Sunday, September 29, 2024
Homeຂ່າວໜ້າໜຶ່ງສະຫລອງວັນສ້າງຕັ້ງຂ່າວສານປະເທດລາວ ຄົບຮອບ 55 ປີ

ສະຫລອງວັນສ້າງຕັ້ງຂ່າວສານປະເທດລາວ ຄົບຮອບ 55 ປີ

ສຳນັກຂ່າວສານປະເທດລາວ (ຂປລ) ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງ ຄົບ ຮອບ 55 ປີ (06/01/1968-06/01/2023) ໃນວັນທີ 6 ມັງກອນ 2023 ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ມີຮອງ​ລັດຖະມົນຕີ, ອະດີດ​ການ​ນໍາ ສໍາ​ນັກ​ຂ່າວສານ​ປະ​ເທດ​ລາວ ພ້ອມດ້ວຍພະນັກງານພາຍ​ໃນ ສໍານັກຂ່າວສານປະເທດລາວ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳເຜີຍ ພິລາພາ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ໄດ້ ໃຫ້ຮູ້ວ່າ: ໃນ​ໄລຍະ 55 ປີ​ທີ່​ຜ່ານ​ມາ ພາຍ​ໃຕ້​ການ​ນໍາພາ-ຊີ້ນຳໂດຍ​ກົງ​ຂອງ​ພັກ ​ແລະ ​ລັດຖະບານ ກໍຄື ການນໍາ-ພາຊີ້ນໍາ ຂອງຄະນະພັກ-ຄະນະນໍາ ກະຊວງ ຖວທ, ສຳນັກຂ່າວສານ​ປະ​ເທດ​ລາວ​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ພ້ອມ​ກັນ​ກັບ​ກະ​ແສ​ຟອງ​ປະຕິວັດ​ແຫ່ງ​ຊາດ ບໍ່ພຽງ​ແຕ່​ສ່ອງ​ແສງ​ໃຫ້​ເຫັນ​ສະພາບ​ການ​ຕ່າງໆ​ເທົ່າ​ນັ້ນ, ​ແຕ່​ຍັງ​ໄດ້​ເຂົ້າຮ່ວມ​ໂດຍ​ກົງ​ໃນ​ບັນດາ​ເຫດ​ການ​ປະຫວັດສາດ ​ແລະ ປະກອບສ່ວນ​ຊຸກຍູ້​ປະຫວັດສາດ​ໃຫ້​ກ້າວ​ໄປຂ້າງໜ້າອີກ​ດ້ວຍ. ​ໃນ​ການ​ຕໍ່ສູ້​ຕ້ານການ​ຮຸກ​ຮານ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນທັງເກົ່າ ແລະ ໃໝ່​, ນັກ​ຂ່າວ​ ຂ່າວສານ​ປະ​ເທດ​ລາວ ຍາມ​ໃດ​ກໍ​ມີໜ້າຢູ່​ໃນ​ສະຖານະ​ການ​ທີ່​ເຄັ່ງຮ້ອນ, ສ່ອງ​ແສງ​ຄວາມ​ເປັນ​ຈິງ ​ແລະ ​ມີ​ຊີວິດ​ຊີວາ​ໃນ​ບັ້ນສູ້ຮົບ ​ແລະ ການ​ອອກ​ແຮງ​ງານ​ຂອງ​ປວງ​ຊົນ​ທັງ​ຊາດ; ຂໍ້​ມູນ​ຂ່າວສານຂອງ ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ​ແມ່ນ​ແຫ​ລ່ງຂ່າວໜຶ່ງທີ່​ສຳຄັນ ປະກອບສ່ວນ​ເຂົ້າ​ໃນ​ການ​ໂຄສະນາ​ການ​ຕໍ່ສູ້ຂອງ​ພັກ ​ແລະ ປະຊາຊົນ​ລາວ​ ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ​ແລະ​ ປະກອບ​ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ໄຊຊະນະ​ອັນ​ໃຫຍ່​ຫລວງ, ຕະຫລອດ​ໄລຍະ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ​ໃນ​ເມື່ອ​ກ່ອນ ມີ​ນັກ​ຂ່າວ ຫລາຍ​ຄົນ ທັງ​ຈັບ​ປາກກາ, ກ້ອງຖ່າຍຮູບ ​ແລະ ຈັບ​ອາວຸດ​ສູ້​ຮົບ ດ້ວຍ​ທ່າ​ຂອງ​ນັກຮົບ​ໂດຍ​ກົງ, ​ໄດ້​ຜ່ານ​ການ​ຕໍ່ສູ້ ​ແລະ ພະນັກງານຈຳນວນ​ໜຶ່ງ​ ໄດ້​ເສຍສະລະ​ຊີວິດ​ຢ່າງ​ອົງອາດ​ກ້າຫານ​ໃນ​ສະໜາມຮົບ​ບົນ​ແຜ່ນດິນ​ເຂດ​ປົດ​ປ່ອຍ.

ໃນ​ໄລຍະ​​ແຫ່ງ​ການປະຕິບັດ​ແນວທາງ​ປ່ຽນ​ແປງ​ໃໝ່ຮອບດ້ານ ​ຢ່າງ​ມີ​ຫລັກການ ຂອງ​ພັກ, ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ດຳ​ເນີນ​ການ​ປັບປຸງ​ໂຄງ​ປະກອບ​ການຈັດຕັ້ງ ທັງ​ເປັນ​ເຈົ້າການ​ໃນ​ການ​ປັບປຸງ ​ເນື້ອຫາ​ສາລະ​ຂ່າວສານ, ກະກຽມ ​ແລະ ກຽມພ້ອມ ຫັນ​ຮູບ​ການ​ເຄື່ອນ​ໄຫວ ​ແລະ ການ​ນຳ​ໃຊ້​ອຸປະ ກອນ​ເຕັກນິກ, ມີ​ການ​ສ້າງ​ຫລາກ​ຫລາຍ​ຮູບ​ແບບຂ່າວ​ ໃຫ້​ອຸດົມສົມບູນ​ເທື່ອ​ລະ​ກ້າວ, ປະກອບ ສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໂຄສະນາ​ແນວທາງ, ​ແຜນ​ນະ​ໂຍບາຍ ຂອງພັກ​ປະຊາຊົນ​ປະຕິວັດ​ລາວ. ຂ່າວ ​ແລະ ຮູບ​ພາບ ຂອງ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ທັນ​ການ, ມີ​ຊີວິດ​ຊີວາ, ຫລາກ​ຫລາຍ​ໃນ​ຊີວິດ​ສັງຄົມ ​ໂດຍ​ສະ​ເພາະ ທາງ​ດ້ານເສດຖະກິດ, ວັດທະນະທຳ, ການ​ສຶກສາ, ສາທາລະນະ​ສຸກ, ສິ່ງ​ແວດ​ລ້ອມ ​ແລະ ອື່ນໆ ລວມທັງບັນດາ​ຕົວ​ແບບວຽກດີ​ຄົນ​ເດັ່ນ​​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

ຜ່ານ​ໄລຍະ 55 ປີ ​ແຫ່ງ​ການ​ສູ້​ຮົບ, ສ້າງສາ​ພັດທະນາ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ, ປັດຈຸບັນ​ນີ້ ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ກາຍ​ເປັນສຳນັກ​ຂ່າວ ຂອງ​ປະ​ເທດ ທີ່​ມີ​ການ​ພັດທະ ນາ​ເປັນ​ແຕ່​ລະບາດ​ກ້າວ ​ໃນ​ແຕ່ລະ​ໄລຍະ​ຂອງ​ການ​ປະຕິວັດ ກ້າວ​ສູ່ ​ແລະ ຫັນ​ໄປ​ສູ່​ຄວາມ​ທັນ​ສະ​ໄໝ ​ແລະ ​ໄດ້​ຮັບ​ຄວາມ​ເຊື່ອ​ຖື​ ​ໄວ້​ວາງ​ໃຈ ທັງ​ພາຍ​ໃນ​ປະ​ເທດ, ພາກພື້ນ ​ແລະ ​ສາກົນ.

ໂອກາດນີ້, ທ່ານ ລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາວຽກງານຂອງສຳນັກຂ່າວສານປະເທດລາວ ບາງບັນຫາ ໂດຍສະເພາະ ​ໃຫ້ສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຍົກສູງທັດສະນະຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂອງຖັນແຖວພະນັກງານລັດຖະກອນ ທັງບັນນາທິ ການ, ນັກຂ່າວ, ນັກຖ່າຍຮູບ ໃຫ້ສູງຂຶ້ນກວ່າເກົ່າ; ສືບຕໍ່ຖະນຸບຳລຸງ-ປັບປຸງສ້ອມແປງພື້ນຖານໂຄງລ່າງ, ວັດຖຸເຕັກນິກທີ່ມີຢູ່ແລ້ວໃຫ້ສາມາດໃຊ້ງານໄດ້ປົກກະຕິ; ສືບຕໍ່ເປັນແຫລ່ງເຜີຍແຜ່ຂໍ້ມູນຂ່າວ ສານທີ່ທັນສະໄໝ ເຊື່ອຖືໄດ້, ວ່ອງໄວ, ຊັດເຈນ ແລະ ໃຫ້ມີຫລາຍຮູບແບບ ຫລາຍສີສັນ ດຶງດູດໃຈຫລາຍຂຶ້ນເລື້ອຍໆ; ນຳໃຊ້ ສື່ແບບໃໝ່ ກໍຄື ສື່ສັງຄົມອອນລາຍ ຢ່າງແທດເໝາະກັບຍຸກສະໄໝ; ສືບຕໍ່ ສູ້ຊົນຊອກແຫລ່ງລາຍຮັບວິຊາການ ຕາມເງື່ອນໄຂຕົວຈິງ ສອດຄ່ອງກັບການປະຕິບັດໜ້າທີ່ການເມືອງ ແລະ ລະບຽບກົດໝາຍ; ສ້າງບຸກຄະລາກອນທີ່ເປັນມືອາຊີບມີຄວາມຮູ້ຄວາມສາມາດສົມຄູ່ກັບຄວາມຕ້ອງການຂອງວຽກງານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments