Saturday, October 19, 2024
Homeຂ່າວໜ້າໜຶ່ງກະຊວງ ຜທ ຊີ້ແຈງຕໍ່ຄຳຊັກຖາມ ສສຊ

ກະຊວງ ຜທ ຊີ້ແຈງຕໍ່ຄຳຊັກຖາມ ສສຊ

ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ໃນກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 23 ທັນວາ ນີ້ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ນາງ ພອນວັນ ອຸທະວົງ ໄດ້ຕອບຄຳຊັກຖາມກ່ຽວກັບຈະມີວິທີການ ແລະ ມາດຕະການແນວໃດ ເພື່ອແກ້ໄຂບັນຫາມູນຄ່າໂຄງການທີ່ດັດແກ້ເກີນທີ່ສະພາແຫ່ງຊາດຮັບຮອງ ແລະ ໂຄງການນອກແຜນຈໍານວນ 38 ໂຄງການ, ມູນຄ່າ 318,01 ຕື້ກີບ.

ທ່ານ ນາງ ພອນວັນ ອຸທະວົງ ກ່າວວ່າ: ສໍາລັບ 1 ໂຄງການທີ່ເປັນໂຄງການນອກແຜນ, ມີມູນຄ່າ 16,72 ຕື້ກີບ ຊຶ່ງໂຄງການດັ່ງກ່າວແມ່ນໄດ້ຮັບການແກ້ໄຂ ໂດຍໄດ້ປະຕິບັດຕາມຜົນການກວດກາຊຶ່ງໄດ້ຫັກລົບມູນຄ່າທີ່ບໍ່ຖືກລະບຽບອອກ ແລະ ເຈົ້າຂອງໂຄງການໄດ້ນໍາສະເໜີເຂົ້າແຜນຜ່ານສະພາແຫ່ງຊາດຮັບຮອງ ຕາມກົດໝາຍ ແລະ ລະບຽບການ ໃນປີ 2021 ແລ້ວ ຄື: ໂຄງການກໍ່ສ້າງອາຄານ ແລະ ໂຮງພິມວິສາຫະກິດໜຸ່ມລາວ. ສ່ວນ 37 ໂຄງການ ເປັນໂຄງການທີ່ນອນໃນແຜນການລົງທຶນຂອງລັດທີ່ສະພາຮັບຮອງແລ້ວ, ແຕ່ເຈົ້າຂອງໂຄງການໄດ້ປະຕິບັດວຽກເພີ່ມ ຫຼື ເຮັດສັນຍາເກີນມູນຄ່າສະພາຮັບຮອງ, ສະນັ້ນ ອີງຕາມກົດໝາຍການລົງທຶນຂອງລັດ ຈະຕ້ອງໄດ້ສະເໜີດັດແກ້ມູນຄ່າໂຄງການລົງທຶນຂອງລັດ ຕາມມາດຕາ 54 ຊຶ່ງປັດຈຸບັນຂະ ແໜງການ ແລະ ທ້ອງຖິ່ນ ກໍໄດ້ສະເໜີ ແລະ ໄດ້ຮັບການດັດແກ້ແລ້ວ ເປັນເປັນຕົ້ນ: ໂຄງການສະພາເຂດ 1, ໂຄງການກໍ່ສ້າງຫ້ວຍວັງເຫ, ໂຄງການກໍ່ສ້າງຕຶກກະຊວງຍຸຕິທໍາຫຼັງໃໝ່ ແລະ ອື່ນໆ; ສ່ວນທີ່ເຫຼືອແມ່ນຢູ່ໃນຂະບວນການດັດແກ້ ໃນຕໍ່ໜ້າ ກະຊວງ ຜທ ຈະສືບຕໍ່ຊຸກຍູ້, ຕິດຕາມ ແລະ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອແກ້ໄຂໃຫ້ຂາດຕົວ.

ທ່ານຮອງລັດຖະມົນຕີກະຊວງ ຜທ ກ່າວອີກວ່າ: ມາຮອດປັດຈຸບັນ ມີບັນດາກະຊວງ, ອົງການ ແລະ ແຂວງ ໄດ້ດຳເນີນການ ແລະ ສາມາດເຈລະຈາຫັກລົບ ແລະ ຕໍ່ລອງໄດ້ຈຳນວນໜຶ່ງ, ສ່ວນບັນດາໂຄງການທີ່ຍັງບໍ່ທັນໄດ້ຮັບການຫັກລົບ ແມ່ນຍັງບໍ່ຢູ່ໃນຂັ້ນຕອນເຈລະຈາກັບຜູ້ຮັບເໝົາ ໃນຕໍ່ໜ້າກະຊວງແຜນການ ແລະ ການລົງທຶນ ຈະສືບຕໍ່ສົມທົບກັບອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງຄົ້ນຄວ້າຫາວິທີການແກ້ໄຂຮ່ວມກັນໃຫ້ສອດຄ່ອງກັບສະພາບຕົວຈິງ. ໃນໄລຍະຜ່ານມາ, ກະຊວງ ຜທ ໄດ້ສົມທົບກັບເຈົ້າຂອງໂຄງການໃນການຫັກລົບມູນຄ່າໂຄງການທີ່ຄິດໄລ່ບໍ່ຖືກລະບຽບຕາມຜົນການກວດກາ ໂດຍປະຕິບັດຕາມແຈ້ງການ ຫ້ອງວ່າການສໍານັກງານນາຍົກລັດຖະບມົນຕີ ຊຶ່ງສາມາດຫັກລົບໄດ້ 108 ໂຄງການ, ມູນຄ່າຫັກລົບ 826,06 ຕື້ກີບ, ສ່ວນໂຄງການທີ່ບໍ່ສາມາດຫັກລົບໄດ້ນັ້ນ ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສືບຕໍ່ສົມທົບອົງການກວດກາແຫ່ງລັດ ແລະ ພາກສ່ວນກ່ຽວຂ້ອງເຮັດວຽກກັບເຈົ້າຂອງໂຄງການ ເພື່ອຄົ້ນຄວ້າປະຕິບັດການຫັກລົບຕາມກົດໝາຍ ແລະ ລະບຽບການ.

ສ່ວນການກວດກາຄືນການຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານຕາມການລາຍງານຂອງອົງການກວດສອບແຫ່ງລັດ ຈໍານວນ 13 ໂຄງການ ແລະ ການຈັດຕັ້ງປະຕິບັດໂຄງການທີ່ສະພາແຫ່ງຊາດຮັບຮອງຈໍານວນ 23 ໂຄງການທີ່ປະຕິບັດບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍການລົງທຶນຂອງລັດ ນັ້ນ ທ່ານຮອງລັດຖະມົນຕີ ກະຊວງ ຜທ ກ່າວວ່າ: ຕໍ່ກັບ 13 ໂຄງການ ໄດ້ສົມທົບກັບບັນດາກະຊວງ ແລະ ແຂວງທີ່ເປັນເຈົ້າຂອງໂຄງການແລ້ວ ເຫັນວ່າບັນຫາຕົ້ນຕໍແມ່ນມາຈາກການປະກອບເອກະສານບໍ່ຄົບຖ້ວນຈໍານວນໜຶ່ງ ເປັນຕົ້ນ: ເອກະສານການຄໍ້າປະກັນການປະມູນ, ເອກະສານແບບເຕັກນິກບໍ່ໄດ້ຮັບຮອງຈາກຂະແໜງການ, ບໍ່ມີການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ອື່ນໆ ສະນັ້ນ, ກະຊວງແຜນການ ແລະ ການລົງທຶນ ຈະໄດ້ສືບຕໍ່ສົມທົບພາກສ່ວນກ່ຽວຂ້ອງກວດກາ ເພື່ອພ້ອມກັນແກ້ໄຂ. ສໍາລັບ 23 ໂຄງການ ແມ່ນໂຄງການທີ່ມີການດັດແກ້ມູນຄ່າໂຄງການ ແລະ ໃນນັ້ນ 7 ໂຄງການດັດແກ້ຫຼຸດມູນຄ່າ ຊຶ່ງຂະບວນການດັດແກ້ຕົວຈິງແມ່ນສະພາຂັ້ນແຂວງເປັນຜູ້ພິຈາລະນາເນື່ອງຈາກເປັນໂຄງການທີ່ມີມູນຄ່າຕໍ່າກວ່າ 20 ຕື້ກີບ. ຕາມການປະສານສົມທົບເຫັນວ່າທ້ອງຖິ່ນໄດ້ມີການດໍາເນີນຕາມຂັ້ນຕອນຂອງກົດໝາຍແລ້ວ; ສໍາລັບ 15 ໂຄງການແມ່ນການດັດແກ້ເພີ່ມຈາກມູນຄ່າສະພາຮັບຮອງ, ໃນນັ້ນ ໂຄງການທີ່ມີມູນຄ່າຕໍ່າກວ່າ 20 ຕື້ກີບ ຈຳນວນ 11 ໂຄງການ ຕາມການລາຍງານຂອງແຂວງ ແມ່ນໄດ້ດໍາເນີນຂັ້ນຕອນຕາມກົດໝາຍແລ້ວ (ສະພາຂັ້ນແຂວງເປັນຜູ້ພິຈາລະນາ) ແລະ 4 ໂຄງການແມ່ນໂຄງການມີມູນຄ່າໂຄງການສູງກວ່າ 20 ຕື້ກີບ ຊຶ່ງມາຮອດປັດຈຸບັນແມ່ນບັນຈຸໃນແຜນການລົງທຶນຂອງລັດແລ້ວແຕ່ຍັງບໍ່ທັນໄດ້ປ່ຽນມູນຄ່າຂອງບັນດາໂຄງການໃນຕາຕະລາງລົງທຶນ ເນື່ອງຈາກຍັງຢູ່ໃນຂະບວນການດັດແກ້.

ຂ່າວ: ນາງແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments