ພິທີສະຫຼຸບປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ຈັດຂຶ້ນວັນທີ 11 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ ໂດຍເປັນປະທານຮ່ວມຂອງ ສະ​ຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ສະ​ຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ແລະ ມີບັນດາສະຫາຍການນໍາພັກ ລັດຖະບານ ພະນັກງານ ທະຫານ ຕຳຫຼວດ ຊາວໜຸ່ມ ນັກຮຽນ-ນັກສຶກສາ ທັງຫວຽດນາມ ແລະ ລາວ ເຂົ້າຮ່ວມ.

ເລີ່ມຕົ້ນພິທີໄດ້ມີການສາຍວີດີໂອປະມວນການເຄື່ອນໄຫວສໍາຄັນ ແລະ ບັນດາກິດສະກໍາສະເຫຼີມ ສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ມີການສະແດງສີລະປະ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ໂດຍໄດ້ຖ່າຍທອດຜ່ານບັນດາບົດເພງ ແລະ ບົດຟ້ອນມິດຕະພາບ ລາວ-ຫວຽດນາມ ຢ່າງເບີກບານມ່ວນຊື່ນ ແລະ ມີເນື້ອໃນຄວາມໝາຍສຳຄັນທາງປະຫວັດສາດ ສ່ອງແສງໃຫ້ເຫັນເຖິງສາຍໄຍແຫ່ງຄວາມຜູກພັນ ຄວາມສາມັກຄີມິດຕະພາບອັນຍິ່ງໃຫຍ່ ທີ່ບໍ່ສາມາດຕັດຂາດຈາກກັນໄດ້.

ຈາກນັ້ນ ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຖະແຫຼງຂ່າວ ແລະ ສະຫຼຸບການສະເຫຼີມສະຫຼອງປີສາມັກຄິມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ປີ 2022 ໃນໂອກາດນີ້ ສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນເຖິງ ຜົນສໍາເລັດຂອງການພົບປະສອງຝ່າຍກັບ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ເຊິ່ງສອງຝ່າຍໄດ້ພ້ອມກັນທົບທວນຄືນການພົວພັນຮ່ວມມືຮອບດ້ານຂອງສອງປະເທດໃນໄລຍະຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ສອງຝ່າຍໄດ້ຮ່ວມລົງນາມເອກະສານຮ່ວມກັນ 10 ສະບັບ ໃນຫຼາຍຂົງເຂດ ພິເສດການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຂອງຄະນະຜູ້ແທນ ສສ ຫວຽດນາມ ແມ່ນມີຄວາມໝາຍສຳຄັນທີ່ສຸດ ເພາະຢູ່ໃນທ່າມກາງບັນຍາກາດການສະຫຼຸບການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດ ນາມ-ລາວ ປີ 2022 ແລະ ບັນດາເຫດການ ກິດຈະກຳ ສຳຄັນຕ່າງໆ ໃນການຮ່ວມສະເຫຼີມສະຫຼອງນຳ ກັນ.

ໃນຕອນທ້າຍ ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຢ່າງສຸດໃຈ ແລະ ຕີລາຄາສູງ ຕໍ່ການຮ່ວມກັນຈັດການສະເຫຼີມສະລອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຫວຽດນາມ-ລາວ ໃນຄັ້ງນີ້ ທີ່ປະສົບຜົນສໍາເລັດຢ່າງຈົບງາມ ພ້ອມທັງໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ທີ່ຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງ​ພັກ ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ຈົ່ງໝັ້ນ​ຄົງ​ຄະ​ນົງ​ແກ່ນ ​ແລະ ຈະ​ເລີ​ນງອກ​ງາມ​ຍິ່ງ​ໆ​ຂຶ້ນ ​ຕະຫຼອດ​ໄປ.

LEAVE A REPLY

Please enter your comment!
Please enter your name here