ວັນທີ 14 ທັນວາ 2022 ຜ່ານມາ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງແອດ ແຂວງຫົວພັນ ໂດຍໄດ້ຮັບຟັງການລາຍງານສະພາບການຊີ້ນຳ-ນຳພາວຽກງານຮອບດ້ານ ເປັນຕົ້ນ ແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ V ຂອງອົງຄະນະພັກເມືອງ ແລະ ການຈັດຕັ້ງປະຕິບັດ ສອງວາລະແຫ່ງຊາດ ຢູ່ພາຍໃນເມືອງ ຈາກທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງແອດ.

ຈາກນັ້ນ, ທ່ານປະທານປະເທດ ກໍໄດ້ມີຄຳເຫັນຊີ້ນຳຫລາຍບັນຫາ ເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າຊາວເມືອງແອດ ໄດ້ພ້ອມກັນພັດທະນາພື້ນຖານໂຄງລ່າງປົວແປງຊິວິດການເປັນຢູ່ໃຫ້ດີຂື້ນເປັນກ້າວໆມາ.

ພ້ອມນີ້ ທ່ານຮຽກຮ້ອງໃຫ້ຄະນະພັກ-ອຳນາດການປົກຄອງ ແລະ ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອຄວາມສາມັກຄີ, ເອົາ ໃຈໃສ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເອົາໃຈໃສ່ສຶກສາອົບຮົມຊາວໜຸຸຸຸ່ມ-ໄວໜຸ່ມທີ່ຈະເປັນຜູ້ສືບທອດພາລະກິດຂອງຊາດໃນຕໍ່ໜ້າ ໃຫ້ຫ່າງໄກຈາກສິ່ງເສບຕິດ ຫລື ອະບາຍຍາມຸກຕ່າງໆ, ຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີພາຍໃນເມືອງ ເຂົ້າໃນການແກ້ໄຂ-ລຶບລ້າງຄວາມທຸກຍາກ ຕາມແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດວາງອອກ. ໃນໂອກາດດຽວກັນນີ້, ທ່ານປະທານປະເທດ ພ້ອມດ້ວຍຄະນະ ຍັງໄດ້ທ່ຽວຊົມປາວັງສະຫງວນ ຂົວອູ່ນໍ້າແອດ ແລະ ຕະຫລາດເມືອງແອດ ຕື່ມອີກ.

LEAVE A REPLY

Please enter your comment!
Please enter your name here