ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 30 ທັນວາ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ (ຜູ້ໃໝ່) ພ້ອມດ້ວຍຄະນະລັດຖະບານ, ການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານປະທານສະພາແຫ່ງຊາດ ກ່າວສູນທອນພົດປິດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ບັນລຸຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ ດັ່ງນີ້: ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈຳປີ 2022 ແລະ ແຜນການ ປະຈໍາປີ 2023; ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ແຜນການ ປະຈໍາປີ 2023; ການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2002 ແລະ ແຜນການ ປະຈຳປີ 2023. ກອງປະຊຸມໄດ້ຕີລາຄາ ເຖິງວ່າປະເທດເຮົາຖືກຜົນກະທົບຈາກສະພາບການຂອງພາກພື້ນ, ສາກົນ ແລະ ສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ-ສັງຄົມຢູ່ພາຍໃນປະເທດເຮົາ ທີ່ສະສົມມາຫລາຍປີ ແຕ່ດ້ວຍຄວາມພະຍາຍາມສູງ ຂອງລັດຖະບານ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ຄວາມເປັນເອກະພາບຮ່ວມກັບສະພາແຫ່ງຊາດ ຕໍ່ວຽກງານສຳຄັນຕ່າງໆ ແລະ ຄວາມບຸກບືນຂອງບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມຂອງພວກເຮົາ ມີຫລາຍດ້ານໄດ້ຮັບຜົນສຳເລັດ, ມີບາງດ້ານໄດ້ເກີນຄາດໝາຍ, ຄາດຄະເນອັດຕາການເຕີບໂຕທາງດ້ານເສດຖະກິດໝົດປີ 2022 ສາມາດບັນລຸ ໄດ້ 4,4%, ການເກັບລາຍຮັບງົບປະມານໄດ້ມີຄວາມເຂັ້ມງວດ, ການຄຸ້ມຄອງລາຍຈ່າຍໄປຕາມນະໂຍບາຍປະຢັດ ແລະ ອື່ນໆ ເຮັດໃຫ້ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ ແລະ ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ຕົກເຂົ້າສູ່ວິກິດການທີ່ໜັກໜ່ວງ; ກອງປະຊຸມມອບໃຫ້ລັດຖະບານ ນຳເອົາຄວາມຄິດເຫັນຂອງກອງປະຊຸມໄປພິຈາລະນາ ເພື່ອສືບຕໍ່ປັບປຸງ, ແກ້ໄຂບັນດາບັນຫາທີ່ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ.

ພ້ອມນີ້, ກອງປະຊຸມໄດ້ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ຊຶ່ງເຫັນວ່າອົງຄະນະພັກແຕ່ລະຂັ້ນໄດ້ເອົາໃຈໃສ່ນໍາພາບັນດາອົງການຈັດຕັ້ງລັດແຕ່ລະຂັ້ນ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ວຍການຜັນຂະຫຍາຍເປັນແຜນງານ, ໂຄງການລະອຽດ ແລະ ສູ້ຊົນຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນສໍາເລັດເປັນກ້າວໆ, ການຜະລິດກະສິກຳເປັນສິນຄ້າເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ໄດ້ມີບາດກ້າວຂະຫຍາຍຕົວ, ການແກ້ໄຂບັນຫາຢາເສບຕິດ ກໍໄດ້ຮັບຄວາມເອົາໃຈໃສ່ ແລະ ມີຜົນສຳເລັດຫລາຍດ້ານ. ພ້ອມກັນນັ້ນ, ກອງປະຊຸມສະເໜີໃຫ້ລັດຖະບານ ເອົາໃຈໃສ່ສືບຕໍ່ການຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານເສດຖະກິດໃຫ້ໄດ້ຢ່າງຄົບຖ້ວນ, ເພີ່ມທະວີການຄຸ້ມຄອງໂຄງການເຮັດທົດລອງແຮ່ທາດໃຫ້ເຂັ້ມງວດ, ມີປະສິດທິຜົນ ແລະ ຮັບປະກັນຜົນປະໂຫຍດລວມຂອງລັດ; ກອງປະຊຸມຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການສ້າງວິຊາຊີບ, ການພັດທະນາສີມືແຮງງານ ແລະ ວຽກເຮັດງານທຳໃຫ້ປະຊາຊົນ ເພື່ອແກ້ໄຂບັນຫາການວ່າງງານ, ປັບປຸງກົນໄກການຄຸ້ມຄອງການສ້າງວິຊາຊີບ, ການພັດທະນາສີມືແຮງງານ, ການຈັດຫາວຽກເຮັດງານທຳ ເພື່ອສ້າງເງື່ອນໄຂໃຫ້ຊາວໜຸ່ມມີວຽກເຮັດງານທຳ, ມີວິຊາອາຊີບ, ເປັນເຈົ້າຂອງວິສາຫະກິດຂະໜາດນ້ອຍ, ຂະໜາດກາງ, ມີອາຊີບໝັ້ນຄົງ, ມີລາຍໄດ້ ແລະ ຊີວິດການເປັນຢູ່ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການກວດສອບແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2023, ບົດລາຍງານຜົນການກວດສອບບົດສະຫລຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021, ບົດລາຍງານຂອງອົງການກວດກາແຫ່ງລັດ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2023; ບົດລາຍງານຜົນການກວດກາຕາມຜົນການກວດສອບ ປີ 2020 ຊຶ່ງກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ອົງການກວດສອບແຫ່ງລັດ ແລະ ອົງການກວດກາແຫ່ງລັດ ທີ່ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຕາມກົດໝາຍ ເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ມີປະສິດທິຜົນ, ການຈັດຕັ້ງປະຕິບັດວິໄນແຜນການ-ການເງິນ ມີຄວາມເຂັ້ມງວດຫລາຍຂຶ້ນ. ພ້ອມກັນນັ້ນ, ກອງປະຊຸມໄດ້ສະເໜີໃຫ້ສອງອົງການ ເອົາໃຈໃສ່ສົມທົບພາກສ່ວນກ່ຽວຂ້ອງ ແກ້ໄຂຜົນການກວດສອບໃຫ້ເປັນຮູບປະທຳຫລາຍຂຶ້ນກວ່າເກົ່າ ເພື່ອເກັບກູ້ວັດຖຸ, ເງິນຄຳ ທີ່ເປັນຊັບສິນລວມຂອງລັດກັບຄືນ, ຄົ້ນຄວ້າການກຳນົດຂອບເຂດສິດຂອງສອງອົງການ ເຂົ້າໃນກົດໝາຍໃຫ້ລະອຽດ, ຈະແຈ້ງຕື່ມ; ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2002 ແລະ ທິດທາງແຜນການ ປະຈຳປີ 2023 ຊຶ່ງກອງປະຊຸມໄດ້ຕີລາຄາ ທັງສອງອົງການ ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຍົກສູງຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທໍາ ນັບມື້ມີຄຸນນະພາບສູງຂຶ້ນ, ເອົາໃຈໃສ່ການຜັນຂະຫຍາຍມະຕິ, ຄໍາສັ່ງຂອງສູນກາງພັກ ເຂົ້າໃນການສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍຂອງຕົນໃຫ້ເປັນລະບົບຄົບຊຸດ, ເປັນບ່ອນອີງໃນການແກ້ໄຂບັນຫາຕ່າງໆ, ເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ໃນການປະຕິບັດຄໍາຕັດສິນຂອງສານ, ແກ້ໄຂບັນຫາຄວາມຫຍຸ້ງຍາກຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ ໃຫ້ມີບາດກ້າວຫັນປ່ຽນທີ່ດີຂຶ້ນ. ກອງປະຊຸມໄດ້ສະເໜີໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ມີມາດຕະການປັບປຸງ ແລະ ແກ້ໄຂບັນດາຈຸດອ່ອນ, ຂໍ້ຄົງຄ້າງ ເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ ໄດ້ຮັບການແກ້ໄຂຢ່າງຈິງຈັງ ແລະ ນັບມື້ຫລຸດໜ້ອຍຖອຍລົງ; ໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈໍານວນ 12 ສະບັບ. ໃນນີ້, ມີກົດໝາຍສ້າງໃໝ່ 3 ສະບັບ ຄື: ກົດໝາຍວ່າດ້ວຍໜັງສືຜ່ານແດນ, ກົດໝາຍວ່າດ້ວຍການທາງນໍ້າ, ກົດໝາຍວ່າດ້ວຍພິພິທະພັນ, ກົດໝາຍປັບປຸງ 9 ສະບັບ ຄື: ກົດໝາຍວ່າດ້ວຍທະນາຍຄວາມ, ກົດໝາຍວ່າດ້ວຍທະບຽນສານ, ກົດໝາຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ກົດໝາຍວ່າດ້ວຍວິສາຫະກິດ, ກົດໝາຍວ່າດ້ວຍວິທະຍາສາດ ແລະ ເຕັກໂນໂລຊີ, ກົດໝາຍວ່າດ້ວຍອົງການໄອຍະການທະຫານ, ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ, ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ແລະ ກົດໝາຍວ່າດ້ວຍການກວດກາລັດ ຊຶ່ງເນື້ອແທ້ກໍແມ່ນຄວາມພະຍາຍາມ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ໃຫ້ເປັນອັນລະອຽດ ທັງເປັນການປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ, ທັງເປັນການປັບປຸງ ແລະ ເພີ່ມທະວີພາຫະນະ, ເຄື່ອງມືຄຸ້ມຄອງລັດ-ສັງຄົມ ດ້ວຍກົດໝາຍ ເພື່ອຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາດ, ຂອງລັດ, ລວມໝູ່, ນິຕິບຸກຄົນ ແລະ ປະຊາຊົນລາວບັນດາເຜົ່າ, ຮັບປະກັນໃຫ້ແກ່ສ້າງລັດປະຊາທິປະໄຕ ປະຊາຊົນຂອງພວກເຮົາ ໃຫ້ເປັນລັດ ຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ເທື່ອລະກ້າວ.

ກອງປະຊຸມ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານ ປະຈຳປີ 2022 ແລະ ແຜນການ ປະຈຳປີ 2023 ຂອງສະພາແຫ່ງຊາດ. ກອງປະຊຸມຕີລາຄາວ່າ: ໃນໜຶ່ງປີຜ່ານມາ ສະພາແຫ່ງຊາດ ໄດ້ມີຄວາມເປັນເຈົ້າການ, ຫ້າວຫັນ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ, ກົດໝາຍ ໄດ້ຮັບຜົນສໍາເລັດຫລາຍດ້ານ ເຮັດໃຫ້ບົດບາດຂອງສະພາແຫ່ງຊາດ ໄດ້ຮັບການເຊີດຊູນັບມື້ສູງຂຶ້ນ, ໄດ້ຮັບຄວາມເຊື່ອໝັ້ນຈາກອົງການຈັດຕັ້ງລັດຂັ້ນຕ່າງໆ ແລະ ປະຊາຊົນຜູ້ມີສິດເລືອກຕັ້ງ ນັບມື້ນັບກວ້າງຂວາງ; ຮັບຟັງການຊີ້ແຈງ ຕໍ່ຄໍາຊັກຖາມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ແລະ 2 ວາລະແຫ່ງຊາດ ຊຶ່ງສະມາຊິກສະພາແຫ່ງຊາດ ກໍຄື ປະຊາຊົນບັນດາເຜົ່າ ໃຫ້ຄວາມສົນໃຈຫລາຍ ຈາກຄະນະລັດຖະບານ ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ.

ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຄັ້ງນີ້, ຍັງໄດ້ພິຈາລະນາ ແລະ ຮັບຮອງການສະເໜີຂອງປະທານປະເທດກ່ຽວກັບການພິຈາລະນາໃບຄຳຮ້ອງຂໍພັກການ-ຮັບອຸດໜູນບຳນານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ເລືອກຕັ້ງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຜູ້ໃໝ່ ຕາມການສະເໜີຂອງປະທານປະເທດ ຊຶ່ງບັນດາສະມາຊິກສະພາແຫ່ງຊາດ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນລົງຄະແນນສຽງເຫັນດີຫລາຍກວ່າເຄິ່ງໜຶ່ງຂອງສະມາຊິກສະພາແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມ ໂດຍຮັບຮອງເອົາ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄົນໃໝ່.

ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX ເຂົ້າສູ່ຊີວິດຕົວຈິງ, ແມ່ນໝາກຜົນແຫ່ງສະຕິປັນຍາ, ການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດ, ຄວາມຕັດສິນໃຈສູງຂອງລັດຖະບານ, ອົງການທີ່ກ່ຽວຂ້ອງ ທີ່ຈະສືບຕໍ່ພັດທະນາປະເທດຊາດ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເທື່ອລະກ້າວ, ນຳເອົາປະເທດຊາດ ກ້າວຂຶ້ນຢ່າງໜັກແໜ້ນ.

LEAVE A REPLY

Please enter your comment!
Please enter your name here