ນັກກິລາໝາກຂ່າງ ປະເພດທີມຍິງ ແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫລັງໃນຮອບຊີງຫລຽນຄຳ ເອົາຊະນະ ນັກກິລາ ຈາກແຂວງຊຽງຂວາງ ເຈົ້າພາບ 3-2 ເຊັດ ຄວ້າຫລຽນຄຳ ມາຄອງໄດ້ສຳເລັດ ໃນການແຂ່ງຂັນກິລາໝາກຂ່າງ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ.

ການແຂ່ງຂັນກິລາໝາກຂ່າງປະເພດທີມຍິງ ຮອບຊີງຫລຽນຄຳ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 16 ທັນວາ ທີ່ສະໜາມກິລາໝາກຂ່າງໄຫຫີນ ເມືອງແປກ ແຂວງຊຽງຂວາງ ລະຫວ່າງ ແຂວງຈຳປາສັກ ພົບກັບ ແຂວງຊຽງຂວາງ ເຈົ້າພາບ. ຜ່ານການແຂ່ງຂັນຜົນປະກົດວ່າ ທັບນັກກິລາໝາກຂ່າງແຂວງຈຳປາສັກ ສ້າງຜົນງານໄດ້ຢ່າງໂດດເດັ່ນ ເອົາຊະນະ ແຂວງຊຽງຂວາງ ເຈົ້າພາບ ໄປໄດ້ແບບຫວຸດຫວິດ 3-2 ເຊັດ ດ້ວຍຄະແນນ 60-10, 70-20, 30-45, 35-40 ແລະ 55-20 ຄວ້າຫລຽນຄຳ ທຳອິດໃນປະເພດກິລາໝາກຂ່າງ ໃຫ້ກັບທັບນັກກິລາແຂວງຈຳປາສັກ ໄດ້ສຳເລັດ,​ ຂະນະທີ່ແຂວງຊຽງຂວາງ ເຈົ້າພາບ ໄດ້ຫລຽນເງິນ​ ສ່ວນຫລຽນທອງ ເປັນຂອງນັກກິລາຈາກແຂວງຫລວງນ້ຳທາ. ສຳລັບປະເພດທີມຊາຍ ຫລຽນຄຳ ເປັນຂອງນັກກິລາຈາກແຂວງຜົ້ງສາລີ, ຫລຽນເງິນ ແຂວງຊຽງຂວາງ ເຈົ້າພາບ ແລະ ຫລຽນທອງ ນະຄອນຫລວງວຽງຈັນ.

ສຳລັບການແຂ່ງຂັນກິລາໝາກຂ່າງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ຈະຈັດຂຶ້ນລະຫວ່າງວັນທີ 14-20 ທັນວາ 2022 ມີການຊີງໄຊທັງໝົດ 27 ຫລຽນ ໃນນີ້, ມີ 9 ຫລຽນຄຳ, 9 ຫລຽນເງິນ ແລະ 9 ຫລຽນທອງ​ ໂດຍມີ 10 ພາກສ່ວນເຂົ້າຮ່ວມ ຄື: ແຂວງຜົ້ງສາລີ, ຫລວງນໍ້າ, ຫລວງພະບາງ, ແຂວງວຽງຈັນ, ໄຊຍະບູລີ, ຫົວພັນ, ໄຊສົມບູນ, ຈຳປາສັກ, ນະຄອນ ຫລວງວຽງຈັນ ແລະ ແຂວງຊຽງຂວາງ ເຈົ້າພາບ.

ຂ່າວ: ລູກນ້ຳເຊ ອິນທະດາລິນ

LEAVE A REPLY

Please enter your comment!
Please enter your name here