Home ຂ່າວໜ້າໜຶ່ງ ແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດພະຍາດໂຄວິດ-19

ແຈ້ງການຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃນມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດພະຍາດໂຄວິດ-19

0
432

ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການສະບັບເລກທີ 1914/ຫສນຍ ລົງວັນທີ 23 ທັນວາ 2022 ກ່ຽວກັບມາດຕະການເຂົ້າ-ອອກ ສປປ ລາວ ໃນໄລຍະມີການລະບາດພະຍາດໂຄວິດ-19 ດັ່ງນີ້: ເຫັນດີໃຫ້ລົບລ້າງການນຳໃຊ້ໃບຢັ້ງຢືນສັກວັກຊີນຄົບໂດສ ແລະ ການລົບລ້າງການກວດຫາເຊື້ອພະຍາດໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ ຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ຈະເດີນທາງເຂົ້າມາ ສປປ ລາວ.

ໝາຍເຫດ: ແຈ້ງການສະບັບນີ້ປ່ຽນແທນເນື້ອໃນ ຂໍ້ 4 ຂອງຂໍ້ 1 ຂອງແຈ້ງການສະບັບເລກທີ 627/ຫສນຍ ລົງວັນທີ 7 ພຶດສະພາ 2022.

ດັ່ງນັ້ນ ຈື່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here