Friday, October 18, 2024
Homeຂ່າວຕ່າງປະເທດເຮືອບິນຕົກຢູ່ເນປານ ມີຜູ້ເສຍຊີວິດ 67ຄົນ

ເຮືອບິນຕົກຢູ່ເນປານ ມີຜູ້ເສຍຊີວິດ 67ຄົນ

ຕາມ​ຂ່າວ​ຈາກເນ​ປານ ວັນ​ທີ15 ​ມັງກອນ​ນີ້ ​​ເຮືອບິນ​ໂດຍສານສາຍ​ການບິນ​ເຢຕິ ​ແອ​ລາຍ (Yeti Airlines) ຂອງ​ເນ​ປານ ​ເກີດ​ອຸບັດ​ເຫດຕົກລົງໃສ່​ພູ​ເຊ​ຕິ (Seti) ທີ່ຢູ່​ຫ່າງ​ຈາກສະໜາມ​ບິນໂພຄາຣາ (Pokhara) ພຽງ 2 ກິ​ໂລ​ແມັດ ຂະນະ​ທີ່​ພະຍາຍາມ ​ລົງ​ຈອດທີ່​ສະໜາມ​ບິນໃນ​ເມືອງ​ໂພຄາຣາ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ 67 ຄົນ ມີຜູ້​ໂດຍສານທັງ​ໝົດ 68 ຄົນ ​ແລະ ພະນັກງານ​ ເທິງ​ເຮືອບິນ​ອີກ 4 ຄົນ ຊຶ່ງ​ເປັນ​ເຮືອບິນ​ ລຸ້ນ ATR-72 ​ແບບ​ໃນ​ພັດ 2​ ເຄື່ອງ​ຈັກ ລຸ້ນ 9N ANC.

ຈຳນວນ​ຜູ້​ໂດຍສານ​ດັ່ງກ່າວປະກອບ​ມີ: ພະ​ນັກ​ງານ​ເຮືອບິນເປັນ​ຊາວ​ເນ​ປານ 4ຄົນ, ຜູ້​ໂດຍສານຊາວ​ເນ​ປານ 53 ຄົນ, ຊາວ​ຕ່າງປະ​ເທດ 15 ຄົນ ລວມມີ: ຊາວ​ອິນ​ເດຍ 5 ຄົນ, ຣັດ​ເຊຍ 4 ຄົນ, ​ສ.​ເກົາຫລີ 2 ຄົນ, ອົດສະຕຣາລີ, ອຽກລັງ, ອາກຊັງ​ຕິນ ​ແລະ​ ຝຣັ່ງສັນຊາດ​ລະ 1 ຄົນ.

ປັດຈຸບັນເຈົ້າໜ້າ​ທີ່​ກູ້​ໄພພວມ​ຊອກ​ຫາ​ຜູ້​ສູນຫາຍ​ອີກ 1 ຄົນ ​ແລະ ​ເກັບ​ກູ້​ເອົາ​ຊາກເຮືອບິນ​ໃນ​ຈຸດ​ເກີດ​ເຫດຢ່າງ​ຮີບ​ດ່ວນ ຊຶ່ງ​ເປັນ​ເຫດການ​ຄັ້ງຮຸນ​ແຮງ​ທີ່ສຸດ​ໃນ​ຮອບ 30ປີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments