ພິທີມອບ-ຮັບ ແລະ ເປີດນໍາໃຊ້ ລະບົບຊອບແວ ປະຕິບັດການ ຄວາມປອດໄພໄຊເບີ (SOC) ແລະ ລະບົບການຮຽນອອນລາຍແບບເປີດກວ້າງ (MOOCs) ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 11 ມັງກອນ 2023 ທີ່ນະຄອນຫລວງວຽງຈັນ, ຕາງໜ້າໃຫ້ແກ່ລັດຖະບານ ສສ ຫວຽດນາມ ມອບໂດຍ ທ່ານ ຫງວ໋ຽນ ແມັງ ຮຸ່ງ ກໍາມະການສູນກາງພັກຄອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງຖະແຫລງຂ່າວ ແລະ ການສື່ສານ ສສ ຫວຽດນາມ ແລະ ຕາງໜ້າລັດຖະບານ ສປປ ລາວ ຮັບໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ.

ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ ປະກອບມີ: ລະບົບສູນກາງຕິດຕາມຄວາມປອດໄພຂໍ້ມູນຂ່າວສານ, ລະບົບຕິດຕາມ ແລະ ປ້ອງກັນເວັບໄຊທ໌, ລະບົບຕິດຕາມ, ກວດຈັບຄອມພິວເຕີຜູ້ນໍາໃຊ້, ລະບົບປ້ອງກັນຄວາມປອດໄພເຄືອຂ່າຍຄອມພິວເຕີ ແລະ ລະບົບຄວບຄຸມການເຂົ້າເຖິງເຄືອຂ່າຍ. ສໍາລັບ ລະບົບການຮຽນອອນລາຍແບບເປີດກກວ້າງ ແມ່ນລະບົບການສັງລວມ ແລະ ແປຫລັກສູດຈາກພາສາຫວຽດນາມ ມາເປັນພາສາລາວ ແລະ ປ້ອນຂຶ້ນລະບົບ ຈໍານວນ 18 ວິຊາ, ປະ ກອບມີ 3 ໝວດວິຊາ ຄື: ການຫັນເປັນດີຈິຕອນ, ຄວາມຮູ້ດ້ານວິຊາສະເພາະ ແລະ ທັກສະທົ່ວໄປ. ຫລັກສູດການຫັນເປັນດີຈິຕອນ ເໝາະສຳລັບຜູ້ຮຽນທີ່ເປັນພະນັກງານ ຈາກຂະແໜງການ ແລະ ບັນດາວິສາຫະກິດ; ຫລັກສູດວິຊາສະເພາະ ແມ່ນເໝາະສົມສໍາລັບຜູ້ຮຽນທີ່ຂຶ້ນກັບບັນດາອົງການຈັດຕັ້ງ ຊຶ່ງມີເນື້ອໃນລົງເລິກ ແລະ ຕາມຂົງເຂດທີ່ແຕກຕ່າງກັນ ເປັນຕົ້ນ ເສດຖະກິດ, ການສຶກສາ, ກະສິກໍາ, ສາ ທາລະນະສຸກ; ຫລັກສູດກ່ຽວກັບທັກສະທົ່ວໄປ ແມ່ນສໍາລັບປະຊາຊົນ ທີ່ທຸກຄົນສາມາດເຂົ້າເຖິງ ເພື່ອຍົກສູງທັກສະຂອງຕົນ ເປັນຕົ້ນ ທັກສະທາງສັງຄົມ, ທຸລະກິດ, ການຄຸ້ມຄອງການເງິນ ແລະ ອື່ນໆ.

ລະບົບຊອບແວປະຕິບັດການຄວາມປອດໄພໄຊເບີ ໄດ້ຖືກຕິດຕັ້ງ ຢູ່ສູນປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ ແລະ ລະບົບການຮຽນອອນລາຍແບບເປີດກວ້າງ ທັງສອງລະບົບຊອບແວ ແມ່ນໄດ້ຮັບການຊ່ວຍເຫລືອ ຈາກກະຊວງ ຖະແຫລ່ງຂ່າວ ແລະ ການສື່ສານ ກໍຄື ລັດຖະບານ ສສ ຫວຽດນາມ. ທັງສອງລະບົບນີ້, ມີຄຸນປະໂຫຍດຢ່າງໃຫຍ່ຫລວງ ມາສູ່ ພັກ ແລະ ລັດຖະບານ ກໍຄືປະຊາຊົນລາວບັນດາເຜົ່າ ໃນການເຝົ້າລະວັງຄວາມປອດໄພໃນລະບົບເຄືອຂ່າຍອິນເຕີເນັດຕະຫລອດ 24 ຊົ່ວໂມງ ແລະ ການເປີດກວ້າງໃຫ້ນັກຮຽນ, ນັກສຶກສາ, ພະນັກງານ ແລະ ປະຊາຊົນ ສາມາດຄົ້ນຄວ້າຂໍ້ມູນການຮຽນ ໂດຍຜ່ານລະບົບອອນລາຍ ເປັນຕົ້ນ ຫລັກສູດການຫັນເປັນດີຈິຕອນ, ຫລັກ ສູດຄວາມຮູ້ດ້ານວິຊາສະເພາະ ແລະ ຫລັກສູດທັກສະທົ່ວໄປ.

LEAVE A REPLY

Please enter your comment!
Please enter your name here