງ

ສະເຫຼີມສະຫຼອງເປີດນຳໃຊ້ສາລາໂຮງທັມ ແລະໂຄງການກໍ່ສ້າງພາຍໃນ ວັດບຸບຜາຣາມ ດອນເທວະດາ​ ບ້ານຂະໜາດ ເມືອງໂພນທອງ

ຕອນບ່າຍວັນທີ 13 ມັງກອນ​ 2023,​ ໄດ້ມີພິທີສະເຫຼີມສະຫຼອງສາລາໂຮງທໍາ (ຫໍແຈກ), ກຸດຕິ, ປະຕູໂຂງ, ເສັ້ນທາງ ແລະ ຫ້ອງນໍ້າ ວັດບຸບຜາຣາມ ດອນເທວະດາ​ ບ້ານຂະໜາດ ເມືອງໂພນທອງ ແຂວງ ຈໍາປາສັກ.​ ພິທີຈັດຂຶ້ນຢູ່ບ້ານດັ່ງກ່າວ​ ໂດຍໄດ້ຮັບຄວາມເມດຕາເປັນປະທານຝ່າຍສົງ ຈາກ ພຣະອາຈານໃຫຍ່ ມະຫາ​ ບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ​ ລາວ(ອພສ), ພຣະອາຈານຍາທ່ານ ມະຫາ​ ບຸບຜາ ທັນຍາວົງ ຮອງປະທານຝ່າຍສົ່ງ ຈາກປະເທດສະຫະລັດອາເມຣິກາ ຜູ້ນໍາພາການກໍ່ສ້າງວັດປ່າບຸບຜາຣາມ,​ ພຣະອາຈານໃຫຍ່ ມະຫາ​ ສຸວັນ ຈັນທະລາຊ ຄະນະບໍລິຫານງານປະຈໍາການ ສູນກາງ​ ອພສ ແຫ່ງ ສປປລາວ ຜູ້ຊ່ວຍປະທານ ສູນກາງ ປະທານ ອພສ ແຂວງຈໍາປາສັກ ຝ່າຍຄາລະວາດ ໂດຍການເຂົ້າຮ່ວມຂອງ​ ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານປະຊາຊົນແຂວງຈໍາປາສັກ,​ ມີເຈົ້າເມືອງໆໂພນທອງ.​ ມີພຣະອາຈານຄະນະບໍລິຫານງານ ອພສ ແຂວງ,​ ຄະນະບໍລະຫານງານ ອພສ​ ເມືອງ, ນະຄອນ, ເຈົ້າອະທິການວັດ ພ້ອມພ້ວຍພຣະເຖຣານຸເຖຣະ, ຄະນະພັກ​ – ອົງ​ການປົກຄອງ​ເມືອງໂພນທອງ, ຄະນະພັກ​ – ອົງ​ການປົກຄອງ​ກຸ່ມ​ 7​ ສັກ​ເມືອງ, ຄະນະພັກ​ – ອົງ​ການປົກຄອງ​ບ້ານ,​ ສາລະວັດເຖົ້າແກ່ ແລະ​ ພໍ່ແມ່​ປະຊາຊົນ​ຊາວບ້ານຂະໜາດ ເຂົ້າຮ່ວມ.​

ໃນພິທີ​ ພຣະອາຈານຍາທ່ານ ມະຫາ​ ບຸບຜາ ທັນຍາວົງ ຮອງປະທານຝ່າຍສົ່ງ ຈາກປະເທດສະຫະລັດອາເມຣິກາ ຜູ້ນໍາພາການກໍ່ສ້າງວັດປ່າບຸບຜາຣາມ​ ລາຍງານວ່າ: ວັດປ່າບຸບຜາລາມ​ ດອນເທວະດາ​ ໄດ້ເລີ່ມສ້າງໃນຕົ້ນປີ 1974 ໂດຍ​ຂ້າພະເຈົ້າ​ ໄດ້ນໍາພາລູກຫຼານຊາວບ້ານຂະໜາດ ຮ່ວມກັນກໍ່ສ້າງ​ ແຕ່ກໍ່ບໍ່ສຳເລັດ ເພາະຂາດຜູ້ນໍາພາ ແລະ ປັດໄຈໃນການກໍ່ສ້າງ ໄດ້ປະໃຫ້ສະຖານທີ່ແຫ່ງນີ້ ກາຍເປັນ ປ່າຊ້າຢູ່ເປັນເວລາ​ 42 ປີ 10 ເດືອນ. ຕົກມາໃນປີ 2017 ຈິ່ງໄດ້ສືບຕໍ່ປົວແປງສ້າງສາ​ ອີກຄັ້ງໃໝ່​ ໂດຍໄດ້ເຕົ້າໂຮມລູກຫຼານຍາດໂຍມຈາກພາຍໃນ ແລະ ຕ່າງປະເທດ ອັນມີປະເທດອາເມຣິກາ ແລະ​ ປະເທດການາດາ ຮ່ວມກັນສ້າງປະຕູໂຂງ,​ ສ້າງຫ້ອງນໍ້າ,​ ສ້າງພຣະພຸທທະຮູບໃຫຍ່ ແລະ ປານກາງ ມາປະດິດສະຖານໄວ້ທີ່ວັດປ່າແຫ່ງນີ້ ຈໍານວນຫຼາຍອົງ,​ ສ້າງເສັ້ນທາງຄອນກຣີດເສີມເຫຼັກເຂົ້າວັດ,​ ປະດັບປະດາຕາມເສັ້ນທາງ ດ້ວຍດອກໄມ້ນາໆຊະນິດຕາມເສັ້ນທາງ ໃຫ້ສວຍງາມ,​ ເຈາະນໍ້າບາດານ,​ ສ້າງເສົາໄຟຟ້າ ແລະ ດອກໄຟໂຊລາແຊວ ໃສ່ຕາມທາງເຂົ້າ ແລະ ພາຍໃນວັດ,​ ກໍ່ສ້າງກຸດຕິນ້ອຍ.​ ນອກນີ້​ ຍັງໄດ້ຮ່ວມກັນຫຼ່ໍຮູບເໝືອນ ພຣະອາຈານ ເຖົ້າຄຣູປຸ໋ຍ ໂສມະບົວລາແສງ ເຊິ່ງເປັນລູກສິດຂອງ ຍາທ່ານໃຫຍ່ ສົມເດັດລຸນ ແລະ ເປັນຮົ່ມໂພຮົ່ມໄຊຍ໌ ຂອງລູກຫຼານຊາວບ້ານຂະໜາດ ເພື່ອເປັນອະນຸສອນສຶບຕໍ່ໆໄປ.​ ກໍ່ສ້າງພຣະພຸດທະຮູບອົງແສນ ດ້ວຍທອງສໍາລິດ,​ ສ້າງສາລາໂຮງທໍາວັດໃນ 1 ຫັຼງ,​ ເຈາະນ້ໍາບາດານໃຫ້ຊຸມຊົນ 6 ແຫ່ງ,​ ສ້າງໂຮງຮຽນມັດທະຍົມບ້ານຂະໜາດ 1 ແຫ່ງ, ຊື້ເຄື່ອງໄຟຟ້າ, ເຄື່ອງກະຈາຍສຽງ 1 ຊຸດ,​ ຊື້ເຄື່ອງສຽງໃຫ້ໂຮງຮຽນ ມ.ສ ບ້ານຂະໜາດ, ສ້າງຫ້ອງການໂຮງຮຽນປະຖົມຂະໜາດ 1 ຫຼັງ,​ ປະກອບສ່ວນຊ່ວຍແລ່ນຈ່າຍຄ່າໄຟຟ້າເຂົ້າບ້ານຂະໜາດ,​ ສົມທົບສ້າງໂຮງຮຽນປະຖົມບ້ານຂະໜາດ,​ ສ້າງພັດທະສິມມາ​ ໃນບ້ານຂະໜາດ 1 ຫຼັງ,​ ສ້າງປະຕູໂຂງວັດໃນ 2 ແຫ່ງ,​ ສ້າງກໍາແພງອ້ອມວັດໃນ​ ບ້ານຂະໜາດ,​ ສ້າງກໍາແພງວັດນອກ ອ້ອມວັດ,​ ສ້າງປະຕູໂຂງວັດນອກ 2 ແຫ່ງ,​ ສ້າງທາງຄອນກຣີດເຂົ້າວັດ,​ ສ້າງໄຟເກັບແສງ ແລະ​ ຈະສ້າງຫໍພະເມມເຜົາສົບໃນຕໍ່ໜ້າ ລວມມູນຄ່າທັງໝົດ​ 6 ຕື້​ 312 ລ້ານກີບ.​ ທັງນີ້​ ກໍເພື່ອປະກອບສ່ວນການອຸປະຖຳວຽກງານຂອງ ອົງການພຸດທະສາສະໜາ.​

ໃນພິທີພຣະອາຈານໃຫຍ່ ມະຫາ​ ບຸນມາ ສິມມາພົມ ປະທານ ສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ​ ລາວ,ໄດ້ມອບໃບກິດຕິຄຸນແດ່ພຣະອາຈານຍາທ່ານ ມະຫາ​ ບຸບຜາ ທັນຍາວົງ ຮອງປະທານຝ່າຍສົ່ງ ຈາກປະເທດສະຫະລັດອາເມຣິກາ ຜູ້ນໍາພາການກໍ່ສ້າງວັດປ່າບຸບຜາຣາມ,​ໄດ້ຮ່ວມຕັດແຖບຜ້າ ນຳພາສູດໄຊຍັນໂຕເປີດນຳໃຊ້ສະລາໂຮງທັມ ແລະ ເມດຕາເທສະໜາ ໂອ້ລົມຕໍ່ຄະນະພຣະສົງສຳມະເນນ ແລະ ອອກຕົນຍາດຍົມ ເພື່ອສືບຕໍ່ປົກປັກຮັກສາພຸດທະສາສະໜາ ຊຶ່ງແມ່ນວັດທະນະທຳອັນດີງາມຂອງຊາດ ກໍຄືສະລາໂຮງທັມ ແລະໂຄງການກໍ່ສ້າງອື່ນໆພາຍໃນວັດປ່າບຸບຜາຣາມບ້ານຂະໜາດທີ່ມີແລ້ວໃຫ້ຍືນຍົງຕະຫອດໄປ.

ເກດສະໜາ ແກ້ວສຸວັນນະແສງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments