Saturday, September 21, 2024
Homeສຶກສາຫ້ອງການສຶກສາທິການ ແລະ ກິລາເມືອງໃໝ່ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023

ຫ້ອງການສຶກສາທິການ ແລະ ກິລາເມືອງໃໝ່ ສໍາເລັດການສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023

ໃນຕອນເຊົ້າຂອງວັນທີ 04 ມັງກອນ 2023 ຢູ່ທີ່ສະໂມສອນໃຫຍ່ຂອງ #ເມືອງໃໝ່ແຂວງຜົ້ງສາລີໄດ້ມີພິທີສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ດຣ ພອນສະຫວັນ ມະນີວົງສີ ກຳມະການພັກເມືອງ ຮອງເຈົ້າເມືອງ ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ ແລະ ເຂົ້າຮ່ວມໂດຍທ່ານ ຄຳເສົາ ອຸ່ນເຫຼັກ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໃໝ່, ມີຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ, ຫົວໜ້າໜ່ວຍງານ, ຜູ້ອຳນວຍການໂຮງຮຽນ, ຄູນຳພານັກຮຽນ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ທ່ານ ບຸນອຽນ ສິງວິວັນ ຫົວໜ້າໜ່ວຍງານການສຶກສາພາກບັງຄັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການອະນຸມັດໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງ ເປີດການສອບເສັງຄັດເລືອກນັກຮຽນເກັ່ງ ຊັ້ນ ປ5, ມ4 ແລະ ມ7 ປະຈຳສົກຮຽນ 2022-2023 ແລະ ຜ່ານກົດລະບຽບການສອບເສັງນັກຮຽນເກັ່ງ. ຫຼັງຈາກນັ້ນໄດ້ດຳເນີນການສອບເສັງ, ໃນການສອບເສັງຄັ້ງນີ້ສຳລັບຊັ້ນ ປ5 ແມ່ນສອບເສັງ 4 ວິຊາ: ພາສາລາວ, ຄະນິດສາດ, ໂລກອ້ອມຕົວ ແລະ ພາສາອັງກິດ; ຊັ້ນ ມ4 ແມ່ນສອບເສັງ 5 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ, ເຄມີສາດ ແລະ ພາສາອັງກິດ; ຊັ້ນ ມ7 ແມ່ນສອບເສັງ 4 ວິຊາ: ພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ. ການສອບເສັງໄດ້ດຳເນີນໃນເວລາໜຶ່ງຕອນ ແລະ ຄະນະຮັບຜິດຊອບກວດບົດໄດ້ຈັດຕັ້ງການກວດບົດພ້ອມທັງໄດ້ຜ່ານບົດສະຫຼຸບຫຍໍ້ຜົນການສອບເສັງຄັດເລືອກນັກຮຽນເກັ່ງຄັ້ງນີ້ ເຊິ່ງແຕ່ລະປະເພດມີດັ່ງນີ້:

ຊັ້ນ ປ5: ວິຊາ ພາສາລາວ ປະເພດທີ 1 ນາງ ສຸມີ ນັກຮຽນຈາກປະຖົມສົມບຸນ ບ້ານເພຍ, ປະເພດທີ 2 ນາງ ຈິດ ມະນີສອນ ຈາກໂຮງຮຽນປະຖົມສົມບຸນ ປາກແພ ແລະ ປະເພດທີ 3 ນາງ ຕອມ ຈາກໂຮງຮຽນປະຖົມສົມບຸນ ສົບຮຸນ. ວິຊາ ຄະນິດສາດ ປະເພດທີ 1 ນາງ ຈັນທະຄອນ ແສງມະນີ ຈາກໂຮງຮຽນປະຖົມສົມບຸນ ນໍ້າງາ, ປະເພດທີ 2 ທ້າວ ລໍເອີ ຈາກປະຖົມສົມບຸນ ເພຍລໍເກົ່າ, ປະເພດທີ 3 ທ້າວ ບອຍ ຈາກໂຮງຮຽນປະຖົມສົມບຸນ ຫ້ວຍວາງເກົ່າ. ວິຊາ ໂລກອ້ອມຕົວ ປະເພດທີ 1 ທ້າວ ວິສິດ ສົງຄາມ ຈາກໂຮງຮຽນປະຖົມສົມບຸນ ສົບຮຸນ, ປະເພດທີ 2 ທ້າວ ເທບພະກອນ ດາລາວົງ ຈາກປະຖົມສົມບຸນ ນໍ້າງາ, ປະເພດທີ 3 ທ້າວ ຕາວັນ ອິນທະວົງ ຈາກໂຮງຮຽນປະຖົມສົມບຸນ ສະຫຼວງ. ວິຊາ ພາສາອັງກິດ ປະເພດທີ 1 ທ້າວ ອານຸສັກ ສິງວິວັນ ຈາກໂຮງຮຽນປະຖົມສົມບຸນ ນໍ້າງາ, ປະເພດທີ 2 ທ້າວ ລູປໍ ຈາກປະຖົມສົມບຸນ ເພຍລໍເກົ່າ.

ຊັ້ນ ມ4: ວິຊາ ພາສາລາວ-ວັນນະຄະດີ ປະເພດທີ 1 ທ້າວ ຄຳສານ ຈາກໂຮງຮຽນ ມ ສ ສົບຮຸນ, ປະເພດທີ 2 ນາງ ສອນນາລີ ດວງພູມາ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 3 ນາງ ແສງດາວອນ ຈາກໂຮງຮຽນ ມ ສ ສະຫຼວງ.ວິຊາ ຄະນິດສາດ ປະເພດທີ 1 ທ້າວ ແຈປາ ລາວລີ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ຊົງ ຢາງ ຈາກໂຮງຮຽນ ມ ສ ສົບຮຸນ, ປະເພດທີ 3 ທ້າວ ທັນວາ ຕາວິຍານ ຈາກໂຮງຮຽນ ມ ຕ ໂພນໄຊ. ວິຊາ ຟີຊິກສາດ ປະເພດທີ 1 ທ້າວ ສາລູ ລາວມາ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ສົມບັດ ພິມທະສອນ ຈາກໂຮງຮຽນ ມ ຕ ກິວກະຈຳ, ປະເພດທີ 3 ນາງ ຄຳຮາ ຈາກໂຮງຮຽນ ມ ສ ສົບຮຸນ. ວິຊາ ເຄມີສາດ ປະເພດທີ 1 ນາງ ສຸນິຕາ ໄຊພາສອນ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ຈາວື ຈາກໂຮງຮຽນ ມ ສ ສົບຮຸນ. ວິຊາ ພາສາອັງກິດ ປະເພດທີ 1 ທ້າວ ເຈີລໍ ລາວມາ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ເພັງວື ຈາກໂຮງຮຽນ ມ ສ ສົບຮຸນ, ປະເພດທີ 3 ທ້າວ ລູເກຍ ຈາກໂຮງຮຽນ ມ ຕ ປ່າລັນ.

ຊັ້ນ ມ7: ວິຊາ ພາສາລາວ-ວັນນະຄະດີ ປະເພດທີ 1 ທ້າວ ຕຸນາ ດວງວິໄລ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ນາງ ຕາວັນ ດີຍາກອນ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 3 ນາງ ແອງ ຈາກໂຮງຮຽນ ມ ສ ສະຫຼວງ.ວິຊາ ຄະນິດສາດ ປະເພດທີ 1 ທ້າວ ພອນ ຈາກໂຮງຮຽນ ມ ສ ເມືອງໃໝ່. ວິຊາ ຟີຊິກສາດ ປະເພດທີ 1 ນາງ ບົວຈັນ ເລື່ອງວັນໄຊ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 2 ທ້າວ ບີ ດວງວິໄລ ຈາກໂຮງຮຽນ ມ ສ ເມືອງໃໝ່, ປະເພດທີ 3 ນາງ ເພັດ ດາວັນ ຈາກໂຮງຮຽນ ມ ສ ສະຫຼວງ. ວິຊາ ເຄມີສາດ ປະເພດທີ 1 ທ້າວ ເຈື້ອ ເລື່ອງວັນແກ້ວ ຈາກໂຮງຮຽນ ມ ສ ສະຫຼວງ, ປະເພດທີ 2 ທ້າວ ສີສຸພົນ ພົນສົມເຮືອງ ຈາກໂຮງຮຽນ ມ ສ ເມືອງໃໝ່. ຈາກນັ້ນທາງຄະນະຮັບຜິດຊອບໄດ້ຈັດຕັ້ງພິທີມອບໃບຢັ້ງຢືນ ແລະ ລາງວັນ ປະເພດຕ່າງໆ ໃຫ້ແກ່ນ້ອງນັກຮຽນ.

ໂອກາດດັ່ງກ່າວ, ທ່ານ ດຣ ພອນສະຫວັນ ມະນີວົງສີ ກໍາມະການພັກເມືອງ ຮອງເຈົ້າເມືອງ ຜູ່ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ກ່ອນອື່ນທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄູອາຈານ ແລະ ນ້ອງໆນັກຮຽນທັງໝົດທີ່ເຂົ້າຮ່ວມການສອບເສັງຄັດເລືອກໃນຄັ້ງນີ້ ແລະ ທ່ານຍັງຮຽກຮ້ອງມາຍັງຄູອາຈານປະຈໍາແຕ່ລະສາຍວິຊາ ໃຫ້ສືບຕໍ່ເອົາໃຈໃສ່ບໍາລຸງ ແລະ ສິດສອນ ບັນດານ້ອງນັກຮຽນເກັ່ງທີ່ໄດ້ຜ່ານການຄັດເລືອກໃນຄັ້ງນີ້ ເພື່ອສືບຕໍ່ໄປສອບເສັງໃນຂັ້ນແຂວງ ທັງນີ້ກໍເພື່ອໃຫ້ການສອບເສັງນັກຮຽນເກັ່ງໃນຂັ້ນຕ່າງໆ ໃຫ້ໄດ້ຮັບຜົນສຳເລັດ, ສາມາດເລືອກໄດ້ນັກຮຽນທີ່ມີຄຸນນະພາບ, ມີຄວາມຮູ້ ຄວາມສາມາດ, ມີຄຸນສົມບັດ ເພື່ອກັບມາສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນອານະຄົດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ.

#ຂຽນຂ່າວໂດຍ: ເພັດແດນວີລະຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments