ການແຂ່ງຂັນກິລາໝາກຂ່າງ ປະເພດຄູ່ປະສົມ ຍິງ-ຊາຍ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ເມື່ອວັນທີ 19 ທັນວາ 2022 ຢູ່ສະໜາມກິລາທົ່ງໄຫຫີນ ແຂວງຊຽງຂວາງ ໂດຍມີນັກກິລາຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນ. ໃນນີ້ສະເພາະແຂວງຫົວພັນ ນັດທຳອິດ ທ້າວ ບຸນມາ ເຮີ ແລະ ນາງ ນຸ້ມມີນາ ວິໄຊ ເອົາຊະນະ ແຂວງຜົ້ງສາລີ 2 ເຊັດລວດ 60-45 ແລະ 50-45 ຄະແນນ. ຜ່ານເຂົ້າຮອບ 4 ທີມສຸດທ້າຍແລ້ວເອົາຊະນະ ແຂວງໄຊສົມບູນ 2 ເຊັດລວດ 25-15 ແລະ 50-40 ຄະແນນ ຜ່ານເຂົ້າຮອບຊີງຊະນະເລີດ ກັບ ທີມແຂວງຫຼວງນໍ້າທາ ກ່ອນຈະພາດທ່າເສຍໃຫ້ ແຂວງຫຼວງນໍ້າທາ 3-1 ເຊັດ 25-15, 30-30 (ຫົວພັນ ຫັ່ນບໍ່ເຂົ້າວົງຖືກຕັດຄະແນນ 10 ຄະແນນ), 40-50 ແລະ 35-40 ຄະແນນ ເຮັດໃຫ້ ແຂວງຫຼວງນໍ້າທາ ຄວ້າຫຼຽນຄຳ ໄປຄອງ. ສ່ວນ ແຂວງຫົວພັນ ໄດ້ຫຼຽນເງິນ ແລະ ຫຼຽນທອງ ຕົກເປັນຂອງແຂວງຈຳປາສັກ.

ທ່ານ ອຳພອນ ຫອມວັນທາ ຫົວໜ້າຄູຝຶກກິລາໝາກຂ່າງແຂວງຫົວພັນ ໄດ້ໃຫ້ສຳພາດວ່າ: ສຳລັບການເຂົ້າຮ່ວມງານໃນຄັ້ງນີ້ ທີມນັກກິລາໝາກຂ່າງແຂວງຫົວພັນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 13 ຄົນ, ຄູຝຶກ 3 ຄົນ ຊີງໄຊຫຼຽນຄຳ 9 ລາຍການ ພ້ອມທັງຕັ້ງເປົ້າໃນແຜນເບື້ອງຕົ້ນກ່ອນເຂົ້າຮ່ວມງານແຂ່ງຂັນໂດຍຕັ້ງເປົ້າໝາຍໄວ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ລວມ 3 ຫຼຽນ. ຜ່ານການແຂ່ງຂັນຕົວຈິງແມ່ນອີງໃສ່ສະພາບບັນຫາຫຼາຍໆຢ່າງທີ່ກົດດັນເປັນຕົ້ນແມ່ນສະພາບອາກາດ, ສຸຂະພາບ ແລະ ຄວາມກົດດັນ ຈຶ່ງບໍ່ສາມາດສ້າງຜົນງານໄດ້ຕາມເປົ້າໝາຍທີ່ວາງໄວ້ ສະນັ້ນມາຮອດການແຂ່ງຂັນມື້ສຸດທ້າຍ ແລະ ເປັນລາຍການສຸດທ້າຍສາມາດຄວ້າ 1 ຫຼຽນ ມາຄອງປະເພດ ຄູ່ປະສົມ ຍິງ-ຊາຍ 1 ລາຍການ.

ຂ່າວໂດຍ: ສີສົມສັກ ພົມມະທຳ

LEAVE A REPLY

Please enter your comment!
Please enter your name here