Sunday, September 22, 2024
Homeຂ່າວພາຍໃນການນໍາເມືອງ ວິລະບູລີ ລົງກວດກາເບິ່ງການກໍານົດເຂດແດນຂອງວັດພຣະທາດນາງລາວ ແລະ ເຂດແດນຂອງສິມນໍ້າບາດ ເຊິ່ງເປັນແຫຼ່ງອະລິຍະທໍາທີ່ສໍາຄັນຂອງເມືອງ

ການນໍາເມືອງ ວິລະບູລີ ລົງກວດກາເບິ່ງການກໍານົດເຂດແດນຂອງວັດພຣະທາດນາງລາວ ແລະ ເຂດແດນຂອງສິມນໍ້າບາດ ເຊິ່ງເປັນແຫຼ່ງອະລິຍະທໍາທີ່ສໍາຄັນຂອງເມືອງ

ເພື່ອເປັນການຄຸ້ມຄອງ ແລະ ອະນຸລັກປົກປັກຮັກສາແຫຼ່ງອາລິຍະທໍາທີ່ເກົ່າແກ່ສໍາຄັນ ບໍ່ໃຫ້ສູນຫາຍໄປຕາມການເວລາ, ສ້າງເປັນບ່ອນກາບໄຫວ້ສັກກະລະບູຊາຍຶດໜ່ຽວຈິດໃຈ ຂອງຄົນລາວຊາວພຸດທັງຫຼາຍ ກໍ່ຄືຊາວທ້ອງຖິ່ນ, ທັງສ້າງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາທ່ຽວຊົມເມືອງ ວິລະບູູລີ ໃຫ້ຫຼາຍຂຶ້ນກວ່າເກົ່າໃນອະນາຄົດ.

ດັ່ງນັ້ນ, ໃນທ້າຍອາທິດທີ່ຜ່ານມານີ້ ທາງການນໍາຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ ເຊິ່ງນໍາໂດຍທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງ ວິລະບູລີ, ທ່ານ ສີຄູນ ບານມະນີວົງ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມຂັ້ນເມືອງ ຮ່ວມກັບທ່ານ ປອ ຄໍາເຜີຍ ຜັນທະຈອນ ອະດີດຮອງເລຂາພັກແຂວງ ອະດີດປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ເມືອງວິລະບູລີ ປະກອບມີ : ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ພາຍໃນເມືອງ, ກອງບັນຊາການ ປກຊ ເມືອງ, ຫ້ອງວ່າການເມືອງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງສະຫວັນນະເຂດ ໄດ້ຮ່ວມກັນລົງກວດກາເກັບກໍາເອົາຂໍ້ມູນຄືນ ແລະ ກໍານົດເອົາຂອບເຂດແດນຂອງເດີ່ນວັດພຣະທາດນາງລາວ ( ທີ່ຕັ້ງຢູ່ບ້ານທາດ ) ແລະ ຂອບເຂດແດນວັດເກົ່າສິມນໍ້າບາດ ( ທີ່ຕັ້ງຢູ່ບ້ານໃໝ່ ) ຂອງເມືອງ ວິລະບູລີ ແຂວງສະຫວັນນະເຂດ, ຈຸດປະສົງຂອງການລົງເຮັດວຽກໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການກວດກາເກັບກໍາເອົາຂໍ້ມູນຄືນ ໃນບໍລິເວນຂອບເຂດແດນຂອງເດີ່ນວັດພຣະທາດນາງລາວ ທີ່ຕັ້ງຢູ່ບ້ານທາດ ແລະ ຂອບເຂດແດນວັດເກົ່າສິມນໍ້າບາດ ຕັ້ງຢູ່ບ້ານໃໝ່ ຂອງເມືອງ ວິລະບູລີ ຕາມຂອບເຂດທີ່ໄດ້ມີການສໍາຫຼວດເກັບກໍາຂໍ້ມູນເບື້ອງຕົ້ນ ໃນເທື່ອກ່ອນ ໃຫ້ມີຄວາມເອກະພາບກັນ ເພື່ອຈະໄດ້ກໍານົດເຂດແດນ ໃຫ້ມີຄວາມລະອຽດຊັດເຈນ ແລ້ວມອບໃຫ້ພາກສ່ວນກ່ຽວຂ້ອງກໍ່ຄື ຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງ ວິລະບູລີ ນໍາໄປແຕ້ມແຜນທີ່ກໍານົດເຂດແດນຄືນໃຫ້ລະອຽດອີກເທື່ອໜຶ່ງ ແລ້ວປັກຫຼັກໝາຍເຂດແດນໄວ້ ເພື່ອໃນຕໍ່ໜ້າແມ່ນຈະໄດ້ມີການເຮັດຮົ້ວກໍາແພງອ້ອມໄວ້, ທັງນີ້ ກໍ່ແມ່ນເພື່ອແນໃສ່ເຮັດໃຫ້ທັງສອງສະຖານທີ່ເກົ່າແກ່ສັກສິດດັ່ງກ່າວ ໄດ້ມີຄວາມຈົບງາມ, ທັງເປັນການປ້ອງກັນບໍ່ໃຫ້ມີການບຸກລຸກເຂົ້າມາກາຍເຂດແດນທີ່ກໍານົດໄວ້ ແລະ ເພື່ອຄວາມສະດວກໃນການກໍານົດເປັນໂຊນ ເປັນຈຸດ ເພື່ອການພັດທະນາໃນຕໍ່ໜ້າ. ສໍາລັບວັດເກົ່າສິມນໍ້າບາດ ທີ່ຕັ້ງຢູ່ໃນຂອບເຂດຂອງບ້ານໃໝ່ ເຂດກຸ່ມບ້ານທີ່ 5 ຂອງເມືອງ ວິລະບູລີ ຄາດວ່າໃນຕໍ່ໜ້າແມ່ນຈະໄດ້ມີການບູລະນະປະຕິສັງຂອນໄວ້ ( ມຸງຫຼັງຄາກວມເອົາໄວ້ ) ເນື່ອງຈາກວ່າມີຄວາມຊຸດໂຊມຫຼາຍແລ້ວ ຍັງເຫຼືອພຽງຮ່ອງຮອຍສ່ວນໜຶ່ງເທົ່ານັ້ນ ທີ່ຍັງໃຫ້ເຫັນ; ເຊິ່ງວ່າສິມນໍ້າບາດ ແມ່ນເປັນສະຖານທີ່ແຫຼ່ງອາລິຍະທໍາທີ່ເກົ່າແກ່ ອີກແຫ່ງໜຶ່ງຂອງເມືອງ ວິລະບູລີ ເຊິ່ງສັນນິຖານວ່າຖືກສ້າງຂຶ້ນໃນສະໄໝທີ່ເຈົ້ານາງລາວ ລົງມາປົກຄອງເຂດເມືອງວັງອ່າງຄໍາ ຫຼື ອາດຈະຖືກສ້າງຂຶ້ນກ່ອນອົງພຣະທາດນາງລາວປະມານ 10 ກວ່າປີ ຄາດວ່າມີອາຍຸປະມານເກືອບ 200 ປີ.

#savannakhet#medialaos

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments