Tuesday, September 24, 2024
Homeຂ່າວການເມືອງກອງປະຊຸມເຈົ້າໜ້າທີ່ອາວຸໂສລາວ-ຫວຽດນາມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2023

ກອງປະຊຸມເຈົ້າໜ້າທີ່ອາວຸໂສລາວ-ຫວຽດນາມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2023

ຄະນະກໍາມາທິການຮ່ວມມືລາວ-ຫວຽດນາມ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສລາວ-ຫວຽດນາມ ຄັ້ງທີ 45 ຂອງຄະນະກໍາມະການຮ່ວມມືທະວິພາຄີ ປະຈໍາປີ 2023, ໃນວັນທີ 10 ມັງກອນ ນີ້ ທີ່ນະຄອນຫຼວງວຽງຈັນ.

ເປັນກຽດໃນພິທີ, ທ່ານ ວຽງສະຫວັນ ວິໄລພອນ ຮອງປະທານ ຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຫວຽດນາມ, ທ່ານ ວຽງຊັນ ຈັນທາ, ຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ພ້ອມດ້ວຍຄະນະ, ທ່ານ ເຈິ່ນ ກວັກ ເຟືອງ ຮອງລັດຖະມົນຕີ ຮອງປະທານຄະນະກຳມະການ ຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍຄະນະ ແລະ ບັນດາແຂກຖືກເຊີນທັງສອງຝ່າຍ.

ທ່ານ ວຽງສະຫວັນ ວິໄລພອນ ກ່າວວ່າ: ກອງປະຊຸມ ຂອງພວກເຮົາໃນມື້ນີ້, ສອງຝ່າຍ ຈະໄດ້ທົບທວນຕີລາຄາຄືນ ສະພາບການຈັດຕັ້ງຜັນຂະຫຍາຍຄໍາເຫັນຊີ້ນໍາຂອງສອງກົມການເມືອງສູນກາງພັກກໍຄື ຂໍ້ຕົກລົງຂອງສອງລັດຖະບານ ປະຈຳປີ 2022, ອັນໃດປະຕິບັດໄດ້ ແລະ ອັນໃດທີ່ຍັງປະຕິບັດບໍ່ທັນໄດ້ດີ ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ທິດທາງແຜນການ ຮ່ວມມືທະວິພາຄີປະຈຳປີ 2023, ຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍໄມຕີຈິດມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ, ຕີລາຄາສູງ ຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງ ມີຄວາມໝາຍທາງປະຫວັດສາດ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ຍາດມາໄດ້ໃນຫຼາຍປີຜ່ານມາ ເປັນຕົ້ນແມ່ນການຜ່ານຜ່າ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ພື້ນຖານເສດຖະກິດຂອງຫວຽດນາມ ສືບຕໍ່ນັບມື້ນັບເພີ່ມຂຶ້ນ, ມີສະຖຽນລະພາບດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ຈາກນັ້ນ ສອງຝ່າຍຍັງໄດ້ແຈ້ງສະພາບການພາຍໃນປະເທດໂດຍຫຍໍ້ໃຫ້ກັນແລະກັນຊາບ, ປັດຈຸ ບັນ, ລັດຖະບານລາວ ໄດ້ສຸມໃສ່ປະຕິບັດ 2 ວາລະແຫ່ງຊາດ ຄື: (1) ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດມະຫາພາກ ແລະ (2) ແກ້ໄຂບັນຫາຢາເສບຕິດ. ພາຍໃຕ້ການນໍາພາ-ຊີ້ນຳເດັດຂາດ ຂອງສອງສູນກາງພັກ ແລະ ສອງລັດຖະບານ, ບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ທ້ອງຖິ່ນ ແລະ ວິສາຫະກິດສອງຝ່າຍ ໄດ້ເປັນເຈົ້າການປະສານສົມທົບ ແລະ ຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມື ລາວ-ຫວຽດນາມ ປະຈຳປີ 2022, ບັນລຸໄດ້ໝາກຜົນອັນສໍາຄັນໃນທຸກຂົງເຂດ, ປະກອບ ສ່ວນເຂົ້າໃນການຮັກສາສະຖຽນລະພາບ ແລະ ການພັດທະນາຂອງແຕ່ລະປະເທດ; ສືບຕໍ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງ ລາວ-ຫວຽດນາມ.

ທິດທາງ ແລະ​ ແຜນການຮ່ວມມື ປີ 2023 ສອງຝ່າຍ ສືບຕໍ່ປະສານສົມທົບກັນຜັນຂະຫຍາຍຕາມເນື້ອໃນຈິດໃຈຊີ້ນຳໃນກອງປະຊຸມພົບປະປະຈຳປີ ຂອງສອງກົມການເມືອງທີ່ຈັດຂຶ້ນຢູ່ທີ່ນະຄອນຫຼວງຮາໂນ້ຍ ໃຫ້ເປັນອັນລະອຽດ ໂດຍສຸມໃສ່ເພີ່ມທະວີການພົວພັນຮ່ວມມືດ້ານການເມືອງ-ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນກົນໄກການຮ່ວມມື ຈັດຕັ້ງຜັນຂະຫຍາຍເປັນຢ່າງດີເນື້ອໃນຖະແຫຼງການຮ່ວມ ແລະ ບັນດາຂໍ້ຕົກລົງຂອງສອງລັດຖະບານ ໃນປີ 2023 ໃຫ້ປະກົດຜົນເປັນຈິງ ໃນນັ້ນຈະເອົາໃຈໃສ່ເປັນສໍາຄັນ ການຮ່ວມມືດ້ານເສດຖະກິດ, ສຶກສາ, ວັດທະນະທໍາແລະອື່ນໆ ເປັນຕົ້ນ ແມ່ນຊຸກຍູ້ເພີ່ມທະວີການເຊື່ອມສານ, ຊ່ວຍໜູນ ລະຫວ່າງ ສອງພື້ນຖານເສດຖະກິດ ໂດຍຍົກສູງສະພາບແວດລ້ອມ ການດຳເນີນທຸລະກິດ-ລົງທຶນ ສ້າງເງື່ອນໄຂສະດວກກວ່າເກົ່າໃຫ້ແກ່ວິສາຫະກິດ ຂອງກັນ ແລະ ກັນ ແນໃສ່ຂົນຂວາຍພາກເອກະຊົນລາຍໃຫຍ່ຂອງຫວຽດນາມ ເຂົ້າມາລົງທຶນ ໃນຂະແໜງການທີ່ເປັນທ່າແຮງຂອງລາວເຊັ່ນ:ການສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນກະສິກຳສະອາດ, ການທ່ອງ ທ່ຽວ, ພະລັງງານສະອາດ.

ສໍາລັບ ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມໃຫ້ແກ່ລາວ ໃນປີ 2023, ນອກຈາກຈັດສັນໃຫ້ແກ່ວຽກງານການສຶກສາ ແລະ ກໍ່ສ້າງ; ຈັດສັນໃຫ້ແກ່ໂຄງການທີ່ໄດ້ຮັບການເຫັນດີດ້ານຫຼັກການແລ້ວ ຄື: ໂຄງການບໍລິຫານຫໍສະພາແຫ່ງຊາດລາວ ແລະ ໂຄງການສ້າງລະບົບຖານຂໍ້ມູນຂ່າວສານ ຂອງກະຊວງແຜນການ ແລະ ການລົງທຶນ; ຍັງຈະສຸມໃສ່ການບູລະນະຮ່ອງຮອຍກອງປະຊຸມໃຫຍ່ ຄັ້ງທີ 1 ຂອງພັກປະຊາຊົນລາວ ຢູ່ເຂດຊາຍແດນ ລາວ-ຫວຽດນາມ (ແຂວງຫົວພັນ) ແລະ ບັນດາໂຄງການສືບຕໍ່ ເພື່ອຈັດຕັງປະຕິບັດໃຫ້ສໍາເລັດໃນປີ 2023 ເຊັ່ນ: ໂຮງໝໍມິດຕະພາບ ແຂວງຊຽງຂວາງ ແລະ ຫົວພັນ; ໂຄງການປັບປຸງຍົກລະດັບໂຮງໝໍແຂວງໄຊສົມບູນ; ຖ້າທຶນຍັງເຫຼືອ ຂ້າພະເຈົ້າ ສະເໜີ ສະຫາຍ ເຈິ່ນ ກວັກ ເຟືອງ ພິຈາລະນາ ຈັດສັນທຶນໃຫ້ແກ່: (1) ໂຄງການກໍ່ສ້າງໂຮງຮຽນມັດທະຍົມສົມບູນ ມິດຕະພາບ ລາວ-ຫວຽດນາມ, (2) ໂຄງການກໍ່ສ້າງໂຮງຮຽນກິນນອນຊົນເຜົ່າແຂວງເຊກອງ ແລະ ແຂວງສາລະວັນ, (3) ໂຄງການກໍ່ສ້າງລະບົບຊົນລະປະທານ ນໍ້າຮາງ, ເມືອງຫ້ຽມ, ແຂວງຫົວພັນ. ບັນດາໂຄງການດັ່ງກ່າວ ພວກເຮົາ ໄດ້ເປັນເອກະພາບຫຼາຍປີແລ້ວ ແຕ່ບໍ່ທັນຈັດຕັ້ງຜັນຂະຫຍາຍ ເນື່ອງຈາກຍັງບໍ່ທັນຈັດສັນທຶນໃຫ້ເຂົາເຈົ້າກະກຽມ, ສະເໜີສະຫາຍຮອງລັດຖະມົນຕີ ເຈິ່ນ ກວັກ ເຟືອງ ຄົ້ນຄວ້າພິຈາລະນາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ບັນດາໝາກຜົນທີ່ບັນລຸມາໄດ້ນັ້ນ ພ້ອມດ້ວຍການປະສານສົມທົບຢ່າງ ແໜ້ນແຟ້ນ ລະຫວ່າງ ສອງຝ່າຍຈະເຮັດໃຫ້ການພົວພັນຮ່ວມມື ລະຫວ່າງສອງປະເທດ ມີບາດກ້າວຂະຫຍາຍຕົວໃໝ່ຢ່າງຈົບງາມ, ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.

(ຂ່າວ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments