Saturday, October 19, 2024
Homeຂ່າວໜ້າໜຶ່ງນໍາສະເໜີປຶ້ມຈີນ-ອາຊຽນ ປະຊາຄົມຮ່ວມຊາຕາກຳ

ນໍາສະເໜີປຶ້ມຈີນ-ອາຊຽນ ປະຊາຄົມຮ່ວມຊາຕາກຳ

ພິທີເປີດປື້ມ ຈີນ-ອາຊຽນປະຊາຄົມຮ່ວມຊາຕາກຳ ຜົນງານຂຽນຂອງ ທ່ານ ນາງ ສຸລິຍາ ມູນນະຣາດ ຫົວຫນ້າພະແນກພົວພັນສາກົນ, ຫ້ອງການພົວພັນຕ່າງປະເທດ ມະຫາວິທະຍາໄລແຫ່ງຊາດ ຈັດຂຶ້ນໃນວັນທີ 22 ທັນວາ 2022 ໂດຍມີ ທ່ານ ວິຈິດ ຊິນດາວົງ ອະດີດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວປະຈຳ ສປ ຈີນ, ອະດີດຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ, ທ່ານ ໄມ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ທ່ານ ວິຈິດ ຊິນດາວົງ ໄດ້ໃຫ້ຮູ້ວ່າ: ປື້ມເຫລັ້ມນີ້ເປັນຜົນງານຂຽນຂອງ ທ່ານ ນາງ ສຸລິຍາ ມູນນະຣາດ ຜູ້ເປັນນັກປາດໜຸ່ມດີເດັ່ນ ແລະ ເປັນຕົ້ນແບບຂອງຜົນສຳເລັດ ໃນການແລກປ່ຽນວັດທະນະທຳລາວ-ຈີນ, ປື້ມເຫລັ້ມນີ້ໄດ້ວິເຄາະປະຫວັດສາດ, ສະພາບການປັດຈຸບັນ ແລະ ບັນຫາຄົງຄ້າງໃນການພັດທະນາອາຊຽນ ທີ່ຕິດພັນກັບຂໍ້ມູນຄວາມເປັນຈິງ ແລະ ກໍລະນີຕົວຈິງຈຳນວນຫລາຍໂດຍໄດ້ຊີ້ໃຫ້ເຫັນວ່າ ໃນຖານະທີ່ເປັນອົງການຈັດຕັ້ງພາກພື້ນ ອາຊຽນຄວນສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນຢູ່ພາຍໃນ, ສ້າງຕັ້ງກົນໄກການຮ່ວມມືກັບປະເທດອື່ນ ແລະ ອົງການຈັດຕັ້ງອື່ນຕໍ່ພາຍນອກເພື່ອໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ພັດທະນາໄປພ້ອມກັນ, ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງກາລະໂອກາດຮ່ວມມືອັນດີແກ່ອາຊຽນ ເຮັດໃຫ້ອາຊຽນໄດ້ເຊື່ອມໂຍງກັບຈີນ, ອາຊີໃຕ້ ແລະ ປະເທດອື່ນໆ, ມະໂນທັດປະຊາຄົມຮ່ວມຊາຕາກຳ ສາມາດນຳອາຊຽນໄປສູ່ຂອບການຮ່ວມມືທີ່ໃຫຍ່ກວ່າເກົ່າ, ຈາກການສ້າງປະຊາຄົມຮ່ວມຊາຕາກຳໃນອາຊີຕາເວັນອອກສ່ຽງໃຕ້ ໄປສູ່ປະຊາຄົມຮ່ວມຊາຕາກຳໃນອາຊີ ແລະ ທ້າຍສຸດແມ່ນການສ້າງເປັນປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານນາງ ສຸລິຍາ ມູນນະຣາດ ໄດ້ກ່າວວ່າ: ປື້ມດັ່ງກ່າວ, ເປັນບົດຄົ້ນຄວ້າວິໄຈຂອງຂ້າພະເຈົ້າໃນລະດັບປະລິນຍາເອກ ທີ່ໄດ້ສຶກສາຢູ່ ສປ ຈີນ ໄດ້ຮັບຄັດເລືອກເປັນບົດຄົ້ນຄວ້າດີເດັ່ນ ແລະ ໄດ້ ຖືກຄັດເລືອກຈາກສຳນັກພິມຂອງ ສປ ຈີນ ນຳໄປຕີພິມເຜີຍແຜ່ອອກສູ່ຜູ້ອ່ານ, ໃນປື້ມຫົວນີ້ຂ້າພະເຈົ້າໄດ້ນຳເອົາຈຸດເດັ່ນຂອງຈີນ ແລະ ປະຊາຄົມອາຊຽນ ມານຳສະເໝີ, ປະກອບມີ 8 ພາກຄື: ພາກທີ 1 ຄວາມເປັນມາ ແລະ ວິວັດທະນາການຂອງທິດສະດີປະຊົມຄົມ, ພາກ 2 ອາຊຽນ ແລະ ປະຊາຄົມອາຊຽນ, ພາກ 3 ຈຸດສຳຄັນການຮ່ວມມືຄວາມໝັ້ນຄົງຂອງປະຊາຄົມອາຊຽນ, ພາກ 4 ການກໍ່ສ້າງປະຊາຄົມອາຊຽນ, ພາກ 5 ປັດໄຈຈຳກັດ ແລະ ອະນາຄົດການພັດທະນາຂອງການກໍ່ສ້າງປະຊາຄົມ, ພາກ 6 ອາຊຽນ ແລະ ປະຊາຄົມຮ່ວມຊາຕາກຳ, ພາກ 7 ຜົນສະທ້ອນຂອງປະຊາຄົມອາຊຽນຕໍ່ຈີນ ແລະ ພາກ 8 ໜຶ່ງແລວໜຶ່ງເສັ້ນທາງ ກັບປະຊາຄົມອາຊຽນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.

ສຳລັບຈຸດປະສົງສ້າງປຶ້ມດັ່ງກ່າວ, ກໍເພື່ອໃຫ້ຜູ້ທີ່ສົນໃຈໄດ້ຮຽນຮູ້ກ່ຽວກັບຈີນ ແລະ ປະຊາຄົມອາຊຽນຫລາຍຂຶ້ນ ໃນເບື້ອງຕົ້ນ ໄດ້ພິມຈຳນວນ 1 ພັນຫົວ ແຈກຢາຍໂດຍບໍ່ໄດ້ເສຍຄ່າໃຫ້ແກ່ຜູ້ທີ່ສົນໃຈ. ພ້ອມນັ້ນ, ກໍຈະນຳໄປມອບໃຫ້ຫ້ອງສະໝຸດພາຍໃນໂຮງຮຽນ ແລະ ມະຫາວິທະຍາໄລຈຳນວນໜຶ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments