Saturday, October 19, 2024
Homeຂ່າວພາຍໃນນວ ຮັບຮອງສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ນວ ຮັບຮອງສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ນະຄອນຫລວງວຽງຈັນ(ນວ) ໄດ້ຈັດພິທີປະກາດຮັບຮອງເອົາ ສວນວັດທະນະທຳຊຽງຄວນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງ ຖິ່ນ ທາງດ້ານວັດທະນະທຳແຫ່ງທີ 1 ແລະ ເປີດນໍາໃຊ້ປະຕູຂົງໃຫຍ່ ໃນວັນທີ 22 ທັນວາ 2022 ຢູ່ບ້ານຊຽງຄວນ ເມືອງຫາດຊາຍຟອງ ນວ, ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕິກະຊວງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫລງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ນວ, ທ່ານ ບຸນເພັງ ສີນະວົງພອນ ເຈົ້າເມືອງຫາດຊາຍຟອງ ແລະ ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສຳປະທານສວນວັດທະນະທຳຊຽງຄວນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກ ຖວທ ນວ ກ່າວວ່າ: ນັບແຕ່ປີ 2012 ເປັນຕົ້ນມາໄດ້ມີການປັບປຸງພາລະບົດບາດ ແລະ ແບ່ງຄວາມຮັບຜິດຊອບ ລະຫວ່າງຂັ້ນສູນກາງ ແລະ ຂັ້ນທອງຖີ່ນ; ດັ່ງນັ້ນທາງກົມມໍລະດົກ ຈຶ່ງໄດ້ເລີ່ມແບ່ງຄວາມຮັບຜິດຊອບວຽກການຄຸ້ມຄອງມໍລະດົກ ໃຫ້ກັບພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໂດຍອີງໃສ່ກົດໝາຍມໍລະດົກ ແຫ່ງຊາດ ເປັນຫລັກ ແລະ ພາລະບົດບາດຂອງທ້ອງຖິ່ນ. ມາໃນປີ 2020 ທ່ານເຈົ້າຄອງ ນະຄອນຫລວງວຽງຈັນ ຈຶ່ງໄດ້ອອກຂໍ້ຕົກລົງແຕ່ງຕັ້ງ ອະນຸກຳມະການມໍລະດົກ ຂັ້ນນະຄອນຫລວງວຽງຈັນ ສະບັບເລກທີ 665/ຈນວ ລົງວັນທີ 22 ຕຸລາ 2020 ເພື່ອເຮັດໃຫ້ວຽກງານມໍລະດົກ ໄດ້ຮັບການຈັດຕັ້ງເຄື່ອນໄຫວ ແລະ ອີງໃສ່ ແຜນວຽກ 5 ປີ ຂອງພະແນກ ຖວທ ນວ 2021-2025 ຕາມແຜນຂຶ້ນທະບຽນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ໃຫ້ໄດ້ 3 ແຫ່ງຄື: ສວນວັດທະນະທຳຊຽງຄວນ, ພະທາດຖິ່ນຊ້ອຍ ເມືອງປາກງື່ມ ແລະ ນ້ຳສ້າງເຫວີຍ-ພະເຈົ້າອົງຕື້ ວັດໂພນໄຊ ເມືອງໄຊເຊດຖາ ແລະ ພ້ອມກັບການຂື້ນທະບຽນວັດຖຸພັນ, ທັງກວດບັນຊີແຫລ່ງມໍລະດົກຕ່າງໆ ຢູ່ນະຄອນຫລວງວຽງຈັນໃຫ້ບັນລຸຕາມຄາດໝາຍ.

ອີງໃສ່ກົດໝາຍ ແລະ ຂໍ້ຕົກຂອງທ່ານເຈົ້າຄອງນະຄອນຫລວງວຽງຈັນ ແລະ ທິດທາງແຜນ ການພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025)ຂອງພະແນກ ຖວທ ນວ ແລະ ເມືອງຫາດຊາຍຟອງ ຈຶ່ງໄດ້ກໍານົດເອົາສະຖານທີ່ສວນວັດທະນະທຳຊຽງຄວນເປັນເປົ້າໝາຍ ໃນການນໍາສະເໜີ ຫລື ຍົກລະດັບຂື້ນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ກໍຄືຂອງ ນວ ພະແນກ ຖວທ ນວ ໃນນາມຜູ້ຮັບ ຜິດຊອບທາງດ້ານວິຊາການ ເມືອງຫາດຊາຍຟອງ ເປັນຜູ້ຄຸ້ມຄອງ ແລະ ຜູ້ສຳປະທານສວນວັດທະນະທຳ ຈຶ່ງໄດ້ສົມທົບ ກັນຂຶ້ນແຜນບັນດາໜ້າວຽກຕ່າງໆ ໃນການນໍາສະເໜີ ສວນວັດທະນະທໍາດັ່ງກ່າວ ຂຶ້ນເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ໂດຍໄດ້ປະສານສົມທົບ ກັບກົມມໍລະດົກ ກະຊວງ ຖວທ ໃນນາມຜູ້ຊີ້ນຳທາງດ້ານວິຊາການ ເພື່ອລົງມາຊ່ວຍສຳຫລວດ ເກັບກຳຂໍ້ມູນ ແລະ ຕີລາຄາໃນການຍົກລະດັບສວນວັດທະນະທຳຊຽງຄວນແຫ່ງນີ້ ໃຫ້ສຳເລັດ.

ຜ່ານການລົງສຳຫລວດ ເກັບກຳຂໍ້ມູນ ແລະ ປະເມີນຄຸນຄ່າຕົວຈິງ ຂອງຄະນະກໍາມະການ ເຫັນວ່າສ່ວນວັດທະນະທໍາຊຽງຄວນ ນອນຢູ່ໃນເງື່ອນໄຂມາດຖານໃນການຍົກລະດັບເປັນ ມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ. ປັດຈຸບັນນະຄອນຫລວງວຽງຈັນ ມີມໍລະດົກແຫ່ງຊາດ 6 ແຫ່ງ ຄື: ພະທາດຫລວງວຽງຈັນ ແລະ ບໍລິເວນອ້ອມຮອບ, ຫໍພະແກ້ວ, ວັດສີສະເກດ, ວັດສີເມືອງ, ວັດອົງຕື້, ວັດອິນແປງ. ສ່ວນການຂື້ນທະບຽນວັດຖຸພັນກໍຍັງແມ່ນຄວາມຮັບຜິດຊອບ ແລະ ການຄຸ້ມຄອງຂອງ ກົມມໍລະດົກ ກະຊວງ ຖວທ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments