Home ຂ່າວພາຍໃນ 5 ປີຜ່ານມາ ແຂວງອຸດົມໄຊ ຖືສໍາຄັນ ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນ ວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

5 ປີຜ່ານມາ ແຂວງອຸດົມໄຊ ຖືສໍາຄັນ ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນ ວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ

0
365

ຕະຫລອດໄລຍະ 5 ປີຜ່ານມາ ແຂວງອຸດົມໄຊ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ ຕໍ່ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຢ່າງແຂງແຮງ ແລະເປັນປົກກະຕິ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ມີຜົນສຳເລັດ.

ອີງຕາມ ບົດສະຫລຸບຕີລາຄາ ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ໄລຍະປີ 2016-2021 ແລະ ທິດທາງແຜນການ ຮອດປີ 2025 ຂອງແຂວງອຸດົມໄຊ ໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດວຽກງານ ກໍ່ສ້າງຮາກຖານການເມືອງ ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນແມ່ນ ດ້ານການຫັນລົງກໍ່ສ້າງຮາກຖານການເມືອງ ສາມາດຫັນເອົາພະນັກງານຂັ້ນແຂວງ ລົງຊ່ວຍເມືອງ ທັງຫມົດ 78 ສະຫາຍ, ຍິງ 7 ສະຫາຍ, ເມືອງລົງຊ່ວຍບ້ານ 218 ສະຫາຍ, ຍິງ 12 ສະຫາຍ, ດ້ານການເມືອງ ແລະ ປັບປຸງລະບົບການເມືອງ ໄດ້ມີການຫັນເອົາແນວທາງຂອງພັກ, ລະບຽບກົດຫມາຍຂອງລັດ, ນິຕິກຳຕ່າງໆ ລົງເຜີຍແຜ່ ເຊື່ອມຊຶມ ໃຫ້ແກ່ຄະນະພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ ໄດ້ປັບປຸງລະບົບການເມືອງ, ກົງຈັກການຈັດຕັ້ງຂັ້ນຮາກຖານໃຫ້ມີຄວາມເຂັ້ມແຂງ, ຫນັກແຫນ້ນ ທັງດ້ານປະລິມານ ແລະ ຄຸນນະພາບ. ສຳເລັດການດຳເນີນກອງປະໃຫຍ່ ອົງຄະນະພັກເມືອງ 7 ເມືອງ ແລະ ອົງຄະນະພັກ ສອງກອງບັນຊາການ ປກຊ-ປກສ ຈຳນວນ 1.140 ຮາກຖານພັກ ທຽບໃສ່ປີ 2015 ເພີ່ມຂຶ້ນ 176 ຮາກຖານພັກ; ດ້ານວຽກງານປ້ອງກັນຊາດ ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ 23 ກົມກອງ ຈຳນວນ 52 ສະຫາຍ, ປັບປຸງການຈັດຕັ້ງກອງຮ້ອຍ, ກອງຫລອນ, ຈັດຕັ້ງການອົບຮົມຫັດແອບວິຊາສຶກສາ ປ້ອງກັນຊາດ-ປ້ອງກັນຕົວ ໃຫ້ພະແນກການອ້ອມຂ້າງແຂວງ, ນັກຮຽນ-ນັກສຶກສາ, ສ້າງບ້ານປ້ອມຫມັ້ນ ແລະ ກຸ່ມບ້ານສູ້ຮົບຕິດລຽນ, ຊຸກຍູ້ ກອງຮ້ອຍຊາຍແດນເຄື່ອນໄຫວລາດຕາເວັນ ປ້ອງກັນຊາຍແດນ ລາວ-ຈີນ ສາມາດເຮັດໃຫ້ມີຄວາມສະຫງົບປອດໄພ 100%; ວຽກງານ ປກສ ໄດ້ລົງປັບປຸງ ປກສ ບ້ານ ແລະ ຈຸດສຸມ ຈຳນວນ 67 ກຸ່ມ ມີກຳລັງລົງປະຈຳທັງຫມົດ 233 ສະຫາຍ, ຝຶກອົບຮົມ ປກສ ບ້ານ ໄດ້ 10 ຄັ້ງ, ສ້າງບ້ານປ້ອງກັນຄວາມສະຫງົບດີ ໄດ້ 182 ບ້ານ, ບ້ານປອດຄະດີ 216 ບ້ານ ແລະ ບ້ານປອດຢາເສບຕິດ 231 ບ້ານ, ໄດ້ສູມໃສ່ແກ້ໄຂ ບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ ຢ່າງຕັ້ງຫນ້າ ອັນພົ້ນເດັ່ນແມ່ນ ການມ້າງຄະດີຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານຫລັກ 44, ບ້ານພູສະຫວັນ ແລະ ບ້ານອື່ນໆ; ວຽກງານວັດທະນະທຳ-ສັງຄົມ ໄດ້ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ ແລະ ອານຸລັກວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າພາຍໃນແຂວງ ເປັນປົກກະຕິ ແລະ ດີຂຶ້ນ, ສາມາດສ້າງບ້ານວັດທະນະທຳໄດ້ຈຳນວນ 295 ບ້ານ, ສົ່ງເສີມ ແລະ ພັດທະນາ ວຽກງານການທ່ອງທ່ຽວນັບມື້ນັບດີຂຶ້ນ, ຂະຫຍາຍຕາຫນ່າງການສຶກສາລົງສູ່ເຂດຊົນນະບົດຢ່າງທົ່ວເຖິງ ປັບປຸງ ໂຮງຮຽນ, ຫໍພັກ, ການຮຽນ-ການສອນ ເປັນລະບົບຄົບຊຸດ ມາຮອດປັດຈຸບັນ ສາມາດປະຕິບັດສຳເລັດ 7 ຕົວຊີ້ວັດ ໃນຈຳນວນ 12 ຄາດຫມາຍຕົວຊີ້ວັດ ຂອງຂະແຫນງສຶກສາ, ສຸມໃສ່ປະຕິບັດແຜນງານ ສາມາດເຮັດໃຫ້ຕາຫນ່າງສາທາລະນະສຸກ ປົກຄຸມ 100% ໃນທົ່ວແຂວງ ສາມາດປະຕິບັດ ສຳເລັດ 7 ຄາດຫມາຍຕົວຊີ້ວັດ ໃນຈຳນວນ 11 ຄາດຫມາຍຕົວຊີ້ວັດ ຂອງຂະແຫນງສາທາລະນະສຸກ. ນອກນັ້ນ ຍັງໄດ້ມີການຈັດຝຶກອົບຮົມວິຊາຊີບ ແລະ ພັດທະນາສີມືແຮງງານໃຫ້ປະຊາຊົນຜູ້ດ້ອຍໂອກາດໄດ້ທັງຫມົດ 2 ຫມື່ນກວ່າຄົນ, ສາມາດສະຫນອງແຮງງານເຂົ້າສູ່ຕະຫລາດແຮງງານທັງພາຍໃນ ແລະ ຕ່າງປະເທດ ໄດ້ 1 ຫມື່ນ 4 ພັນກວ່າຄົນ ແລະ ລະບົບປະກັນສັງຄົມ ກໍໄດ້ຮັບການປັບປຸງບໍລິການວ່ອງໄວຂຶ້ນກວ່າເກົ່າ.

ເວົ້າລວມແລ້ວ ໃນຕະຫລອດໄລຍະ 5 ປີຜ່ານມາ (2016-2021) ການຈັດຕັ້ງປະຕິບັດວຽກງານລົງກໍ່ສ້າງຮາກຖານການເມືອງຂອງແຂວງອຸດົມໄຊ ມີຜົນສຳເລັດໃນລະດັບຫນຶ່ງຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການ ແລະ ທິດທາງແຜນການລວມຂອງ ພັກ-ລັດ ແລ້ວຍັງຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ແລະ ປັບປຸງແກ້ໄຂໃນຫລາຍບັນຫາ ແລະ ການນຳແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ພ້ອມກັນກຳນົດແຜນການຈັດຕັ້ງປະຕິບັດຢ່າງລະອຽດ ໃນ 5 ປີຕໍ່ຫນ້າ ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ຂອງແຂວງອຸດົມໄຊ ມີບາດກ້າວພົ້ນເດັ່ນ.

—***–ຂ່າວ: ຄານມະນີ ຮຽນດໍຈັນ

ກວດແກ້: ອ່ຽງຄຳ ວິລະສັກ

#ມີເດຍລາວ

#ອຸດົມໄຊ

NO COMMENTS

LEAVE A REPLY

Please enter your comment!
Please enter your name here