ໃນໂອກາດດຳເນີນກອງປະຊຸມສະຫລຸບວຽກງານກໍ່ສ້າງພັກ-ພະ ນັກງານ ແລະ ປັບປຸງກົງຈັກການຈັດ ຕັ້ງ ທົ່ວປະເທດ ປະຈໍາປີ 2022 ໃນທ້າຍເດືອນທັນວາ 2022 ຜ່ານມາ, ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ໃຫ້ທິດຊີ້ນໍາບາງບັນຫາຕໍ່ວຽກງານຈັດຕັ້ງ ໃນປີ 2023 ເປັນຕົ້ນ ການກໍ່ສ້າງພັກ ທາງດ້ານການເມືອງ-ແນວຄິດ ເຊິ່ງເປັນວຽກສຳຄັນ, ເປັນກົກຂອງທຸກວຽກງານ, ເປັນວຽກທີ່ກວມເອົາທັງການວາງແນວທາງການເມືອງ, ເມື່ອມີແນວທາງການເມືອງຖືກຕ້ອງ ຈຶ່ງຈະມີແນວທາງການຈັດຕັ້ງ, ມີແນວທາງພະນັກງານ ແລະ ວິທີຈັດຕັ້ງປະຕິບັດຖືກຕ້ອງ. ສະນັ້ນ, ຄະນະພັກແຕ່ລະຂັ້ນ ໂດຍສະເພາະ ຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານ ທີ່ເປັນເສນາທິການ ຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມ ສະມາຊິກພັກ-ພະນັກງານ ທີ່ຢູ່ໃນຄວາມຮັບຜິດຊອບ ໃຫ້ມີຄວາມຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ, ເຂົ້າໃຈສະພາບຄວາມເປັນຈິງຂອງທ້ອງຖິ່ນ, ຂະແໜງການ ເພື່ອເປັນເອກະພາບໃນການ ຈັດຕັ້ງປະຕິບັດໃຫ້ເກີດໝາກ, ເກີດຜົນຕົວຈິງ, ເຮັດໃຫ້ການເວົ້າໄປຄຽງຄູ່ກັບການກະທຳຕົວຈິງ; ເອົາໃຈໃສ່ສຶກສາອົບຮົມຄຸນທາດການເມືອງ ເຮັດໃຫ້ສະມາຊິກພັກ-ພະນັກງານ ເພື່ອຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງ ໃຫ້ກາຍເປັນບຸກຄົນຜູ້ເຮັດແທ້ທຳຈິງ ແລະ ເປັນຜູ້ປອດໃສຂາວສະອາດ ເພື່ອຮັກສາ ແລະ ເສີມຂະຫຍາຍລັກສະນະນຳໜ້າຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ.

ບັນຫາຕົວຈິງ ທີ່ຈະຕ້ອງໄດ້ແກ້ໄຂ, ຜ່ານມາ, ພວກເຮົາໄດ້ເວົ້າກັນຫລາຍວ່າ ວຽກງານການເມືອງ-ແນວຄິດ ໄດ້ເຮັດຫລາຍແຕ່ປະສິດທິຜົນບໍ່ທັນສູງ, ບໍ່ທັນໄດ້ສ້າງການຫັນປ່ຽນໃນຖັນແຖວສະມາຊິກພັກ, ພະນັກງານ ທີ່ເປັນຮູບປະທຳ. ສະນັ້ນ, ໃນຕໍ່ໜ້ານີ້ພວກເຮົາຄວນຈະໄດ້ຄົ້ນຄວ້າ, ປັບປຸງ, ປ່ຽນແປງ ເນື້ອໃນ, ຮູບການ ໃນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເລິກເຊິ່ງກວ່າເກົ່າ; ຄະນະພັກແຕ່ລະຂັ້ນ ຍັງຕ້ອງໄດ້ປັບປຸງ, ປ່ຽນແປງທັດສະ ນະ ແລະ ແບບແຜນຂອງຕົນໃນການຕີລາຄາ, ການເບິ່ງບັນຫາຕ່າງໆ ບົນພື້ນຖານຂອງຄວາມຈິງ, ພວກເຮົາຜູ້ ເຮັດວຽກຈັດຕັ້ງກໍຕ້ອງກ້າເວົ້າຄວາມຈິງ, ກ້າປະເຊີນໜ້າກັບຄວາມຈິງ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງ, ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນໃນອົງຄະນະພັກຂອງຕົນ; ພ້ອມກັນນັ້ນ, ພວກເຮົາຕ້ອງເຂົ້າໃຈວ່າ ບັນຫາເກີດຂຶ້ນໃນອົງຄະນະພັກ ກໍແມ່ນອົງ ຄະນະພັກນັ້ນ ເປັນຜູ້ພິຈາລະນາແກ້ໄຂດ້ວຍຫລາຍຮູບການ ຕາມສິດ ແລະ ໜ້າທີ່, ຕ້ອງເດັດດ່ຽວຕໍ່ສູ້ຕ້ານທ່າອ່ຽງທີ່ເປັນໄພອັນຕະລາຍຕໍ່ພັກເຮົາໃນປັດຈຸບັນ ເປັນຕົ້ນ ທ່າອ່ຽງອາດຍາສິດ, ລັດທິຮູບການ, ຫ່າງເຫີນມະຫາຊົນ, ຂີ້ຄ້ານມັກງ່າຍ ເຮັດພໍແລ້ວມື້ແລ້ວວັນ, ຂາດການວາງແຜນ, ແບບແຜນຫລິ້ນກິນຟູມເຟື່ອຍ ແລະ ອື່ນໆ.

ພ້ອມກັນນີ້, ພວກເຮົາຈະຕ້ອງໄດ້ເພີ່ມທະວີກໍ່ສ້າງ, ປັບປຸງຄຸນນະພາບຂອງສະມາຊິກພັກ ໃຫ້ແຂງແຮງກວ່າເກົ່າ, ບັນດາສະຫາຍຄະນະຈັດຕັ້ງ ແລະ ກົມຈັດຕັ້ງ-ພະນັກງານ ຕ້ອງແນະນໍາສະຫາຍທີ່ເປັນຄະນະໜ່ວຍພັກ ເອົາໃຈໃສ່ຄຸ້ມຄອງ, ສຶກສາອົບຮົມ ແລະ ມອບວຽກງານຕົວຈິງ ໃຫ້ແກ່ບັນດາສະມາຊິກພັກ ແລະ ຄຸ້ມຄອງຕິດຕາມ, ກວດກາການປະຕິບັດໜ້າທີ່, ການເຂົ້າຮ່ວມຊີວິດຂອງສະມາຊິກພັກໃນໜ່ວຍຂອງຕົນ, ຫລີກເວັ້ນການປະຕິບັດບັນດາ ຂໍ້ຫ້າມທີ່ກໍານົດໃນກົດລະບຽບພັກ. ເມື່ອສະມາຊິກພັກ-ພະນັກງານ ມີບັນຫາຫຍໍ້ທໍ້ ກໍຕ້ອງໄດ້ສຶກສາອົບຮົມ-ກໍ່ສ້າງ ຖ້າ ສະຫາຍໃດ ເມື່ອໄດ້ສຶກສາອົບຮົມ-ກໍ່ສ້າງແລ້ວບໍ່ປັບປຸງ ປ່ຽນແປງ, ບໍ່ປະຕິບັດຕາມໜ້າທີ່ຂອງສະມາຊິກພັກ ກໍ່ຕ້ອງໄດ້ພິຈາລະນາແກ້ໄຂໃນແຕ່ລະກໍລະນີ ຕາມທີ່ກົດລະບຽບພັກໄດ້ກໍານົດໄວ້; ເອົາໃຈໃສ່ຕິດຕາມກວດກາ ແລະ ແນະນໍາ ບັນດາຮາກຖານພັກ ຕໍ່ບັນຫາສະມາຊິກພັກຈຳນວນໜຶ່ງ ຂາດຮ່ວມຊີວິດພັກຫລາຍຄັ້ງ, ຫລາຍປີ ແຕ່ກໍຍັງເປັນສະ ມາຊິກພັກຢູ່ ແລະ ບໍ່ໄດ້ຖືກກ່າວເຕືອນຈາກໜ່ວຍພັກ ວ່າເປັນຂໍ້ຂາດຕົກບົກຜ່ອງ ແມ່ນໃຫ້ພວກເຮົາທີ່ຮັບຜິດ ຊອບວຽກງານຈັດຕັ້ງ ດັ່ງກ່າວ; ພວກເຮົາຕ້ອງໄດ້ຊີ້ນໍາ-ນໍາພາ ໃຫ້ຄະນະໜ່ວຍພັກໃຫ້ຮູ້ສ້າງແຜນ ແລະ ປະຕິບັດແຜນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ເປັນວຽກງານໃຈກາງ, ເປັນວຽກຈຸດສຸມ; ຄະນະຈັດຕັ້ງແຕ່ລະ ຂັ້ນ ຕ້ອງເປັນເຈົ້າການນໍາພາສະຫລຸບການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງອົງຄະນະພັກເມືອງ-ນະຄອນ ທີ່ດໍາເນີນສໍາເລັດແລ້ວ, ທັງໃຫ້ກະກຽມເປັນເສນາທິການໃຫ້ ອົງຄະນະພັກແຂວງ-ນະຄອນຫລວງ, ກະຊວງ-ອົງການ ໃຫ້ແກ່ການດໍາເນີນກອງປະຊຸມຄົບຄະນະ ກາງສະໄໝ ຂອງຄະນະພັກຂັ້ນຂອງຕົນໃຫ້ສໍາເລັດ ໃນກາງປີ 2023.ພ້ອມກັນນີ້ ບັນດາຄະນະຈັດຕັ້ງແຂວງ-ນະຄອນຫລວງ, ກົມຈັດຕັ້ງ-ພະນັກງານ ຂອງກະຊວງ-ອົງການ ຕ້ອງສືບຕໍ່ ນໍາພາການກະກຽມດໍາເນີນກອງປະຊຸມໃຫຍ່ບັນດາຮາກຖານພັກ ໃຫ້ຮັບປະກັນດ້ານໂຄງປະກອບບຸກຄະລາກອນ ເພື່ອຫລີກເວັ້ນບັນຫາທີ່ວ່າ: ພາຍຫລັງສໍາເລັດກອງປະຊຸມໃຫຍ່ ກໍຍັງມີສະພາບສັບສົນຢູ່ຄືເກົ່າ, ບາງບ່ອນພັດສັບສົນ ກວ່າເກົ່າ ສິ່ງດັ່ງກ່າວແມ່ນເປັນຍ້ອນສາເຫດໃດ? ພວກເຮົາຈະຕ້ອງໄດ້ມີການຖອດຖອນບົດຮຽນ; ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈນໍາກັນວ່າ ກອງປະຊຸມໃຫຍ່ຂອງອົງຄະນະພັກຂັ້ນໃດ ເນື້ອແທ້ແມ່ນເປັນການປັບປຸງພັກ ໃຫ້ເຂັ້ມແຂງ, ທັງແມ່ນບັ້ນດໍາເນີນຊີວິດການເມືອງ ພາຍໃນອົງຄະນະພັກ, ພາຍໃນຮາກຖານພັກ ແຕ່ການປະຕິ ບັດຕົວຈິງຢູ່ບາງບ່ອນ ພັດບໍ່ກາຍເປັນບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພາຍໃນພັກ ໂດຍສະເພາະ ບັນດາຮາກຖານພັກ, ເວລາສຳຫລວດຄະນະພັກ ແມ່ນບໍ່ໄດ້ເວົ້າເຖິງດ້ານອ່ອນ, ຂໍ້ຄົງຄ້າງບຸກຄົນ-ຄະນະພັກ ແຕ່ມື້ເລືອກຕັ້ງ ຈຶ່ງປ່ອຍຂ່າວອອກ ສ້າງຄວາມສັບສົນຕໍ່ເປົ້າໝາຍ ເຊິ່ງເປັນທ່າອ່ຽງທີ່ເປັນໄພອັນຕະລາຍທີ່ພວກເຮົາຕ້ອງໄດ້ເອົາໃຈໃສ່ແກ້ໄຂ.

ສໍາລັບວຽກພະນັກງານ ຕ້ອງເອົາໃຈໃສ່ສ້າງພະນັກງານໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄວາມອົດ ທົນຜ່ານຜ່າອຸປະສັກຫຍຸ້ງຍາກ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມໂປ່ງໃສ, ທ່ຽງທໍາ ໃນການປະຕິບັດໜ້າທີ່ວຽກ ງານ; ໃນຕໍ່ໜ້າພວກເຮົາຈະຕ້ອງໄດ້ຍົກສູງປະສິດທິພາບຂອງພະນັກງານນໍາພາ-ຄຸ້ມຄອງ ໃຫ້ກ້າວເຂົ້າສູ່ບາດກ້າວໃໝ່ ດ້ວຍການຈັດຕັ້ງປ່ຽນແປງໃໝ່ເນື້ອໃນ ແລະ ວິທີການປະຕິບັດຕົວຈິງ ກ່ຽວກັບວຽກງານພະນັກງານ ຊຶ່ງກໍານົດໃນ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ 04/ຄບສພ, ລົງວັນທີ 30 ກັນຍາ 2021 ວ່າດ້ວຍເພີ່ມທະວີການນໍາ ພາຂອງພັກ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ, ຄໍາເຫັນຊີ້ນໍາຂອງສະຫາຍເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຕໍ່ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XI. ສະນັ້ນ, ພວກເຮົາ ຕ້ອງບຸກທະລຸ, ຕ້ອງມີການປ່ຽນແປງໃໝ່ ໃນວຽກງານພະນັກງານມີຢູ່ 4 ຂອດຕົ້ນຕໍ ຄື: ຂອດການຄຸ້ມຄອງພະນັກງານ, ໃນນັ້ນ ການສ້າງແຜນກໍານົດພະນັກງານ ເປັນຂໍກຸນແຈສຳຄັນ; ຂອດການກໍ່ສ້າງ-ບໍາລຸງພະນັກງານ ຢ່າງເປັນ ລະບົບ; ຂອດການຈັດວາງ ແລະ ສັບຊ້ອນພະນັກງານ ຕ້ອງມີການປະເມີນການປະຕິບັດໜ້າທີ່ຂອງພະ ນັກງານ ບວກກັບຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານຂອງພະນັກງານ ເພື່ອເປັນບ່ອນອີງ ໃຫ້ຄະນະພັກ ໃນການພິຈາລະ ນາ ແລະ ຂອດການຕິດຕາມກວດກາ, ການປະເມີນການປະຕິບັດໜ້າທີ່ ແລະ ການປະຕິບັດນະໂຍບາຍ.

ສະຫາຍ ນາງ ສີໃສ ລືເດດມູນສອນ ຍັງເນັ້ນຕື່ມກ່ຽວກັບການປະເມີນແຜນກໍານົດພະນັກງານ ທີ່ຖືກຮັບຮອງໄປ ແລ້ວ, ພວກເຮົາ ຕ້ອງເອົາໃຈໃສ່ຜູ້ທີ່ປະຕິບັດດີ, ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແມ່ນຕ້ອງໄດ້ສືບຕໍ່ຢູ່ໃນ ແຜນ, ຜູ້ທີ່ປະຕິບັດບໍ່ໄດ້ຕາມມາດຕະຖານ, ເງື່ອນໄຂ ແລະ ບໍ່ມີຜົນສໍາເລັດໃນວຽກງານ ກໍຕ້ອງມີການບໍາລຸງ-ກໍ່ສ້າງ ແຕ່ຖ້າພາຍຫລັງບໍາລຸງ-ກໍ່ສ້າງແລ້ວ ຍັງບໍ່ມີການປັບປຸງປ່ຽນແປງ ກໍຕ້ອງພິຈາລະນາເອົາອອກຈາກແຜນ. ການປະຕິ ບັດແຜນກຳນົດພະນັກງານ, ຕ້ອງຕິດພັນກັບການສ້າງ-ບໍາລຸງພະນັກງານ ແລະ ການປະເມີນປະນັກງານ ຢ່າງຮອບ ດ້ານ, ເນັ້ນໃສ່ຄຸນນະພາບເປັນຕົ້ນຕໍ ແນໃສ່ໃຫ້ພະນັກ ງານ-ສະມາຊິກພັກ ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄວາມຮູ້ດ້ານວິຊາການ, ມີຄວາມສາມາດໃນການນໍາພາປະຕິບັດວຽກງານໃຫ້ມີຜົນສໍາເລັດ, ມີແບບ ແຜນວິທີເຮັດວຽກທີ່ຖືກຕ້ອງຕາມຫລັກການຂອງພັກ, ມີແບບແຜນດຳລົງຊີວິດທີ່ປອດໃສຂາວສະອາດ, ທັງມີແຜນ ການຍົກລະດັບທາງດ້ານທິດສະດີການເມືອງ, ວິຊາສະເພາະໄລຍະສັ້ນ-ໄລຍະຍາວ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີຄວາມພ້ອມຕາມເງຶ່ອນໄຂແຕ່ລະຕຳແໜ່ງງານທີ່ຕ້ອງການ. ພ້ອມທັງຫັນເອົາພະນັກງານຈຳນວນດັ່ງກ່າວ ລົງປະຕິ ບັດວຽກງານຢູ່ຮາກຖານ ເພື່ອເກັບກ່ຽວປະສົບການຕົວຈິງໃນວຽກງານຫລາຍຂຶ້ນ ແລະ ທັງເປັນການທົດສອບເບິ່ງ ຄວາມສາມາດໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ.

ສຳລັບ ບັນຫາກົງຈັກການຈັດຕັ້ງ, ດ້ານພັກນີ້ພວກເຮົາຈະສືບຕໍ່ປະຕິບັດຕາມກົດລະບຽບຂອງພັກ ໝາຍວ່າ ລະບົບການຈັດຕັ້ງຂອງພັກ ແມ່ນໃຫ້ສ້າງຕາມລະບົບກົງຈັກບໍລິຫານລັດ ສ່ວນການຈັດຕັ້ງຮາກຖານພັກ ນອກຈາກສ້າງຢູ່ບ້ານ, ສຳນັກງານ-ອົງການ ຍັງສ້າງຕາມຫົວໜ່ວຍວິຊາການ, ການຜະລິດ ຫລື ຕາມຫົວໜ່ວຍທຸລະກິດ ໃຫ້ມີໜ່ວຍພັກນໍາພາ, ຫລີກເວັ້ນບໍ່ໃຫ້ມີໜ່ວຍພັກດຽວນໍາພາຫລາຍບ້ານ, ນໍາພາຫລາຍກົມກອງ, ສໍາຄັນທີ່ສຸດແມ່ນບັນ ຫາການປະສານງານ ລະຫວ່າງ ສາຍຕັ້ງ-ສາຍຂວາງ ຕ້ອງໃຫ້ຈອດກັນ ແລະ ມີຄວາມເອກະພາບກັນກ່ອນຈັດ ຕັ້ງປະຕິບັດ.

ເພື່ອຮັບປະກັນໃຫ້ວຽກງານມີຜົນສໍາເລັດນັ້ນ, ບັນຫາສໍາຄັນ ແມ່ນຂຶ້ນກັບທຸກສະຫາຍທີ່ເປັນເສນາທິການ ໃຫ້ຄະນະພັກແຕ່ລະຂັ້ນ, ພວກເຮົາຕ້ອງໄດ້ເອົາໃຈ ໃສ່ຄົ້ນຄວ້າ, ກວດຄືນບັນດານິຕິກໍາວຽກພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ, ກໍາໃຫ້ໄດ້ບັນດາກົດໝາຍທີ່ກ່ຽວຂ້ອງ, ບັນດາມະຕິ, ຂໍ້ຕົກລົງ, ດໍາລັດ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາຄະນະຂອງພັກ, ກະຊວງ-ອົງການ ແລະ ທ້ອງຖິ່ນ, ລວມທັງນິຕິກໍາທີ່ຄະນະຈັດຕັ້ງ ສູນກາງພັກ ສົ່ງໃຫ້ແຕ່ລະພາກສ່ວນ ໃນແຕ່ລະໄລຍະ.

LEAVE A REPLY

Please enter your comment!
Please enter your name here