ໃນຕອນບ່າຍຂອງວັນທີ 15 ທັນວາ 2022, ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບ ແຫ່ງລັດ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍການກວດສອບແຫ່ງລັດ ເຊິ່ງປກອບມີ XII ພາກ, ເພີ່ມຂຶ້ນ 2 ພາກ, 13 ໝວດ ເພີ່ມຂຶ້ນ 6 ໝວດ ແລະ ມີ 96 ມາດຕາ ເພີ່ມຂຶ້ນ 21 ມາດຕາ. ໃນນີ້, ມີການປັບປຸງ 64 ມາດຕາ, ສ້າງໃໝ່ 25 ມາດຕາ ແລະ ຮັກສາເນື້ອໃນໄວ້ຄືເກົ່າ 7 ມາດຕາ. ຈາກນັ້ນ ບັນດາສະມາຊິກສະພາແຫ່ງຊາດ(ສສຊ) ຫລາຍເຂດເລືອກຕັ້ງ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຮ່າງກົດໝາຍດັ່ງກ່າວ ເພື່ອໃຫ້ການປັບປຸງກົດໝາຍໃນຄັ້ງນີ້ ມີຄຸນນະພາບ, ຖືກຕ້ອງ, ຄົບຖ້ວນ, ສົມບູນ ສອດຄ່ອງກັບຫລັກການແຫ່ງກົດໝາຍ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງໂລ່ງລ່ຽນ ປະກອບສ່ວນຊຸກຍູ້ການຈັດເກັບລາຍຮັບໃຫ້ຄົບຖ້ວນ, ປ້ອງກັນ ແລະ ຈໍາກັດການຮົ່ວໄຫລ ຂອງລາຍຮັບ; ພ້ອມທັງຄຸ້ມຄອງລາຍຈ່າຍງົບ ປະມານແຫ່ງລັດ ໄດ້ຢ່າງມີປະສິດທິຜົນ.

ທ່ານ ວຽງທະວີສອນ ເທບພະຈັນ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການກວດສອບ ແຫ່ງລັດ ເປັນໜຶ່ງໃນບັນດາກົດໝາຍຂອງ ສປປ ລາວ ເຊິ່ງໄດ້ປະກອບສ່ວນອັນສຳຄັນ ເຂົ້າໃນການຍົກສູງປະສິດທິພາບ ຂອງການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ, ເປັນເຄື່ອງມືໃຫ້ອົງການຈັດຕັ້ງພັກ-ລັດ ໂດຍສະ ເພາະອົງການກວດສອບແຫ່ງລັດ, ນໍາໃຊ້ເປັນບ່ອນອີງໃນການນຳພາ-ຊີ້ນຳ ວຽກງານກວດສອບ ໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນ. ຜ່ານການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວ ໃນໄລຍະຜ່ານມາ ປະກົດເຫັນວ່າການກຳນົດເນື້ອໃນບາງມາດຕາ ຍັງບໍ່ຄົບຖ້ວນ, ບໍ່ຮັດກຸມ, ບໍ່ຈະແຈ້ງ, ບໍ່ຊັດເຈນ ເຮັດໃຫ້ການຕີຄວາມໝາຍຕໍ່ບາງເນື້ອໃນ ບໍ່ເປັນເອກະພາບກັນ ຫລື ບໍ່ໄປໃນທິດທາງດຽວກັນ, ການກຳນົດສາຍພົວພັນພາລະບົດບາດ ລະຫວ່າງອົງການກວດສອບແຫ່ງລັດ ແລະ ບາງອົງການອຳນາດລັດ ທີ່ເຄື່ອນໄຫວໃນວຽກງານທີ່ກ່ຽວພັນກັນ ໂດຍສະເພາະໃນວຽກງານແກ້ໄຂຜົນການກວດສອບຍັງບໍ່ຊັດເຈນ ເຮັດໃຫ້ການນຳໄປຈັດຕັ້ງຜັນຂະຫຍາຍພົບຂໍ້ຫຍຸ້ງຍາກ ຫລື ບໍ່ໄດ້ດີເທົ່າທີ່ຄວນ.

ທ່ານ ວຽງທະວີສອນ ເທບພະຈັນ ຍັງກ່າວວ່າ: ພາຍຫລັງກົດໝາຍສະບັບນີ້ຖືກປັບປຸງ ແລະ ຮັບ ຮອງແລ້ວ ຈະເຮັດໃຫ້ວຽກງານກວດສອບແຫ່ງລັດ ມີປະສິດທິພາບ, ປະສິດທິຜົນ ສູງຂຶ້ນກວ່າເກົ່າ; ສະ ພາແຫ່ງຊາດ ມີຂໍ້ມູນທີ່ຊັດເຈນຂຶ້ນກວ່າເກົ່າ ເພື່ອເປັນບ່ອນອີງໃນການພິຈາລະນາ ຫລື ຕົກລົງບັນຫາສໍາຄັນພື້ນຖານ ຂອງປະເທດຊາດ; ເຮັດໃຫ້ ຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາ ຜົນກໍາໄລ ຫລື ເປົ້າໝາຍຖືກກວດສອບ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ; ສະກັດກັ້ນ ປະກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ; ປົກປ້ອງສິດຜົນປະໂຫຍດ ຂອງລັດ, ຂອງລວມໝູ່ ແລະ ຂອງປະຊາຊົນ, ເຮັດໃຫ້ການຈັດຕັ້ງ, ພະນັກງານ-ລັດຖະກອນ ທີ່ເຮັດວຽກຄຸ້ມຄອງງົບປະມານ-ການເງິນ ມີສະຕິ ເຄົາລົບກົດໝາຍ.

ພ້ອມນີ້, ຍັງມີຄວາມສຳຄັນໃນການສົ່ງເສີມການລົງທຶນ ພາຍໃນ ແລະ ຕ່າງປະເທດ; ເຮັດໃຫ້ ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ ການຈັດຕັ້ງ ມີຄວາມໜັກແໜ້ນ ເຂັ້ມແຂງ; ຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ຫມັ້ນຄົງ, ໜັກແໜ້ນ; ປະກອບສ່ວນເຂົ້າໃນການ ຍົກສູງຄຸນນະ ພາບ ໃນການແກ້ໄຂຜົນການກວດສອບ ເປັນຕົ້ນ ແມ່ນ ການເກັບກູ້ເງິນຄືນເຂົ້າງົບປະມານແຫ່ງລັດ ຕາມຜົນການກວດສອບ ໄດ້ຫລາຍຂຶ້ນກວ່າເກົ່າ; ປະກອບສ່ວນເຂົ້າໃນການປ້ອງກັນ ແລະ ແກ້ໄຂບັນຫາກ່ຽວ ຂ້ອງຕ່າງໆທີ່ເກີດຂຶ້ນ ໃນໄລຍະຜ່ານມາ ໄດ້ຮັບຜົນດີກວ່າເກົ່າ.

ຂ່າວ ສົມຫວັງ; ພາບ: ເກດສະໜາ

LEAVE A REPLY

Please enter your comment!
Please enter your name here